ຕົວ​ເມືອງ​ນະ​ຄອນ​ຫລວງວຽງ​ຈັນ​ເລີມ​ມີ​ນ້ຳ​ຖ້ວມ​ນ້ຳ​ອັ່ງ​ເປັນ​ບາງ​ຈຸດ​ແລ້ວ

SA Game

ຂ​ປ​ລ

​ທຳ​ມະ​ຊາດ​ເລີມ​ເຕືອນ! ​ບັນ​ຫາ​ຫລັງ​ຈາກ​​ມື້​ຝົນ​ຕົກຂອງ​ຕົວ​ເມືອງ​ນະ​ຄອນ​ຫລວງວຽງ​ຈັນ

ຕົວ​ເມືອງ​ນະ​ຄອນ​ຫລວງວຽງ​ຈັນ​ເລີມ​ມີ​ບັນ​ຫາ​ຫລັງ​ຈາກ​ຝົນ​ໄດ້​ເທ​ລົງ​ມາ​ໃນ​ມື້​ສອງ​ມື້​ຜ່ານ​ມາ, ມີສະພາບນໍ້າຖ້ວມອັ່ງ ຍ້ອນມັນໄຫລບໍ່ທັນຢູ່ຫລາຍບ່ອນ ເຮັດໃຫ້ການສັນຈອນຕາມຖະໜົນຫລາຍຍ່ານ, ເຮືອນຊານບ້ານຊ່ອງ ບ່ອນໃກ້ຮ່ອງ ແລະ ຫລຸບຕໍ່າ ຫຍຸ້ງຍາກໄປຕາມໆກັນ ອັນນີ້ແມ່ນຍ້ອນທໍາມະຊາດ ກໍ່ສ່ວນໜຶ່ງ, ຍ້ອນຊຸມເຮົາເຈົ້າຂ້ອຍກໍ່ສ່ວນໜຶ່ງ ຊຶ່ງມີສ່ວນເຮັດໃຫ້ຫຍຸ້ງຍາກຄືແນວນັ້ນ ວ່າຊັ້ນ, ຕາມຄໍາເຫັນຫລາຍຄົນທີ່ພໍເກັບກໍາມາໄດ້.

ມີບາງຄໍາເຫັນເວົ້າວ່າ ນັ້ນແມ່ນສັນຍານເຕືອນຈາກທໍາມະຊາດຫລືບໍ່? ບາງທັດສະນະກໍ່ວ່າ ບັນຫາເກີດຂຶ້ນເກີດຈາກທໍາມະຊາດ ແລະ ຍ້ອນມະນຸດມະນາຕາດໍາເຮົານີ້ລະ. ຄັນບໍ່ມີຝົນຫລາຍ ນໍ້າກໍ່ບໍ່ຖ້ວມ ກົກມັນມາຈາກນັ້ນ? ແຕ່ບັນຫາທີ່ຖືກຕັ້ງຂຶ້ນແມ່ນການກະທໍາຂອງຄົນ ກໍ່ມີສ່ວນ ? ຝົນຕົກ ເປັນໄປຕາມລະດູການໂດຍທໍາມະຊາດຂອງບ້ານເຮົາ (ປີໜຶ່ງມີສອງລະດູ ແລ້ງ ແລະ ຝົນ).

SA Game
ຂ​ປ​ລ

ທັດສະນະຂອງຫລາຍຄົນກໍ່ວ່າ ຄົນເຮົາກໍ່ມີສ່ວນເຮັດໃຫ້ເກີດບັນຫາ, ພວກເຮົາມັກເວົ້າເຖິງການຮັກສາປ່າໄມ້ ໃຫ້ເປັນປອດ, ໃຫ້ເປັນບ່ອນປ້ອງກັນການເຊາະເຈື່ອນ, ອູ້ມນໍ້າ ແລະ ອື່ນໆ, ແຕ່ບາງທີຖືເບົາອັນໃກ້ຕົວ ຄືອາດລືມຮັກສາບ່ອນຢູ່ຂອງນໍ້າທີ່ສົມມາພາຄວນ. ຄົນເຮົາເວົ້າເຖິງປັດໄຈພື້ນຖານທັງ 4 ລວມມີທີ່ຢູ່ອາໄສ, ແລ້ວນໍ້າ ຕ້ອງມີບ່ອນຢູ່? ຖ້າບໍ່ມີ ຫລື ມີບໍ່ພໍກັບປະລິມານຜະລິດຕາມທໍາມະຊາດ, ນໍ້າຈະໄປຢູ່ບ່ອນໃດ? ທີ່ຢູ່ອາໄສຂອງຄົນ ນອກຈາກມີບ່ອນນອນ, ບ່ອນກິນ(ລວມທັງບ່ອນແຕ່ງກິນ),ບ່ອນນັ່ງຫລິ້ນ,… ແລ້ວ ຍັງຕ້ອງມີບ່ອນລະບາຍ, ລະບາຍໄປໃສ? ເຖິງວ່າມີບ່ອນກັກໄວ້ກ່ອນ, ແຕ່ສຸດທ້າຍກໍ່ມີຍາມຕ້ອງໄດ້ເອົາໄປຖິ້ມ(ໃສ່ທໍາມະຊາດ).

