ຕາດແຝກ ອີກໜຶ່ງສະຖານທີ່ທ່ອງທ່ຽວທີ່ສວຍງາມ

SA Game

ພາບ: ຂປລ

ຄວາມສວຍງາມຂອງຕາດແຝກ ສະຖານທີ່ທ່ອງທ່ຽວເຊກອງ.

ຕາດ​ແຝກ ເຮົາສາມາດເດີນທາງ​ໄປ​ສະ­ຖານ­ທີ່​ແຫ່ງນີ້ໄດ້ 2 ເສັ້ນ­ທາງ​ຄື​ຈາກ​ແຂວງ ເຊ​ກອງ ມາ​ຕາມ​ເສັ້ນ­ທາງ​ເລກ​ທີ 16 ທິດ­ໃຕ້ 15 ກິ­ໂລ­ແມັດ​ແລ້ວ​ແວ່​ກ້ຳ ຊ້າຍ​ມື​ເຂົ້າ​ໄປ​ອີກ 2 ກິ­ໂລ­ແມັດ, ສ່ວນ​ອີກ​ເສັ້ນ­ທາງ​ໜຶ່ງ​ຖ້າ​ມາ​ແຕ່ ແຂວງ​ອັດ​ຕະ​ປື​ເມື່ອ​ຫວິດ​ສົ້ນ​ຂົວ​ເຊ ນ້ອຍ 30-40 ແມັດ​ແລ້ວ ແວ່​ກໍ້າ ຂວາ​ມື​ເຂົ້າ​ໄປ 3-4 ກິ­ໂລ­ແມັດ​.

ຕາດແຝກ ມີຄວາມ​ກວ້າງ​ໃຫຍ່​ຂອງ​ທຳ​ມະ​ຊາດ ທີ່​ຮົ່ມ​ເຢັນ​ເຊິ່ງ​ໄດ້​ສ້າງ​ໃຫ້​ເກີດ ຄວາມ​ສະ­ບາຍ​ອົກ​ສະ­ບາຍ​ໃຈ​ເອົາ ແທ້​ເອົາ​ວ່າ. ຂະ­ນະ​ດຽວ​ກັນ​ກໍ​ມີ​ສາ ລາ​ອະ­ເນກ​ປະ­ສົງ​ເພື່ອ​ຊົມ​ທິວ​ທັດ ທຳ​ມະ​ຊາດ​ເບິ່ງ​ຄວາມ​ກວ້າງ​ຂອງ ນ້ຳ​ໂຕນ​ຕາດ 50 ແມັດ​ຂຶ້ນ​ໄປ​ເຊິ່ງ ຢູ່​ພັກ​ເທິງ​ຈະ​ເປັນ​ໜ້າ​ເຫວ​ທີ່​ມີ​ແລວ ນ້ຳ​ກວ້າງ, ຖັດ​ມາ​ມີ​ຄັນ​ຄູ​ຫີນ​ເປັນ ແກ້ງ​ຍາວ​ຢຽດ​ທັງ​ເປັນ​ທາງ​ຂວາງ ນ້ຳ​ເປັນ​ລັ່ນ​ຕໍ່​ລົງ​ມາ​ໃສ່​ພັກ​ຫົວ ເຫວ​ແລ້ວ​ໄຫລ​ເປັນ 2 ແລວ​ຄູ່​ຂະ ໜານ​ກັນ ເຊິ່ງ​ໜ້າ​ຈະ​ເປັນ​ຊື່​ຂອງ​ຕາດ ກໍ​ເປັນ​ໄດ້​ແລະ​ມັນ​ກໍ​ໄດ້​ກໍ່​ໃຫ້ ເກີດ​ຄວາມ​ງາມ​ຈາກ​ສາຍ​ນ້ຳ​ໄຫລ ຄື​ດັ່ງ​ກ່າວ.

