ຕິດຕາມກິດຈະກໍາໂຄງການອາຫານທ່ຽງຢູ່ບັນດາໂຮງຮຽນ

SA Game

ຂປລ.

ຊຸກຍູ້ ແລະ ປຸກລະດົມໃຫ້ຊຸມຊົນມີສ່ວນຮ່ວມໂຄງການອາຫານທ່ຽງຢູ່ບັນດາໂຮງຮຽນ

ປະຕິບັດແຕ່ວັນທີ 20 ມີນາ 2023 ເປັນຕົ້ນມາ ໂຄງການອາຫານທ່ຽງໃນໂຮງ ຮຽນປະຈໍາເມືອງເມິງ, ຫ້ອງການຄູ່ປະສານງານ ໂຄງການອາຫານທ່ຽງໃນໂຮງ ຮຽນປະຈໍາເມືອງເມິງ ຕິດຕາມ, ລົງຊຸກຍູ້ ແລະ ປຸກລະດົມໃຫ້ຊຸມຊົນມີສ່ວນຮ່ວມ ໃນການປະກອບສ່ວນດ້ານອາ ຫານ ແລະ ແຮງງານເຂົ້າໃນການປຸ່ງແຕ່ງອາຫານຢູ່ແຕ່ລະໂຮງຮຽນພາຍໃນເມືອງ

ເຊິ່ງນໍາໂດຍ ທ່ານ ສີພູທອນ ຈິດຕະວົງ ຜູ້ຮັບຜິດຊອບໂຄງການ ອາຫານທ່ຽງປະຈໍາເມືອງເມິງ, ມີພະນັກງານຫ້ອງການ, ພາກສ່ວນກ່ຽວຂ້ອງ ຂອງເມືອງ ລົງປະຕິບັດຕາມແຜນກິດຈະກໍາຢູ່ໃນແຕ່ລະໂຮງຮຽນພາຍໃນເມືອງ  ແລະ ຄາດວ່າຈະສໍາເລັດກິດຈະກໍາໃນວັນທີ 30 ມີນາ 2023 ນີ້.

ທົ່ວເມືອງເມິງ ມີໂຮງຮຽນປະຖົມທີ່ນອນຢູ່ໃນເປົ້າໝາຍຂອງ ໂຄງການອາຫານທ່ຽງທັງໝົດ 24 ໂຮງຮຽນ, ໂດຍປະຕິບັດຕາມແຜນກິດຈະກໍາປະຈໍາເດືອນ ມີນາ 2023, ໃນການລົງຊຸກຍູ້ຕິດຕາມການປຸ່ງແຕ່ງອາຫານທ່ຽງ ຂອງແຕ່ລະໂຮງຮຽນ, ກວດກາຄືນບົດບັນທຶກຈໍານວນນັກຮຽນ ທີ່ມີສ່ວນຮ່ວມໃນການກິນອາຫານທ່ຽງປະຈໍາວັນ, ກວດກາການປ້ອນຂໍ້ມູນທາງແອບ Lao school meal app

SA Game
ຂປລ.

ລວມເຖິງການກວດກາຍອດອາຫານປະຈໍາເດືອນ ຕາມແຜນກິດຈະກໍາຂອງໂຄງການທີ່ກໍານົດໄວ້ ແລະ ເພື່ອເປັນການອະທິບາຍໃຫ້ ພໍ່-ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບການປະກອບສ່ວນດ້ານສະບຽງອາຫານ ແລະ ແຮງງານຂອງປະຊາຊົນເຂົ້າໃນການປຸງແຕ່ງອາຫານທ່ຽງ ສໍາລັບເດັກໃນແຕ່ລະວັນ.

ເປົ້າໝາຍຫລັກຂອງໂຄງການ ເພື່ອສົ່ງເສີມການເຂົ້າເຖິງອາຫານທີ່ມີໂພຊະນາການ ແລະ ເພື່ອໃຫ້ເດັກນ້ອຍ ໃນຄອບຄົວດ້ອຍໂອກາດ ໄດ້ຮັບການສຶກສາຊັ້ນປະຖົມ, ເສີມສ້າງຄວາມເຂັ້ມແຂງໃຫ້ລັດຖະບານ ແລະ ຊຸມຊົນ ເປົ້າໝາຍໃນການສົ່ງເສີມອາຫານທ່ຽງໃນໂຮງຮຽນ ໂດຍສາມາດປະສານງານ ແລະ ຮັບເອົາການຄ່ຽນຖ່າຍໂຄງການ ອາຫານທ່ຽງທີ່ສະໜັບສະໜູນຈາກອົງການອາຫານໂລກ ເຊື່ອມສານເຂົ້າໃນແຜນງານອາຫານທ່ຽງຂອງລັດຖະບານ, ເພື່ອສະໜັບສະໜູນລັດຖະບານໃນການສຳເລັດການຄໍ້າປະກັນສະບຽງອາຫານ

SA Game
ຂປລ.

ສົ່ງເສີມການສຶກສາຮຽນຮ່ວມ ແລະ ປັບປຸ່ງພຶດຕິກຳດ້ານໂພຊະນາການ ສໍາລັບກຸ່ມປະຊາກອນດ້ອຍໂອກາດ ໂດຍສະເພາະນັກຮຽນໃນເຂດຊົນນະບົດ ຫ່າງໄກສອກຫລີກ ເພື່ອເປັນການດຶງດູດໃຫ້ເດັກນ້ອຍໃນເຂດຫ່າງໄກສອກຫລີກ ມີແນວຄິດທີ່ສ້າງສັນ, ມີຄວາມສາ ມັກຄີກັນ ຮູ້ສຶກຕື່ນຕົວຢາກມາເຂົ້າໂຮງຮຽນດ້ວຍຄວາມສະໝັກໃຈ ແລະ ບໍ່ມີແນວຄິດຢາກຂາດໂຮງຮຽນຫລາຍ ຂຶ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.