ດ່ວນ! ​ແຈ້ງ​ການ​ຈຳ​ກັດ​ບໍ​ລິ​ເວນ​ທຸກ​ຄົນໃນຫ້ອງ​ການ​ນັກ​ຮົບ​ເກົ່າ​ຫລວງ​ພະ​ບາງ

SA Game

laoedaily.com

ຫຼວງພະບາງແຈ້ງທຸກຄົນໃນຫ້ອງການສະຫະພັນ ນັກຮົບເກົ່າຈຳກັດບໍລິເວນ​ຢ່າງ​ເຄັງ​ຄັດ.

ຖື​ວ່າ​ຍັງ​ຄົງ​ເພີ່ມ​ຂື້ນ​ຕໍ່​ເນື່ອງ​ສຳ​ລັບ​ສະ​ຖາ​ນະ​ການ​ຂອງ​ພະ​ຍາດ​ລະ​ບາດ​ໂຄວິດ-19 ຢູ່​ໃນ ສ​ປ​ປ ລາວ, ມາຮອດຕົ້ນເດືອນກັນຍາ ການແຜ່ລະບາດຂອງໂຄວິດ-19 ກໍ່ຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍການຕິດເຊື້ອໃນຊຸມຊົນກຸ່ມຄົນ ແລະຄອບຄົວ, ຫຼ້າສຸດນີ້ນະຄອນຫຼວງພະບາງ ພົບຜູ້ຕິດເຊື້ອໂຄວິດ-19 ເຊິ່ງເປັນພະນັກງານພາຍໃນ ຫ້ອງການສະຫະພັນນັກຮົບເກົ່າ ແລະ ເຫັນວ່າມີຜູ້ທີ່ສຳຜັດໃກ້ຊິດທີ່ເປັນພະນັກງານຫ້ອງຈຳນວນໜຶ່ງ.

ດ້ວຍເຫດນັ້ນ ເພື່ອເປັນການແກ້ໄຂສະຖານະການບໍ່ໃຫ້ເຊື້ອພະຍາດລຸກລາມບານປາຍ ເຈົ້ານະຄອນຫຼວງພະບາງ ຈຶ່ງອອກແຈ້ງການດ່ວນ ສະບັບເລກທີ 989/ຈນ.ຫຼບ ລົງວັນທີ 6 ກັນຍາ 2021 ໃນການປິດປະຈໍາການຊົ່ວຄາວ ຫ້ອງການສະຫະພັນນົກຮົບເກົ່າ ນະຄອນຫຼວງພະບາງ ເພື່ອປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ທີ່ອາດເປັນວົງກວ້າງຢູ່ນະຄອນ ຫຼວງພະບາງ.

SA Game
laoedaily.com

ລາຍລະອຽດແຈ້ງການລະບຸວ່າ: ປະຈຸບັນໄດ້ມີຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ສໍາຜັດ, ໃກ້ຊິດ ກັບຜູ້ຕິດເຊື້ອ ກໍລະນີທີ 50 ຂອງແຂວງຫຼວງພະບາງ ເພື່ອຮັບປະກັນບໍ່ໃຫ້ມີການແຜ່ຂະຫຍາຍອອກເປັນວົງກວ້າງ ແນໃສ່ເຮັດໃຫ້ພໍ່ແມ່ປະຊາຊົນ, ພະນັກງານ ມີຄວາມປອດໄພ ແລະ ບໍ່ໃຫ້ມີຜົນກະທົບຕໍ່ຊີວິດ, ສຸຂະພາບ ແລະ ເຮັດໃຫ້ສະຖານທີ່ດັ່ງກ່າວໄດ້ຮັບການສີດຢາຂ້າເຊື້ອຢ່າງທັນເວລາ ດັ່ງນັ້ນ, ເຈົ້ານະຄອນ ຫຼວງພະບາງ ໄດ້ອອກຄໍາສັ່ງ ດັ່ງນີ້:

SA Game
laoedaily.com

1. ປິດປະຈໍາການຊົ່ວຄາວ ຫ້ອງການສະຫະພັນນົກຮົບເກົ່າ ນະຄອນ ຫຼວງພະບາງ.
2. ຫ້າມພະນັກງານ ແລະ ບຸກຄົນທີ່ໄດ້ຜູ້ສໍາຜັດ, ໃກ້ຊິດ ກັບຜູ້ຕິດເຊື້ອໂຄວິດ-19 ເຄື່ອນໄຫວຢູ່ຊຸມຊົນ, ຕາມສະຖານທີ່ຕ່າງໆເປັນເດັດຂາດ ແລະ ໃຫ້ພະນັກງານທັງຫມົດຢູ່ພາຍໃນຫ້ອງການສະຫະພັນນົກຮົບເກົ່ານະຄອນ ຫຼວງພະບາງ ຈໍາກັດບໍລິເວນຢູ່ສູນ ຫຼື ຢູ່ເຮືອນຂອງຕົນ ຕາມການແນະນໍາຂອງຄະນະສະເພາະກິດຢ່າງເຂັ້ມງວດ ນັບແຕ່ວັນທີ 6 – 26 ກັນຍາ 2021.
3. ຜູ້ທີ່ມີຄວາມສ່ຽງຕ້ອງຮີບຮ້ອນລາຍງານຕົວເພື່ອເຂົ້າກວດຫາເຊື້ອພະຍາດໂຄວິດ-19 ຢູ່ໂຮງຫມໍທະຫານ 107.
4. ມອບໃຫ້ຄະນະພັກ, ສະເພາະກິດຂັ້ນນະຄອນ, ປະທານ-ຮອງປະທານ ສະຫະພັນນັກຮົບເກົ່າ ຊີ້ນໍາຕາມຄໍາແນະນໍາທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ(ຖ້າບຸກຄົນໃດຝ່າຝືນແມ່ນໃຫ້ປະຕິບັດວິໄນຕາມລະບຽບການ).
5. ຄໍາສັ່ງສະບັບນີ້ ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 6 ກັນຍາ 2021 ເປັນຕົ້ນໄປ ຈົນກ່ວາຈະມີການປ່ຽນແປງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com