SA Game
ພາບ: ຂປລ

​ເມື່ອ​ມີ​ບຸນ​ປະ­ເພ­ນີ ຫລື ມື້​ພັກ​ມື້​ຜ່ອນ​ໃນ​ວັນ​ສຳ­ຄັນ ຂອງ​ພັກ, ຂອງ​ຊາດ ຫລື ມື້​ພັກ​ມື້ ຜ່ອນ​ວັນ​ເສົາ​ວັນ​ອາ­ທິດ​ແຫລ່ງ ທ່ອງ​ທ່ຽວ​ທີ່​ສາ­ມາດ​ດຶງ​ດູດ​ຄວາມ ສົນ­ໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ເຂົ້າ​ໄປ​ທ່ຽວ​ຫລິ້ນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ນັ້ນ​ກໍ​ຄື​ຕາດ​ແຝກ​ຢູ່​ແຂວງ​ເຊ​ກອງ ເຊິ່ງ​ເປັນ​ນ້ຳ​ໂຕນ​ຕາດ​ທີ່​ເກີດ​ຈາກ​ສາຍ ນ້ຳ​ເຊ​ນ້ຳ​ນ້ອຍ​ຊາຍ​ແດນ​ລະ­ຫວ່າງ​ແຂວງ​ເຊ​ກອງ ແລະ ແຂວງ​ອັດ​ຕະ​ປື ໂດຍ​ຫ່າງ​ຈາກ​ເທ­ສະ​ບານ​ແຂວງ ໄປ​ທາງ​ໃຕ້ 15 ກິ­ໂລ​ແມັດ.

ຕາດ​ແຝກ​ຄື​ອີກ​ຈຸດ​ໜຶ່ງ​ທີ່​ຜູ້ ຂຽນ​ເລືອກ​ໄປ​ທ່ຽວ ຫາກທ່ານເບິ່ງຫາບ່ອນພັກຜ່ອນທາງທຳມະຊາດ, ​ຕາດ ແຝກ ອາດ​ເປັນ​ທາງ​ເລືອກ​ທີ່​ດີ​ສໍາ ລັບ​ທ່ານໆ​ທັງ­ຫລາຍ​ເພາະ​ນອກ ຈາກ ຢາກ​ປ່ຽນ​ບັນ­ຍາ­ກາດ​ໃໝ່ ບັນ ຍາ​ກາດ​ທີ່​ຮົ່ມ​ເຢັນ​ສະ­ບາຍໆ​ຂອງ ບັນ­ດາ​ຕົ້ນ­ໄມ້​ໃຫຍ່​ນ້ອຍ​ທີ່​ລຽນ ຊ້າຍ­ລ້າຍ​ປົກ​ຄຸມ​ບໍ­ລິ­ເວນ​ສະ­ຖານ ທີ່​ທ່ອງ​ທ່ຽວ​ນີ້.

ຂະ­ນະ​ດຽວ​ກັນ​ກໍ​ໄດ້ ສຳ­ຜັດ​ກັບ​ສຽງ​ນ້ຳ​ໂຕນ​ປະ­ສານ​ກັບ​ສຽງ​ໝູ່​ສັກ​ກູ­ນາ​ຕາມ​ປາຍ​ແລະ​ກິ່ງ​ງ່າ­ໄມ້ ເມື່ອ​ໄດ້​ຍິນ​ກໍ​ຄື​ດັ່ງ​ດົນ­ຕີ​ມະ­ໂຫ­ລີ​ທີ່​ບັນ­ເລງ​ກ່ອມ ແລະ ສ້າງ​ບັນ ຍາ​ກາດ​ໃຫ້​ແກ່​ເຫລົ່າ​ນັກ​ທ່ອງ ທ່ອງ​ທ່ຽວ​ທັງ​ແບບ​ຄອບ­ຄົວ,ໝູ່­ຄູ່ ເພື່ອນ​ມິດ​ສະ­ຫາຍ​ທີ່​ນັ່ງ​ເປັນ​ກຸ່ມ ເປັນ ຈຸ​ຢູ່​ຈຸດ​ຕ່າງໆ​ຕາມ​ອັດ­ທະ­ຍາ­ໄສ​ນັ້ນ​ຜ່ອນ­ຄາຍ​ຄວາມ​ອິດ­ເມື່ອຍ ໄປ​ຕາມໆ​ກັນ ແລະ ເມື່ອ​ໄດ້​ຖ່າຍ­ຮູບ ທິວ​ທັດ​ທຳ​ມະ​ຊາດ​ນ້ຳ​ໂຕນ​ຕາດ ໃນ​ຍາມ​ຕາ­ເວັນ​ອັດ­ສະ­ດົງ​ແລ້ວ ຊ່າງ​ແສນ​ພາກ­ພູມ​ໃຈ ແລະ ຖ້າ​ໄດ້ ໄປ​ກໍ​ບໍ່​ຕ້ອງ​ກັງ­ວົນ​ເລື່ອງ​ປາກ ເລື່ອງ​ທ້ອງ ຫລື ບໍ່​ຈຳ­ເປັນ​ຕ້ອງ​ໄດ້ ກຽມ​ອາ­ຫານ​ການ​ກິນ​ໄປ​ນຳ​ອີກ ເພາະ​ມີ​ແມ່​ຄ້າ ໄດ້​ມາ​ຕັ້ງ​ໂຕະ​ນ້ອຍໆ ຂາຍ​ອາ­ຫານ​ການ​ກິນ​ຫລາຍ​ຕໍ່ ຫລາຍ​ເຍື່ອງ​ຢູ່​ມໍ່​ບໍ­ລິ­ເວນ​ບ່ອນ​ຈອດ ລົດ ໃຫ້​ເລືອກ​ຮັບ​ປະ​ທານ.

ມັນ​ຊ່າງ​ມີ​ຄວາມ­ສຸກ ຄວາມ​ສະ­ບາຍ​ໃຈ​ຫລາຍ​ເມື່ອ​ສາຍ ຕາ​ໄປ​ຕ້ອງ​ກັບ​ການ​ລົງ​ຫລິ້ນ, ການ​ລົງ​ອາບ­ນ້ຳ ແລະ ບາງ​ຜ່ອງ​ກໍ​ສວຍ ໂອ­ກາດ​ດີໆ​ແບບ​ນີ້​ຫວ່ານ​ແຫ​ໃສ່ ມອງ​ພໍ­ໄດ້​ປາ­ສົດໆ​ມາ​ປີ້ງ​ກິນ​ກັບ ເຂົ້າ­ໜຽວ​ຕຳ​ໝາກ­ຫຸ່ງ​ເຊິ່ງ​ບັນ­ດາ ໜຸ່ມໆ​ສາວໆ​ທັງ​ກິນ​ທັງ​ຢອກ​ໄຍ ເວົ້າ​ນົວ​ຫົວ​ມ່ວນ​ໃສ່​ກັນ.

ຕາດ​ແຝກ​ຄື​ອີກ​ໜຶ່ງ​ທາງ​ເລືອກ ເພື່ອ​ພັກ­ຜ່ອນ​ຢ່ອນ​ອາ­ລົມ​ທີ່​ດີ​ບໍ່​ນ້ອຍ ໜ້າ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ອື່ນ​ໃນ ປະ­ເທດ​ເຮົາ ແລະ ບຸນ­ປີ­ໃໝ່​ລາວ​ທີ່ ຈະ​ມາ​ເຖິງ​ນີ້​ຖ້າ​ຄິດ​ບໍ່​ອອກ​ຊອກ ບໍ່​ເຫັນ ຫລື ຍັງ​ຕັດ­ສິນ​ໃຈ​ວ່າ​ຈະ​ໄປ ທ່ຽວ​ໃສ​ດີ ກໍ​ຢ່າ​ລືມ​ລົງ​ໄປ​ພາກ​ໃຕ້​ໄປ​ສຳ­ຜັດ​ກັບ​ຄວາມ​ໃສ​ເຢັນ​ຂອງ​ສາຍ​ນໍ້າ ຄວາມ​ຮົ່ມ​ເຢັນ​ຂອງ​ຕົ້ນ­ໄມ້ ຈິດ­ໃຈ​ທີ່​ດີ­ງາມ​ຂອງ​ຊາວ​ເຊ​ກອງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​:  ຂ່າວສານປະເທດລາວ (ຂປລ)