ຕົ້ນ​ປີ2021 ນະ​ຄອນ​ຫລວງວຽງ​ຈັນ​ອະ​ນຸ​ມັດ​ເປີດ​​ໂຮ​ງ​ງານໃໜ່ກວ່າ90​ໂຮງ​ງານ

SA Game

laoedaily.com.

ຕົ້ນປີນີ້ ນະຄອນຫຼວງວຽງຈັນ ອະນຸຍາດດໍາເນີນກິດຈະການໂຮງງານໃໝ່ 90 ໂຮງງານ.

ການ​ທີ່​ໄດ້​ມີ​ກິດ​ຈະ​ການ​ທຸ​ລະ​ກິດ​ຕ່າງໆ ລວມ​ທັງ​ໂຮງ​ຈັກ​ໂຮງ​ງານ​ທີ່​ໄດ້​ເກີດ​ຂື້ນ​ຢູ່​ໃນ​ ສ​ປ​ປ ລາວ ແມ່ນ​ເປັນ​ສິ່ງ​ທີ່​ດີ ແລະ ສາ​ມາ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ພໍ​ແມ່​ປະ​ຊາ​ຊົນ​ຊາວ​ລາວ​ໄດ້​ຢ່າງ​ຫລວງ​ຫລ​າຍ​ໃນ​ແຕ່​ລະ​ປີ, ແລະ ໃນ​ຊ່ວງ​ເວ​ລາ ແລະ ສະ​ພາບ​ການ​ປະ​ຈຸ​ບັນ​ໄດ້​ເຮັດ​ໃຫ້​ຫລາຍໆ​ໂຮງ​ງານ​ໄດ້​ໂຈະ​ຊົວ​ຄາວ​ເນື່ອງ​ຈາກ​ນະ​ໂຍ​ບາຍ​ການ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ເພື່ອ​ບໍ່​ໃຫ້​ຂະ​ຫຍາຍ​ຕົວ​ເປັນ​ວົງ​ກ້​ວາງ.

ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ລາຍງານການຈັດຕັ້ງປະຕິບັດວຽກງານວິສະເພາະໃນ 6 ເດືອນຕົ້ນປີ 2021 ຕໍ່ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເມື່ອບໍ່ດົນມານີ້ວ່າ:

ໃນ 6 ເດືອນຕົ້ນປີ ພະແນກ ອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ອອກອະນຸຍາດດໍາເນີນກິດຈະການໂຮງງານໃໝ່ໄດ້ 90 ໂຮງງານ ມີທຶນທັງໝົດ 293,15 ຕື້ກີບ.

SA Game
laoedaily.com.

ປັດຈຸບັນທົ່ວນະຄອນຫຼວງວຽງຈັນມີໂຮງງານ 3.330 ແຫ່ງ, ໃນນີ້ໂຮງງານຂະໜາດໃຫຍ່ມີ 180 ແຫ່ງ, ຂະໜາດກາງ 227 ແຫ່ງ, ແບບຄອບຄົວ 2.492 ແຫ່ງ ລວມທຶນ 4.884,44 ຕື້ກີບ ແລະ ມີແຮງງານກຳມະກອນ 54.339 ຄົນ ຍິງ 32.052 ຄົນ.

ວຽກງານຄຸ້ມຄອງໂຮງງານອຸດສາຫະກຳປຸງແຕ່ງໄມ້: ໄດ້ມີການດັດສົມໂຮງງານອຸດສາຫະກຳປຸງແຕ່ງໄມ້ ຕາມຄຳສັ່ງເລກທີ 15/ນຍ, ຜ່ານການດັດສົມແມ່ນໄດ້ມີການຢຸດເຊົາ 32 ໂຮງງານ, ໃຫ້ສືບຕໍ່ 32 ໂຮງງານ, ໃຫ້ປັບປຸງ 83 ໂຮງງານ ແລະ ໃຫ້ຍ້າຍສະຖານທີ່ 15 ໂຮງງານ.

SA Game
laoedaily.com.

ວຽກງານພັດທະນານິຄົມອຸດສາຫະກຳ ແມ່ນໄດ້ມີການສຶກສາຄວາມເປັນໄປໄດ້ໃນເນື້ອທີ່ 20 ເຮັກຕາ ປັດຈຸບັນ 14 ຕອນດິນ
ວຽກງານປົກປ້ອງຜູ້ຊົມໃຊ້ 6 ເດືອນຕົ້ນປີ ໄດ້ຜ່ານເນື້ອໃນສະຫຼາກສິນຄ້າເປັນພາສາລາວ ມີ 7 ບໍລິສັດ ລວມມີລາຍການສິນຄ້າທັງໝົດ 147 ລາຍການ, ສົມທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ມີ 5 ບໍລິສັດ ລວມມີລາຍການສິນຄ້າທັງໝົດ 37 ລາຍ ເຫັນວ່າບໍລິສັດເພີ່ມຂຶ້ນ 40% ແລະ ລາຍການສິນຄ້າເພີ່ມຂຶ້ນ 297,29%, ມາຮອດປັດຈຸບັນມີບໍລິສັດທີ່ມາຜ່ານເນື້ອໃນການຕິດສະຫຼາກ 62 ບໍລິສັດ ແລະ ຕິດແລ້ວ ຈຳນວນ 1.744 ລາຍການສິນຄ້າ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.