ຕາດຫ້ວຍງົວ ແຂວງໄຊຍະບູລີ ກັບຄວາມສວຍງາມແບບທໍາມະຊາດ

SA Game

ຖວທ ເມືອງພຽງ

ສຳຫຼວດແຫ່ງທ່ອງທ່ຽວທຳມະຊາດ ແລະ ຄວາມສວຍງາມແບບທໍາມະຊາດ ຂອງຕາດຫ້ວຍງົວ.

ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊຍະບູລີສົມທົບກັບຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງພຽງໄດ້ລົງສຳຫຼວດແຫ່ງທ່ອງທ່ຽວທຳມະຊາດ ຕາດຫ້ວຍງົວໃນວັນທີ 5 ພຶດສະພາ 2023 ນີ້ທາງຄະນະພະແນກຖະແຫຼງຂ່າວ, ເຊິ່ງນຳໂດຍ ທ່ານ ບຸນທະວີ ບຸນຊູຮັກ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງໄຊຍະບູລີພ້ອມດ້ວຍຄະນະ, ມີພະນັກງານຈາກຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງພຽງພ້ອມດ້ວຍຄະນະຄຸ້ມຄອງປ່າໄມ້ບ້ານນາບວມເຂົ້າຮ່ວມສຳຫຼວດ.

ສຳລັບການເດີນທາງໄປສຳຫຼວດຕາດຫ້ວຍງົວໃນຄັ້ງນີ້ແມ່ນໄດ້ເລີມເດີນທາງດ້ວຍລົດສິງຈາກບ້ານນາບວມຂື້ນໄປຕາມເຂດທຳການຜະລິດຂອງປະຊາຊົນຕາມແຄມນ້ຳຕານໃຊ້ເວລາຊົ່ວໂມງກວ່າຈາກນັ້ນກໍ່ໄດ້ຢາງລຽບຕາມນ້ຳຕານຂື້ນໄປຮອດສອງແງ່ລະຫວ່າງນ້ຳຕານກັບຫ້ວຍແຄງໃຊ້ເວລາ 1 ຊົ່ວໂມງ ແລະ ໄດ້ເດີນທາງຂື້ນຫ້ວຍແຄງໄປປະມານ 200 ແມັດຈະໄດ້ພົບເຫັນຕາດນ້ຳຍາດເຊິ່ງເປັນຕາດທີ່ຕົກໃສ່ນ້ຳຕານມີຄວາມສວຍສົດງົດງາມ ແລະ ມີປ່າປົກຫຸ້ມທີ່ເຢັນສະບາຍ

SA Game
ຖວທ ເມືອງພຽງ

ຈາກນັ້ນກໍ່ໄດ້ເດີນທາງຂື້ນຫ້ວຍແຄງ ແລະ ຂື້ນພູຫຼັງມ້າໄປຮອດຫ້ວຍງົວກໍ່ຄືສະນຳງົວສະນຳທຳອິດຂອງປະຊາຊົນ ໃຊ້ເວລາປະມານ 1 ຊົ່ວໂມງ ແລະ ໄດ້ເດີນທາງລຽບຂື້ນຕາມຫ້ວຍງົວໄປຮອດສະນຳງົວສະນຳສຸດທ້າຍຂອງປະຊາຊົນໃຊ້ເວລາ 2 ຊົ່ວໂມງກວ່າ ແລະ ຈາກສະນຳງົວສະນຳສຸດທ້າຍໄປຫາຕາດແມ່ນໄດ້ຂື້ນຕາມຫ້ວຍໄຕໄປຕາມຫີນຜາແຄມຫ້ວຍຮອດຕາດຈະໃຊ້ເວລາປະມານ 1 ຊົ່ວໂມງ ແລະ ຢູ່ທາງລຸ່ມຕາດ ຈະມີຕາດນ້ອຍ 2 ຕາດ ແລະ ທຳມະຊາດທີ່ສວຍສົດງົດງາມ

SA Game
ຖວທ ເມືອງພຽງ

ເຊິ່ງຕາດດັ່ງກ່າວເປັນຕາດທີ່ມີລວງສູງປະມານ 100 ແມັດ, ມີອາກາດທີ່ເຢັນສະບາຍ ມີທຳມະຊາດທີສວຍສົດງົດງາມເຊິ່ງເປັນເຂດປ່າຄຸ້ມຄອງຂອງບ້ານນາບວມ, ສະຫຼຸບແລ້ວການເດີນທາງໄປຕາດຫ້ວຍງົວໃນຄັ້ງນີ້ຈະໃຊ້ເວລາຢາງທັງໝົດ 5 ຊົ່ວໂມງ, ຂີ່ລົດສິງອີກ 1 ຊົ່ວໂມງ ການລົງສຳຫຼວດໃນຄັ້ງນີ້ກໍ່ເພຶ່ອສຳຫຼວດຄວາມເປັນໄປໄດ້ຂອງຕາດດັ່ງກ່າວຈະສ້າງເປັນແຫຼ່ງທ່ອງທ່ຽວທຳມະຊາດໃນອານາຄົດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຖວທ ເມືອງພຽງ