ຕ້ອງ​ໄດ້​ແກ້​ໄຂ! ຄບ​ຕ ເລັ່ງ​ອະ​ນາ​ໄມ​ຄອງ​ນ້ຳ​ແກ້​ໄຂ​ບັນ​ຫາ​ນ້ຳ​ຖ້ວມ

SA Game

lsecuritynews.com

ຄບ​ຕ ​ເລັ່ງ​ອະ​ນາ​ໄມ​ຮ່ອງ​ລະ​ບາຍ​ນ້ຳ​ໃນ​ນະ​ຄອນຫຼວງວຽງ​ຈັນເພື່ອ​ຊ່ວຍແກ້​ໄຂ​ບັນ​ຫາ​ນໍ້າຖ້ວມ.

ລະ​ດູ​ຝົນ​ແຕ່​ລະ​ປີ​ມັກ​ຈະ​ພົບ​ບັນ​ຫາ​ນ້ຳ​ຖ້ວມ​ຕາມ​ໃນ​ຕົວ​ເມືອງ, ເສັ້ນ​ທາງ​ນ້ອຍ​ໃຫຍ່​ຕ່າງໆ, ແລະ ໃນ​ລະ​ດູ​ແລ້ງ​ນີ້​ຖື​ວ່າ​ເປັນ​ໂອ​ກາດ​ດີ​ໃນ​ການ​ຈະ​ອະ​ນາ​ໄມ​ຄອງ​ນ້ຳ​ເພື່ອ​ຊ່ວຍ​ໃນ​ການ​ລະ​ບາຍ​ນ້ຳ​ໃຫ້​ດີ​ຂື້ນ, ຄບ​ຕ ກຳ​ລັງ​ເລັ່ງ​ອະ​ນາ​ໄມ​ຮ່ອງ​ລະ​ບາຍ​ນ້ຳ​ໃນ​ນະ​ຄອນຫຼວງວຽງ​ຈັນ​ ໃນ​ລະ​ດູ​ແລ້ງ ເພື່ອ​ຄວາມ​ສະ​ດວກ​ໃນ​ການ​ອະ​ນາ​ໄມ ແລະ ເມື່ອ​ມີ​ຝົນ​ຕົກ​ລົງ​ມາ ຈະ​ເຮັດ​ໃຫ້​ນ້ຳ​ໄຫຼ​ສະ​ດວກ, ບໍ່​ເກີດ​ມີ​ນ້ຳ​ຖ້ວມ​ຂັງ, ພ້ອມ​ເລັ່ງ​ປັກ​ເຂດ​ສະ​ຫງວນ ເພື່ອ​ງ່າຍ​ຕໍ່​ການ​ປົກ​ປັກ​ຮັກ​ສາ.

ໃນວັນ​ທີ 22 ພະ​ຈິກ 2021, ຫ້ອງ​ການ ຄບ​ຕ ໄດ້​ມາ​ລວງ​ຄອງ​ລະ​ບາຍ​ນ້ຳ​ຢູ່​ເຂດ​ບ້ານ​ໂພນ​ປາ​ເປົ້າ ເຊິ່ງ​ຮ່ອງ​ດັ່ງ​ກ່າວ​ນີ້ ບໍ່​ໄດ້​ລວງ​ມາ​​ປະ​ມານ 5 ປີແລ້ວ, ຮ່ອງ​ດັ່ງ​ກ່າວ​ນີ້ ເປັນ​ບ່ອນ​ຮັບ​ນ້ຳ​ທີ່​ໄຫຼມາ​ຈາກ​ຮ່ອງ​ລະ​ບາຍ​ນ້ຳ​ຕ່າງ​ໃນ​ເຂດ​ບ້ານ​ໂພນ​ປາ​ເປົ້າ, ນັບ​ແຕ່​ເຂດ​ໂຮງ​ໝໍ 103 ແມ່ນ​ໄຫຼມາ​ໂຮມ​ຢູ່​ຮ່ອງ​ລະ​ບາຍ​ນ້ຳ​ແຫ່ງ​ນີ້, ໃນ​ຊ່ວງ​ລະ​ດູ​ຝົນ ມື້​ໃດ​ມີ​ຝົນ​ຕົກ​ໜັກ ຈະ​ມີ​ນ້ຳ​ເຕັມເກືອບ​ລົ້ນ​ຮ່ອງ​ລະ​ບາຍ​ນ້ຳ, ບາງ​ປີ​ກໍ​ລົ້ນ ເນື່ອງ​ຈາກ​ມີ​ສິ່ງ​ອຸດ​ຕັນ ເຮັດ​ໃຫ້​ນ້ຳ​ໄຫຼບໍ່​ສະ​ດວກ ກ່ອນ​ຈະ​ໄຫຼ​ລົງ​ສູ່​ເຂດດອນກອຍ.

