ດ່ວນ! ຫຼວງພະບາງສັ່ງຫ້າມໂຮມຊຸມນຸມ ວັນບຸນຫໍ່ເຂົ້າສະຫຼາກ ຢ່າງ​ເດັດ​ຂາດ

SA Game

laoedaily.com

ຫຼວງພະບາງ ຫ້າມໂຮງຊຸມນຸມ ວັນບຸນຫໍ່ເຂົ້າສະຫຼາກ ຫາກຍັງຝ່າຝືນ ຈະຖືກປັບໃໝ ແລະ ດຳເນີນຄະດີ.

ສະ​ຖາ​ນະ​ການ​ຂອງ​ການ​ລະ​ບາດ​ໂຄວິດ-19 ກຳ​ລັງ​ລະ​ບາດ​ໄປ​ເກືອບ​ທົວ​ທຸກ​ແຂວງ ແລະ ປະ​ຈຸ​ບັນ​ນີ້​ແມ່ນ​ກຳ​ລັງ​ຢູ່​ໃນ​ສະ​ຖາ​ນະ​ການ​ເຟົ້າ​ລະ​ວັງ​ເປັນ​ພິ​ເສດ​ເນືອງ​ຈາກ​ການ​ລະ​ບາດ​ໃນ​ເຂດ​ຊຸມ​ຊົນ​ເລີມ​ມີ​ຫລາຍ​ຂື້ນ ແລະ ກູ່ມ​ສ່ຽງ​ໃນ​ຊຸມ​ຊົນ​ຍັງ​ມີ​ຫລາຍ​ຢູ່. ແລະ ສໍາລັບສໍາລັບບຸນຫໍ່ເຂ້າສະຫຼາກ ຫຼື ບຸນເດືອນ 10 ເພັງ ຈະວຸນວຽນມາອີກຮອບ ເຊິ່ງປີນີ້ກົງກັບວັນອັງຄານ ວັນທີ 21 ກັນຍາ 2021 ຂຶ້ນ 15 ຄ່ຳ ເດືອນ 10 ລາວ ໃນທ່າມກາງສະຖານະການໂຄວິດຍັງແຜ່ລະບາດ.

ທາງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະບາດ ໂຄວິດ-19 ຂັ້ນນະຄອນ ຫຼວງພະບາງ ຈຶ່ງແຈ້ງເຖິງພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງ​ເຄັງ​ຄັດ ແລະ ບໍ​່​ໃຫ້​ຖື​ເບົາ​ເດັດ​ຂາດ​ກັບ​ສະ​ຖາ​ນະ​ການ​ປະ​ຈຸ​ບັນ​ນີ້, ໃນວັນບຸນປະເພນີທີ​ຈະ​ມາ​ເຖິງ​ນີ້​ໄດ້​ມີ​ມາດ​ຕະ​ການ​ການ​ປ້ອງ​ກັນ ແລະ ສະ​ກັດ​ກັ້ນ​ຕ່າງໆ​ດັ່ງ​ນີ້:

SA Game
laoedaily.com

1 ພໍ່ແມ່ປະຊາຊົນບັນດາເຜົ່າຜູ້ທີ່ມີຈິດໃຈເຫຼືອມໃສສັດທາທີ່ຈະໄປໃສ່ບາດໃນທຸກໆຕອນເຊົ້າຕ້ອງໃສ່ຜ້າປິດປາກ-ປິດດັງທຸກຄັ້ງ, ກ່ອນຈະຈັບເຂົ້າ ຫຼື ເຄື່ອງໃສ່ບາດ ຕ້ອງລ້າງມືໃຫ້ສະອາດ ແລະ ໃສ່ເຈວລ້າງມື.

2 ການຈັດງານບຸນຫໍ່ເຂົ້າສະຫຼາກທີ່ຈະມາເຖິງນີ້ ແມ່ນບໍ່ໃຫ້ມີການເຕົ້າໂຮມປະຊາຊົນຢູ່ວັດເປັນຈຳນວນຫຼາຍຄື ທຸກປີທີ່ຜ່ານມາ. ສຳລັບຜູ້ທີ່ມີຈິດໃຈເຫຼືອມໃສໃນສັດທາຈະທານເຂົ້າສະຫຼາກແມ່ນໃຫ້ຫ້າງຫາກະກຽມ ແລະ ອ່ານເຂົ້າສະຫຼາກຢູ່ເຮືອນຂອງໃຜລາວ ຫຼັງຈາກນັ້ນແມ່ນໃຫ້ເອົາໄປເຄນຢູ່ວັດເລີຍ ໂດຍມອບໃຫ້ພະສົງ-ສາມະເນນ ແລະ ການຈັດຕັ້ງບ້ານ ເປັນຜູ້ດຳເນີນພິທີທາງສາສະໜາ ແບ່ງປັນຕາມຄວາມເໝາະສົມ(ຫ້າມບໍ່ໃຫ້ເຕົ້າໂຮມປະຊາຊົນຢູ່ວັດຢ່າງເດັດຂາດ).

ໝາຍເຫດ ຖ້າຫາກບຸກຄົນໃດຫາກຍັງຝ່າຝືນເຊິ່ງເປັນເຫດທີ່ພາໃຫ້ເກີດການແຜ່ເຊື້ອເປັນວົງກ້ວາງແມ່ນຈະຖືກປັບໃໝ ແລະ ດຳເນີນຄະດີຕາມລະບຽບກົດໝາຍ.

ດັ່ງນັ້ນ, ເພື່ອເຮັດໃຫ້ພະສົງ-ສາມະເນນ, ພໍ່ແມ່ປະຊາຊົນ ມີຄວາມປອດໄພ ແລະ ບໍ່ໃຫ້ມີຜົນກະທົບຕໍ່ຊີວີດ, ສຸຂະພາບ ຈິ່ງຂໍແຈ້ງມາຍັງທຸກພາກສ່ວນຈົ່ງໃຫ້ການຮ່ວມມື ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການຂອງຄະນະສະເພາະກິດຢ່າງເຂັ້ມງວດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈ​ແຫລ່ງ​ທີ່​ມາ: laoedaily.com.la