ຕາດຄາ ຕາດ​ທຳ​ມະ​ຊາດ​ທີ່​ໜ້າ​ທ່ຽວ​ຂອງເມືອງໜອງແຮດ ແຂວງຊຽງ​ຂວາງ

SA Game

ອິນ​ໄຊ​ລາວ

​​ມາ​ຮູ້​ຈັກທຳ​ມະ​ຊາດ​ອັນ​ສວຍ​ງາມ​ຂອງ “ຕາດຄາ” ເມືອງ ໜອງແຮດ ແຂວງຊຽງ​ຂວາງ

​ຖ້າ​ຈະ​ເວົ້າ​ເຖິງ​ບັນ​ດາ​ຕາດ​ທຳ​ມະ​ຊາດ​ອັນ​ສວຍ​ງາມ​ຂອງ​ຊຽງ​ຂວາງ​ແລ້ວ ແນນອນ​ຕ້ອງ​ເປັນ​ຕາດ​ຄາ, ຕາດຄາ ເປັນນ້ຳຕົກຕາດທີ່ເກີດຂຶ້ນຈາກທຳມະຊາດອີກແຫ່ງໜຶ່ງທີ່ສວຍງາມ ແລະ ສູງທີ່ສຸດຂອງ ແຂວງຊຽງຂວາງ ເຊິ່ງຕັ້ງຢູ່ບ້ານ ຄັງພະນຽນ, ເມືອງ ໜອງແຮດ, ແຂວງ ຊຽງຂວາງ ຫ່າງຈາກເທດສະບານ ເມືອງແປກ ປະມານ 104 ກິໂລແມັດ ໄປຕາມທາງເລກ 7 ແລະ ຫ່າງຈາກເສັ້ນທາງດັ່ງກ່າວ ເຂົ້າສູ່ແຫ່ງທ່ອງທ່ຽວ ປະມານ 5 ກິໂລແມັດ.

ຈຸດເດັ່ນຂອງຕາດຄາ ແມ່ນມີນ້ຳທີ່ໃສສະອາດ ທີ່ໄຫຼອອກມາຈາກຮູຜາ ລົງມາໂຕນໃສ່ຕາດ ທີ່ເປັນຫຼາຍຂັ້ນ ກະແຈກກະຈາຍໂດຍມີຄວາມສູງ ປະມານ 141 ແມັດ ແບ່ງເປັນ 3 ຕາດ ໂດຍຈຸດຕົ້ນນ້ຳຫາຈຸດພັກທີ 3 ມີຄວາມສູງປະມານ 81 ແມັດ ແລະ ຕາດທີ 3 ລົງຮອດຕີນຕາດສູງ 60 ແມັດ ກວ້າງ 40-50 ແມັດ, ມີຂັ້ນໄດຢ່າງຕໍ່ກັນ ເປັນຂັ້ນໆ ເຊື່ອມຕໍ່ແຕ່ລະຂັ້ນ.

SA Game
ອິນ​ໄຊ​ລາວ

ນອກຈາກຄວາມງາມທີ່ເກີດຂຶ້ນຈາກທຳມະຊາດຂອງຕາດຄາແລ້ວ, ຍັງມີການເລົ່າຂານຂອງຄົນສະໄໝກ່ອນໃຫ້ຮູ້ວ່າ ຕາດແຫ່ງນີ້ ເປັນຕາດຫວງຫ້າມສຳລັບແມ່ຍິງ ແລະ ຫ້າມຈູງສັດຕ່າງໆ ມາຂ້າມຕາດແຫ່ງນີ້ ເພາະຫາກແມ່ຍິງຄົນໃດໄດ້ຂ້າມຕາດແຫ່ງນີ້ ຈະບໍ່ສາມາດມີລູກໄດ້ ຫຼື ຖ້າມີກໍລຸລູກ.

ນອກຈາກນັ້ນ, ຖ້າໃຜເອົາສັດເຂົ້າໄປໃນເຂດຕາດ ໂດຍສະເພາະແມ່ນ ໝາ ແລະ ແບ້ ຂ້າມຕາດແຫ່ງນີ້ ແມ່ນຈະເກີດໄພພິບັດ ເພາະຜິດກັບພະຍານາກ ດັ່ງນັ້ນ, ຈຶ່ງໃສ່ຊື່ຕາດວ່າ “ຕາດຄາ” ເພາະຜູ້ຍິງ ແລະ ສັດບາງສະນິດບໍ່ສາມາດຂ້າມໄດ້ ແລະ ຕ້ອງຄາຢູ່ທີ່ແຫ່ງນັ້ນ.

ດ້ວຍຄວາມທີ່ເປັນທຳມະຊາດທີ່ອຸດົມສົມບູນ, ມີປ່າໄມ້ທີ່ຂຽວສົດງົດງາມຫຼາຍ, ປະກອບກັບຕົ້ນໄມ້ນ້ອຍໃຫຍ່ ລວມທັງຊີວະນາໆພັນອາໄສຢູ່ ຕາດຄາ ຈຶ່ງກາຍເປັນແຫຼ່ງທ່ອງທ່ຽວ ທີ່ໄດ້ເລີ່ມເປີດບໍລິການ ໃນປີ 2005 ເປັນຕົ້ນມາ.

SA Game
ອິນ​ໄຊ​ລາວ

ສຳລັບລະດູການ ທີ່ນັກທ່ອງທ່ຽວມາຫຼາຍທີ່ສຸດແມ່ນ ໃນລະຫວ່າເດືອນ ມີນາ ຫາ ເດືອນພຶດສະພາ ຫຼື ໄລຍະບຸນປີໃໝ່ລາວ ນອກນັ້ນ ໃນລະດູຝົນຕາດແຫ່ງນີ້ ຍີ່ງມີຄວາມສວຍງາມ ເໝາະສຳລັບການທ່ອງທ່ຽວມັກປະຈົນໄພນຳອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ອິນ​ໄຊ​ລາວ.