ນໍ້າໄຫລໄປຕາມສະພາບຄ້ອຍຊັນຂອງພື້ນທີ່, ສຸດທ້າຍ ໄປໂຮມຢູ່ບ່ອນຫລຸບຕໍ່າ, ຖ້າເນື້ອທີ່ນັ້ນບໍ່ພຽງພໍ ກໍ່ຈະລົ້ນຈ່ານໄປ ຍື່ງຂຶ້ນຖ້ວມບ່ອນສູງ,… ບໍ່ໄດ້ເລື່ອງແປກປະຫລາດຫຍັງ ເພາະມັນລະບາຍບໍ່ທັນໂດຍທໍາມະຊາດ ທັງການຊຶມລົງດິນ ແລະ ໄຫລຕາມພື້ນທີ່ທໍາມະຊາດ. ຄັນຊັ້ນ ນໍ້າອັ່ງຖ້ວມວ່າງມື້ວານມື້ກ່ອນ ຍ້ອນນໍ້າບໍ່ມີບ່ອນຢູ່? ສະພາບຕົວຈິງໄດ້ໃຫ້ເຫັນມາແລ້ວວ່າ ມີສ່ວນ ເພາະປະລິມານນໍ້າຝົນຫລາຍກວ່າການຮອງຮັບຂອງເນື້ອທີ່ຮັບນໍ້າໂດຍທໍາມະຊາດທີ່ມີ, ຂະນະທີ່ລະບົບລະບາຍນໍ້າທໍາມະຊາດ ກໍ່ຂໍ້ຈໍາກັດ ຍ້ອນການປຸກສ້າງທີ່ຈັດສັນບໍ່ທັນເຂົ້າຮູບເຂົ້າຮອຍ ຕັນທາງໄຫລຂອງນໍ້າ ຫລື ຈໍາກັດການໄຫລລົງສູ່ພື້ນທີ່ຮັບນໍ້າຊ້າກວ່າເກົ່າ ໃນຂະນະນໍ້າຝົນພັດຖອກເທລົງມາປະລິມານຫລາຍ.

SA Game
ຂ​ປ​ລ

ສະພາບເກີດຂຶ້ນ ຈະແກ້ບ່ອນໃດ? ແກ້ທໍາມະຊາດ ບໍ່ໃຫ້ມີຝົນຫລາຍໄດ້ຫລືບໍ່? ຂໍ້ຄິດເລື່ອງ ແປງໝວກໃສ່ຫົວ ຫລື ຈະແປງຫົວໃຫ້ຖືກກັບໝວກ? ກັບມາໃຫ້ເຫັນພາບເປັນມົວໆ, ທໍາມະຊາດສົ່ງສັນຍານເຕືອນເຮົາ ຫລືສະພາບ ໂດຍບັງເອີນ? ເຮົາຄວນສະດຸ້ງ ຫລື ຄຶດວ່າ ຈັກໜ້ອຍນໍ້າກໍ່ຫາກຈະບົກເອງ? ຫລາຍປີກ່ອນບ່ອນທີ່ມີນໍ້າອັ່ງຖ້ວມເວລາຝົນຕົກລິນຮ່າໃຫຍ່ ມີບໍ່ຫລາຍບ່ອນ ໂດຍສະເພາະເສັ້ນທາງ ກໍ່ເຫັນແຖວໜ້າວັດອົງຕື້ ຖະໜົນເສດຖາທິລາດ, ສີ່ແຍກທາດຫລວງ, ໜ້າຫໍປະຊຸມແຫ່ງຊາດ…ແຕ່ມາຝົນປີນີ້ ສະພາບມື້ວານມື້ກ່ອນ ເຫັນນໍາກັນແລ້ວວ່າ ເກີດຢູ່ຫລາຍບ່ອນຂຶ້ນ, ມີທັງບ່ອນທີ່ເປັນເຂດທາງສ້າງໃໝ່ ແລະ ເກົ່າ. ຮ່ອງນໍ້າເກົ່າມີ ແຕ່ບໍ່ໄດ້ອະນາໄມ ລວງໃຫ້ໂລ່ງໂປ່ງ? ຫລື ຮ່ອງຮູ(ນໍ້າ)ໃໝ່ ຈໍາກັດການໄຫລຂອງນໍ້າ ຫລື ຍ້ອນບໍ່ມີບ່ອນຮັບນໍ້າພໍ? ຊອກໃຫ້ເຫັນຈຸດ ຈຶ່ງຈະເກົາຖືກບ່ອນຄັນ. ຢ່າຕິໃຜ, ພ້ອມໃຈກັນແກ້ໄຂປັບປຸງ ຕາມພັນທະໜ້າທີ່, ມີຄໍາເຫັນຢ່າງສ້າງສັນ ຊ່ວຍກັນພັດທະນາສັງຄົມ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ.