ຕໍ່າຫູກໄຕແກ້ວສາມາດເຂົ້າຫາແຫຼ່ງທຶນອັດຕາດອກເບ້ຍຕ່ຳ​ໄດ້

SA Game

ພາບ: laodaily.com.la

ຫັດຖະກຳຕໍ່າຫູກໄຕແກ້ວດີ​ໃຈ​ທີ່ສາມາດເຂົ້າຫາແຫຼ່ງທຶນອັດຕາດອກເບ້ຍ 3% ຕໍ່ປີ.

ຈາກ​ທີ່​ເຄີຍ​ໄດ້​ຍິນ​ຫາງ​ສຽງ​ມາ​ໄລ​ຍະ​ໜຶ່ງ​ກ່ຽວ​ກັບ​ການ​ເຂົ້າ​ຫາ​ແຫລ່ງ​ທືນດອກ​ເບ້ຍ​ຕ່ຳ​ທີ່​ທາງ​ພາກ​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ ຫລື ປະ​ຊາ​ຊົນ​ຜູ້​ທີ່​ມີ​ຄວາມ​ຕ້ອງ​ການ​ໃນ​ການ​ເຮັດ​ທຸ​ລະ​ກິດ​ຍັງ​ຄົງ​ເຂົ້າ​ເຖິງ​ໄດ້​ຍາກອາດ​ເນື່ອງ​ມາ​ຈາກ​ຫລາຍ​ສາຍ​ເຫດ ແລະ ທາງ​ເບື້ອງ​ພາກລັດ ແລະ ຜູ່​ໃຫ້​ທືນ​ເອງ​ກໍ​ພະ​ຍາ​ຍາມ​ປັບ​ປ່ຽນ​ເພື່ອ​ໃຫ້​ເໝາະ​ສົມ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ.

ໃນ​ນັ້ນ​ເຮົາ​ກໍ​ມີ​ຕົວ​ຢ່າງ​ທີ່​ເຂົ້າ​ເຖິງ​ໄດ້​ເຊັ່ນ ວິສາຫະກິດສ່ວນບຸກຄົນ ໂຮງຊ່າງຫັດຖະກຳຕໍ່າຫູກໄຕແກ້ວ ປະກອບກິດຈະການດ້ານຫັດຖະກໍາຕໍ່າຫູກຜ້າໄຫມດ້ວຍມື ຕັ້ງຢູ່ ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ບຸກບືນເຮັດທຸລະກິດດ້ວຍທຶນຕົນເອງມາຕະຫຼອດ ແລະ ເປັນຄັ້ງທໍາອິດທີ່ໄດ້ກູ້ເງິນຈາກທະນາຄານ ໂດຍໄດ້ຮັບສິນເຊື່ອບ້ວງອັດຕາດອກເບ້ຍ 3% ຕໍ່ປີ ຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຜ່ານການປ່ອຍກູ້ຂອງທະນາຄານມາຣູຮານ ເຈແປນລາວ ເພື່ອເປັນທຶນຄົງທີ່ ເຂົ້າໃນການປັບປຸງ ແລະ ຕໍ່ເຕີມຮ້ານເພື່ອເປັນຫ້ອງວາງສະແດງຜ້າໄຫມ ແລະ ເປັນທຶນໝູນວຽນເຂົ້າໃນການຊື້ວັດຖຸດິບ.

SA Game
ພາບ: laodaily.com.la

ທ່ານ ນາງ ໄຕແກ້ວ ໄຊຍະວົງຄຳດີ ເຈົ້າຂອງທຸລະກິດໂຮງຊ່າງຫັດຖະກຳ ຕໍ່າຫູກໄຕແກ້ວ ໄດ້ຫັນຈາກການເປັນພະນັກງານລັດຖະກອນ ມາເປັນຜູ້ປະກອບກິດຈະການຫັດຖະກຳຕໍ່າຫູກໃນປີ 1987 ຢ່າງເຕັມຕົວ. ດ້ວຍຄວາມມັກຮັກຜ້າໄໝພື້ນເມືອງລາວ ແລະ ຢາກອະນຸລັກຮັກສາຄຸນຄ່າດ້ານຜ້າໄໝ ແລະ ລາຍດັ່ງເດີມ ໃຫ້ຄົນຮຸ້ນລູກຮຸ້ນຫຼານໄດ້ເບິ່ງໄດ້ສຶກສາຕໍ່ໄປ ເພີ່ນໄດ້ເກັບຊື້ສິ້ນ ແລະ ຜ້າໄໝ ລາຍບູຮານເກົ່າແກ່ຈາກຄົນຮຸ້ນເກົ່າທີ່ມີອາຍຸ 200 ກວ່າປີ ບາງຜືນມີອາຍຸຮອດ 400 ກວ່າປີ ປະມານ 700 ກວ່າຜືນ ສະສົມມາໄດ້ 40 ກວ່າປີແລ້ວ ແລະ ພ້ອມນັ້ນກໍໄດ້ແກະແບບຈາກລາຍທີ່ໄດ້ມາ ຈໍານວນ 70 ລາຍ ຊຶ່ງຕາມແຜນການແມ່ນຈະແກະໃຫ້ໄດ້ 700 ລາຍ.

ໂຮງຊ່າງຫັດຖະກຳຕໍ່າຫູກໄຕແກ້ວ ມີຊ່າງຕໍ່າຫູກ ຈໍານວນ 25 ຄົນ, ມີຫູກທັງໝົດ 14 ກີ່ ແລະ 5 ກີ່ ຢູ່ຮ້ານລູກສາວທີ່ເປີດສາຂາ 2 ຢູ່ບ້ານທົ່ງປົ່ງ. ນອກນີ້ກໍມີອີກ 15 ກີ່ ທີ່ຕໍ່າຢູ່ເຮືອນປະຊາຊົນເອງ ໂດຍເຮັດສັນຍາຮ່ວມກັນ.

ຕະຫຼາດຈໍາໜ່າຍ ໄລຍະເລີ່ມຕົ້ນ ແມ່ນໄດ້ຈາກການບອກເລົ່າຂອງຄົນຮູ້ຈັກຮັກແພງກັນທີ່ຊື້ໄປໃຊ້ ແລະ ຈາກນັກທ່ອງທ່ຽວທີ່ມາຢ້ຽມຢາມຮ້ານທີ່ປະທັບໃຈໃນຄຸນນະພາບຂອງສິນຄ້າ, ຈາກນັ້ນໄດ້ມີໂອກາດໄປຮ່ວມງານວາງສະແດງສິນຄ້າຢູ່ຕ່າງປະເທດ ເຊັ່ນ:

ປະເທດຍີ່ປຸ່ນ, ສະຫະລັດອາເມລິກາ (ເມືອງວໍຊິງຕັນ ດີຊີ), ປະເທດຝຣັ່ງ ແລະ ປະເທດອີຕາລີ ເຮັດໃຫ້ມີການສັ່ງຊື້ຈາກລູກຄ້າຢູ່ບັນດາປະເທດເຫຼົ່ານັ້ນເປັນຈໍານວນຫຼາຍໃນແຕ່ລະປີ ໂດຍສະເພາະລູກຄ້າຈາກຍີ່ປຸ່ນ ໄດ້ລົງທຶນເດີນທາງມາກວດຄຸນນະພາບຂອງສິນຄ້າດ້ວຍໂຕເອງ ແລະ ອອກໃບຢັ້ງຢືນໃຫ້ຜ້າໄໝທີ່ຜະລິດຈາກສີທໍາມະຊາດ ຊັກແລ້ວບໍ່ອອກສີໃຫ້ຜ້າໄໝທີ່ຜະລິດຈາກທາງຮ້ານ. ພ້ອມນັ້ນ ອົງການ Jetro ກໍໄດ້ໃຫ້ການຢັ້ງຢືນບໍລິສັດໃຈລາວ ຊຶ່ງເປັນໜຶ່ງໃນກຸ່ມບໍລິສັດທີ່ໄດ້ຮັບການຢັ້ງຢືນນີ້.