SA Game
lsecuritynews.com

ທ່ານ ບຸນ​ຈັນ ແກ້ວ​ສີ​ທຳ​ມະ ຫົວ​ໜ້າ​ຫ້ອງ​ການ​ຄຸ້ມ​ຄອງ ແລະ ບໍ​ລິ​ຫານ​ຕົວ​ເມືອງວຽງ​ຈັນ (ຄບ​ຕ) ເປີດ​ເຜີຍ​ຕໍ່​ສື່ມວນ​ຊົນ​ວ່າ:

ການ​ລວງ​ຮ່ອງ​ລະ​ບາຍ​ນ້ຳ​ດັ່ງ​ກ່າວ​ນີ້ ມີ​ຄວາມ​ຍາວ​ປະ​ມານ 700 ກວ່າ​ແມັດ ເຊິ່ງ​ພາຍຫຼັງ​ລວງ​ຮ່ອງ​ລະ​ບາຍ​ນ້ຳ​ດັ່ງ​ກ່າວ​ນີ້ສຳ​ເລັດ ຄບ​ຕ ຈະ​ໄປ​ລວງ​ຮ່ອງ​ລະ​ບາຍ​ນ້ຳ​ແຫ່ງ​ອື່ນໆ ເຊິ່ງ​ຮ່ອງ​ລະ​ບາຍ​ນ້ຳ​ໃດທີ່​ມີ​ເສດ​ຂີ້​ເຫຍື້ອ, ຕົມ ຫຼື ສິ່ງອຸດ​ຕັນ, ຄ​ບ​ຕ ຈະ​ຂຶ້ນ​ແຜນ​​ອະ​ນາ​ໄມລວງ ກ່ອນ​ຮອດ​ລະ​ດູ​ຝົນ ເຊິ່ງ​ການ​ລວງ​ຮ່ອງ​ລະ​ບາຍ​ນ້ຳ ຈະ​ເຮັດ​ໃນ​ລະ​ດູ​ແລ້ງ ເນື່ອງ​ຈາກ​ສະ​ດວກຫຼາຍ​ຢ່າງ ນັບ​ແຕ່​ການ​ເອົາ​ລົດ​ເຂົ້າ-ອອກ, ຂົນ​ເສດ​ຂີ້​ເຫຍື້ອຫຼືຂີ້​ຕົມ​ໄປ​ຖິ້ມ​ກໍ​ສະ​ດວກກວ່າ​ ເຊິ່ງ​ເມື່ອ​ມີ​ຝົນ​ຕົກ​ລົງ​ມາ​ຈະ​ເຮັດ​ໃຫ້​ນ້ຳ​ໄຫຼ​ສະ​ດວກ.

SA Game
lsecuritynews.com

ທ່ານ ກ່າວ​ອີກວ່າ: ຮ່ອງ​ລະ​ບາຍ​ນ້ຳ​ຢູ່​ໃນ​ຕົວ​ເມືອງ​ໃນ​ນະ​ຄອນຫຼວງວຽງ​ຈັນ ສ່ວນຫຼາຍ​ເກີດ​ມີ​ບັນ​ຫາ​ສິ່ງ​ອຸດ​ຕັນ ເນື່ອງ​ຈາກ​ພວກ​ເຮົາ​ບໍ່​ໄດ້​ອະ​ນາ​ໄມ ເພາະ​ງົບ​ປະ​ມານ​ມີ​ຈຳ​ນວນ​ຈຳ​ກັດ, ອີກ​ຢ່າງ​ໜຶ່ງ​ພຶດ​ຕິ​ກຳການ​ຖິ້ມ​ຂີ້​ເຫຍື້ອ​ຂອງ​ປະ​ຊາ​ຊົນ​ ສ່ວນຫຼາຍ​ແມ່ນ​ມັກ​ຖິ້ມ​ຕາມ​ຮ່ອງ​ຕາມແຄມ​ທາງ ຈຶ່ງ​ມັກ​ເກີດ​ບັນ​ຫາ​ຮ່ອງ​ລະ​ບາຍ​ນ້ຳ​ອຸດ​ຕັນ. ດັ່ງ​ນັ້ນ, ເມື່ອ​ມີ​ຝົນ​ຕົກ​ໜັກ​ກໍ​ຈະ​ເຮັດ​ໃຫ້​ມັກ​ເກີດ​ບັນ​ຫາ​ນ້ຳ​ຖ້ວມ​ຂັງ, ສະ​ນັ້ນເມື່ອ​ພວກ​ເຮົາ​ລວງ​ຮ່ອງ​ລະ​ບາຍ​ນ້ຳ​ແລ້ວ ​ເຖິງວ່ານ້ຳ​ຈະ​ໄຫຼມາ​ຈາກ​ຮ່ອງ​ລະ​ບາຍ​ນ້ຳ​ນ້ອຍຫຼາຍ​ຮ່ອງ ກໍ​ຈະ​ເຮັດ​ໃຫ້​ນ້ຳ​ໄຫຼ​ສະ​ດວກ, ບໍ່​ເກີດ​ມີ​ບັນ​ຫາ​ນ້ຳ​ຖ້ວມ​​ເຮືອນ​ຊນ​ບ້ານ​ສ່ອງ​ຂອງ​ປະ​ຊາ​ຊົນ.

