ທູດອົດສະຕຣາລີ ຢ້ຽມຢາມການຝຶກອົບຮົມ ຫລັກສູດຊັ້ນປະຖົມສຶກສາ

SA Game

targetlao

ລັດຖະມົນຕີ ແລະ ທູດອົດສະຕຣາລີ ລົງ​ຢ້ຽມ​ຢາກ​ການ​ຝຶກຫລັກສູດຊັ້ນປະຖົມສຶກສາ.

ໃນວັນທີ 18 ສິງຫາ 2021 , ທ່ານ ພຸດ ສິມມະລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ລົງຢ້ຽມ ຢາມການຝຶກອົບຮົມ ຫລັກສູດຊັ້ນປະຖົມສຶກສາ ປ3 ສະບັບປັບປຸງໃໝ່ ຢູ່ທີ່ໂຮງຮຽນປະຖົມສົມບູນດອນນົກຄຸ້ມ ນະຄອນຫລວງວຽງຈັນ, ເພື່ອຮ່ວມສັງເກດການ ຂອງການຝຶກອົບຮົມ ແລະ ໂອ້ລົມສົນທະນາແລກປ່ຽນຄຳຄິດເຫັນກັບຄູຝຶກ ແລະ ຄູ ທີ່ໄດ້ເຂົ້າຮ່ວມການຝຶກອົບຮົມໃນຄັ້ງນີ້.

ທ່ານ ພຸດ ສິມມະລາວົງ ໄດ້ກ່າວວ່າ:

ການຈັດຕັ້ງປະຕິບັດການຮຽນການສອນຫລັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ແມ່ນໄດ້ເລີ່ມແຕ່ເດືອນກັນຍາ ປີ 2019 ແລະ ດໍາເນີນໄປແຕ່ລະຂັ້ນຮຽນໃນທຸກໆປີ, ເຊິ່ງໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີກວາ ທີ່ໄດ້ພັດທະນາຫລັກສູດຊັ້ນປະຖົມສຶກສາແຫ່ງຊາດ ສະບັບປັບປຸງໃໝ່ ແລະ ສື່ການຮຽນການສອນແບບໃໝ່ ສຳລັບນັກຮຽນ ແລະ ຄູ ລວມທັງຈັດຕັ້ງແຜນການຝຶກອົບຮົມ ໃຫ້ຄູສອນຊັ້ນປະຖົມສຶກສາ ຂັ້ນ ປ3 ທົ່ວປະເທດ ຈໍານວນ 9.645 ຄົນ ແລະ ຄູສຶກສານິເທດ 366 ຄົນ.

SA Game
TARGET Magazine

ການພັດທະນາຫລັກ ສູດຊັ້ນປະຖົມສຶກສາ ແມ່ນບາດກ້າວທຳອິດທີ່ສຳຄັນ ເພື່ອປັບປຸງຄຸນນະພາບການສຶກສາ ສຳລັບເດັກ ນ້ອຍລາວ ແລະ ບາດກ້າວທີສອງ ແມ່ນເພື່ອຮັບປະກັນວ່າ ຄູສອນທຸກຄົນ ຮູ້ວິທີການນຳໃຊ້ຫລັກສູດ ແລະ ສື່ການຮຽນການສອນສະບັບປັບປຸງ ໃນຫ້ອງຮຽນຂອງພວກເຂົາ.

ການຝຶກອົບຮົມແບບໜ້າເຊິ່ງໜ້າ ສຳລັບຄູສອນຊັ້ນປະຖົມສຶກສາຂັ້ນ ປ3 ແລະ ຄູສຶກສານິເທດ ຢູ່ໃນ 148 ເມືອງ ໄດ້ດໍາເນີນແຕ່ວັນທີ 26 ເດືອນກໍລະກົດ 2021 ຈົນເຖິງປັດຈຸບັນ. ຫລັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ໄດ້ນຳໃຊ້ວິທີການຮຽນການສອນແບບໃໝ່, ໂດຍເນັ້ນໃຫ້ນັກຮຽນໄດ້ປະຕິບັດຕົວຈິງ ແລະ ນຳໃຊ້ຄວາມຮູ້ຈາກການຮຽນເຂົ້າໃນການໃຊ້ຊີວິດຈິງ.