ໂຮງຊ່າງຫັດຖະກໍາຕໍ່າຫູກໄຕແກ້ວ ໄດ້ມີການສົ່ງອອກຜ້າໄໝໃຫ້ລູກຄ້າຢູ່ຍີ່ປຸ່ນ ບໍ່ຕໍ່າກວ່າ 200 ຜືນ ຕໍ່ປີ ແລະ ຮອງລົງມາແມ່ນສົ່ງອອກໄປສະຫະລັດອາເມລິກາ. ເມື່ອມີການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ລາຍຮັບຫຼຸດລົງ ຍ້ອນບໍ່ມີແຂກຕ່າງປະເທດເຂົ້າມາ ສປປ ລາວ ເນື່ອງຈາກຜູ້ຊື້ແມ່ນຈະເຂົ້າມາເລືອກຊື້ດ້ວຍຕົນເອງ ແລະ ການສົ່ງອອກພົບຄວາມຫຍຸ້ງຍາກຫຼາຍດ້ານ.

SA Game
ພາບ: laodaily.com.la

ວິສາຫະກິດສ່ວນບຸກຄົນ ໂຮງຊ່າງຫັດຖະກຳ ຕໍ່າຫູກໄຕແກ້ວ ໄດ້ບຸກບືນເຮັດທຸລະກິດດ້ວຍທຶນຕົນເອງມາຕະຫຼອດ ແລະ ເປັນຄັ້ງທໍາອິດທີ່ໄດ້ກູ້ເງິນຈາກທະນາຄານ ໂດຍໄດ້ຮັບສິນເຊື່ອບ້ວງອັດຕາດອກເບ້ຍ 3% ຕໍ່ປີ ຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຜ່ານການປ່ອຍກູ້ຂອງທະນາຄານມາຣູຮານ ເຈແປນລາວ ເພື່ອເປັນທຶນຄົງທີ່ ເຂົ້າໃນການປັບປຸງ ແລະ ຕໍ່ເຕີມຮ້ານເພື່ອເປັນຫ້ອງວາງສະແດງຜ້າໄຫມ ແລະ ເປັນທຶນໝູນວຽນເຂົ້າໃນການຊື້ວັດຖຸດິບເຊັ່ນ: ເສັ້ນໄໝ ແລະ ຈ່າຍຄ່າແຮງງານໃຫ້ຊ່າງຕໍ່າຫູກ.

ພາຍຫຼັງທີ່ເພິ່ນໄດ້ຮັບອະນຸມັດສິນເຊື່ອແລ້ວ ໄດ້ໃຫ້ລູກສາວເຂົ້າຮ່ວມການຝຶກອົບຮົມໃນຫົວຂໍ້: ການຂຽນແຜນທຸລະກິດ, ການເງິນ ແລະ ການບັນຊີ. ພ້ອມນີ້, ກໍກໍາລັງສຶກສາກະກຽມການເຂົ້າລະບົບບັນຊີໃຫ້ສຳເລັດ ພາຍໃນປີ 2021 ນີ້.

ທ່ານ ນາງ ໄຕແກ້ວ ໄດ້ກ່າວຕື່ມວ່າ ຄວາມທ້າທາຍຂອງເພິ່ນແມ່ນຕິດພັນກັບບັນຫາເສັ້ນໄໝບໍ່ພຽງພໍກັບຄວາມຕ້ອງການ ແລະ ຂາດຜູ້ຕໍ່າຫູກທີ່ມີຝີມືດີ ແລະ ເປັນມືອາຊີບແທ້ໆ, ບາງຄັ້ງເມື່ອມີການສັ່ງຊື້ຈໍານວນຫຼາຍຈາກຕ່າງປະເທດ ເພິ່ນກໍບໍ່ສາມາດຕອບສະໜອງໄດ້ ເພາະກຳລັງການຜະລິດຍັງຈໍາກັດ.

ທ່ານໃດສົນໃຈ ສາມາດເຂົ້າຊົມຜະລິດຕະພັນຫັດຖະກໍາໄຕແກ້ວ ໄດ້ຢູ່ທີ່ ສາຂາບ້ານສະພານທອງເໜືອ ເມືອງສີສັດຕະນາກ ແລະ ສາຂາບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.la.