ການ​ລວງ​ຄອງ​ລະ​ບາຍ​ນ້ຳ​ໃນ​ນະ​ຄອນຫຼວງວຽງ​ຈັນ ເປັນ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ຂອງ ຄບ​ຕ. ດັ່ງ​ນັ້ນ, ຄບ​ຕ ຈຶ່ງ​ໄດ້​ສົມ​ທົບ​ກັບ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ເປັນ​ຕົ້ນ​ແມ່ນ ຄ​ບ​ຕ ເມືອງ, ອຳ​ນາດ​ການ​ປົກ​ຄອງ​ບ້ານ ເພື່ອ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ການ​ປົກ​ປັກ​ຮັກ​ສາ.

SA Game
lsecuritynews.com

ທ່ານ ກ່າວ​ອີກວ່າ: ໃນ​ຕໍ່​ໜ້າ ຄບ​ຕ ຈະ​ພະ​ຍາ​ຍາມ​ສ້າງ​ເຂດ​ສະ​ຫງວນ ເຊິ່ງ​ເຂດ​ສະ​ຫງວນ​ຖື​ວ່າມີ​ຄວາມ​ສຳ​ຄັນ, ພາຍຫຼັງ​ກໍ່​ສ້າງ​ຮ່ອງ​ລະ​ບາຍ​ນ້ຳ​ສຳ​ເລັດ​ແລ້ວ ຈະ​ພະ​ຍາ​ຍາມ​ຮັກ​ສາ​ເຂດ​ສະ​ຫງວນ​ໄວ້​ເບື້ອງ​ລະ 6-8 ແມັດ ໂດຍ​ອີງ​ຕາມ​ສະ​ພາບ​ຄວາມ​ເປັນ​ຈິງ.

ໄລ​ຍະ​ຜ່ານ​ມາ, ການ​ປຸກ​ເຮືອນ ຫຼື ​ກໍ່ສ້າງ​ທີ່​ຢູ່​ອາ​ໄສ​ຂອງ​ປະ​ຊາ​ຊົນ ບາງ​ເຂດກວມ​ເອົາ​ເຂດ​ຮ່ອງ​ລະ​ບາຍ​ນ້ຳ ​ເຊິ່ງ​ພາຍຫຼັງ​ທີ່​ກໍ່​ສ້າງ​ຮ່ອງ​ລະ​ບາຍ​ນ້ຳ​ແລ້ວ ປະ​ຊາ​ຊົນ​ພາ​ກັນ​ເຮັດ​ສວນ​ປູກ​ຜັກ​ໃສ່​ຕາມ​ແຄມ​ຮ່ອງ​ລະ​ບາຍ​ນ້ຳ, ບາງ​ເຂດບາງ​ບ່ອນ​ປຸກ​ເຮືອນ​ຈົນ​ເກືອບ​ຈຸ​ຄອງ, ເມື່ອ​ມີ​ແຜນ​ອະ​ນາ​ໄມລວງ​ຄອງ ຈຶ່ງ​ບໍ່​ສາ​ມາດນຳ​ລົດ​ຈົກ, ລົດ​ບັນ​ທຸກ​ເຂົ້າ​ເຖິງ​ໄດ້. ດັ່ງ​ນັ້ນ, ຈຶ່ງ​ຈຳ​ເປັນ​ຕ້ອງ​ມີ​ເຂດ​ສະ​ຫງວນ, ເຊິ່ງ​ປະ​ເດັນ​ດັ່ງ​ກ່າວ​ນີ້ ​ຕາມ​ທິດ​ຊີ້​ນຳ​ຂອງເຈົ້າ​ຄອງ​ນະ​ຄອນຫຼວງວຽງ​ຈັນ​ ກໍ​​ໄດ້​ແນະ​ນຳ​ຂະ​ແໜງ​ການ​ກ່ຽວ​ຂ້ອງ​ແລ້ວ ເຊິ່ງ​ພວກ​ເຮົາ​ຈະ​ສຸມ​ໃສ່​ປັກ​ເຂດສະ​ຫງວນ​​ໃຫ້​ໄວ ເພື່ອ​ການ​ບຳ​ລຸງ​ຮັກ​ສາ​ງ່າຍ​ຂຶ້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: lsecuritynews.com