ທ່ານທູດອົດສະຕຣາລີ ໄດ້ກ່າວວ່າ:

ໃນລະຫວ່າງການລົງຢ້ຽມຢາມ ການຝຶກອົບຮົມຄູຝຶກຄັ້ງນີ້, ເຫັນວ່າ ການຝຶກອົບຮົມມີປະສິດທິຜົນດີ ເນື່ອງຈາກຄູສອນຂັ້ນ ປ3 ໄດ້ມີໂອກາດ ເຫັນວິທີການຮຽນການສອນແບບໃໝ່ ທີ່ຈັດຕັ້ງປະຕິບັດໂດຍຄູສອນຊັ້ນປະຖົມຂັ້ນ ປ1 ແລະ ຂັ້ນ ປ2 ໃນໂຮງຮຽນດຽວກັບເຂົາເຈົ້າມາກ່ອນແລ້ວ ແລະ ປີນີ້ ກໍເປັນປີທີສາມ ທີ່ພວກເຂົາດຳເນີນການເປັນຄູຝຶກຂັ້ນແຂວງ,

ຊຶ່ງພວກເຂົາໄດ້ຮຽນ ຈາກປະສົບການໃນສອງປີທີ່ຜ່ານມາ, ເຊິ່ງຄູຈະໄດ້ຮັບຄວາມຮູ້ກ່ຽວກັບເນື້ອໃນຂອງຫລັກສູດຊັ້ນປະຖົມຂັ້ນ ປ3 ສະບັບປັບປຸງໃໝ່, ສື່ການຮຽນການສອນ ແລະ ວິທີການຮຽນການສອນແບບໃໝ່ ທີ່ເນັ້ນໃຫ້ນັກຮຽນໄດ້ປະຕິບັດຕົວຈິງ 4 ວິຊາ ຄື: ວິຊາພາສາລາວ, ວິທະຍາສາດ ແລະ ສິ່ງແວດລ້ອມ, ພາສາອັງກິດ ແລະ ພາລະສຶກສາ.

ພ້ອມນີ້, ພວກເຂົາຈະໄດ້ຮຽນທົດລອງ ແລະ ທົບທວນ ກ່ຽວກັບຫລາຍກິດຈະກຳໃນຫ້ອງຮຽນ ທີ່ຖືກສ້າງຂຶ້ນສຳລັບການຮຽນການສອນທີ່ເນັ້ນການປະຕິບັດຕົວຈິງ, ໂດຍຜ່ານກິດຈະກໍາທີ່ຫລາກຫລາຍ. ພວກເຂົາຍັງໄດ້ຮຽນກ່ຽວກັບວິທີການສອນຫ້ອງຄວບ ແລະ ສາທິດວິທີການສອນຫ້ອງຄວບ. ນອກຈາກນີ້, ການຝຶກອົບຮົມຍັງໄດ້ເນັ້ນໃສ່ດ້ານບົດບາດຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ ແລະ ໃນທຸກໂມດູນຂອງການຝຶກອົບຮົມ ແມ່ນລວມມີຍຸດທະສາດດ້ານບົດບາດຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ ທີ່ຄູສາມາດຈັດຕັ້ງປະຕິບັດໃນຫ້ອງຮຽນຂອງພວກເຂົາໄດ້.

ໃນໂອກາດດຽວກັນນີ້, ທ່ານ ພຸດ ສີມມາລາວົງ ແລະ ທ່ານ ໂພລ ແຄລີ ຍັງໄດ້ມອບປຶ້ມໄວຍາກອນລາວ ໃຫ້ຄູໂຮງຮຽນປະຖົມໃນທົ່ວປະເທດ ຈຳນວນ 13.100 ຫົວ, ເຊິ່ງປຶ້ມໄວຍາກອນລາວ ປັດຈຸບັນ ແມ່ນລວມມີມາດຕະຖານການນໍາໃຊ້ພາສາລາວ ເຊັ່ນ:

ໄວຍາກອນ, ການໃຊ້ເຄື່ອງ ໝາຍຕ່າງໆ, ການສະກົດຄຳ, ສະຫລະ, ພະຍັນຊະນະ, ວັນນະຍຸດ, ຕົວເລກ, ການນັບ, ການນຳໃຊ້ອັກສອນຫຍໍ້, ວິທີການຂຽນຄຳໃນພາສາລາວ ແລະ ການຍະຫວ່າງ, ສິ່ງເຫລົ່ານີ້ໄດ້ຖືກຮັບຮອງ ຈາກກະຊວງສຶກສາທິການ ແລະ ກິລາ ທີ່ເປັນຜູ້ຊີ້ນຳພາສາລາວ ເພື່ອໃຫ້ຄູ ແລະ ຜູ້ອຳນວຍການ ນຳໃຊ້ປຶ້ມດັ່ງກ່າວ, ເປັນບ່ອນອີງໃນການສອນວິຊາພາສາລາວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: TARGET Magazine