ຍ້ອມສີແພຝ້າຍລາຍໄຕລື້ໄດ້ຮັບການຍອມຮັບເປັນສິນຄ້າ ODOPແລ້ວ.

SA Game

ພາບ: ວ​ສ​ລ.

ແພ​ຝ້າຍຍ້ອມສີເປືອກດູ່ ລາຍດອກນໍ້າໄຫຼ ກາຍເປັນສິນຄ້າ ODOPໄປ​ແລ້ວ.

ສິນ​ລະ​ປະ​ຂອງ​ຊາວ​ໄຕ​ລື້​ກໍ​ເປັນ​ໜຶ່ງ​ໃນ​ການ​ທີ່​ມີ​ລວດ​ລາຍ​ຄວາມ​ສວຍ​ງາມ​ບໍ່​ໄດ້​ນ້ອຍກວ່າ​ສິນ​ຄ້າ​ຫັດ​ຖະ​ກຳ​ອື່ນໆ​ເປັນ​ຕົ້ນ​ແມ່ນ​ລວດ​ລາຍ​ແຜ່ນ​ແພ​ຜ້າ​ຝ້າຍ​ເຄື່ອງ​ນຸ່ງ​ຫົ່ມ​ທີ່​ມີ​ຄວາມ​ສວຍ​ງາມ​ເປັນ​ເອ​ກະ​ລັກ​ທີ່​ແຕກ​ຕ່າງ​ກັບ​ເຜົ່າ​ອື່​ນໆ.

ຫັດຖະກຳແຜ່ນແພຜ້າຝ້າຍທຳມະຊາດ ຍ້ອມສີເປືອກດູ່ ລາຍລື້ນາອອນ-ດອນເຟືອງ ບ້ານໃໝ່ໜອງຊາງ ເມືອງຊຽງຮ່ອນ ເປັນຜະລິດຕະພັນທີ່ເຮັດດ້ວຍຝ້າຍໂດຍຜ່ານກຳມະວິທີຍ້ອມສີດ້ວຍທຳມະຊາດ ມີລວດລາຍດັ່ງເດີ່ມ ແລະ ລວດລາຍປະຍຸກໃໝ່ ທີ່ເປັນເອກະລັກຄື: ລາຍດອກນໍ້າໄຫຼ ເປັນອີກໜຶ່ງຜະລິດຕະພັນຂອງ ແຂວງໄຊຍະບູລີ ທີ່ໄດ້ຮັບຮອງເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ (ODOP) ຢ່າງເປັນທາງການ ໃນວັນທີ 31 ຕຸລາ 2020 ນີ້.

SA Game
ພາບ: ວ​ສ​ລ.

ໂດຍການເຂົ້າເປັນປະທານຂອງທ່ານ ຄຳໄຊເລົາ ລືເຕຊາ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີທ່ານ ບຸນລ້ວນ ຊົມສີຫາປັນຍາ ເຈົ້າເມືອງໆຊຽງຮ່ອນ ພ້ອມດ້ວຍບັນດາອຳນາດການປົກຄອງເມືອງ, ແຂກຖືກເຊີນ, ອຳນາດການປົກຄອງບ້ານ ແລະ ຫົວໜ່ວຍທຸລະກິດ ຕະຫຼອດຮອດມວນຊົນພາຍໃນເມືອງເຂົ້າຮ່ວມ.

ທ່ານ ສີເມືອງ ອິນທະວົງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຊຽງຮ່ອນ ກ່າວໃນພິທີວ່າ: ການຊຸກຍູ້ສົ່ງເສີມ ແລະ ປະເມີນຫົວໜ່ວຍດັ່ງກ່າວ ເຫັນວ່າຄົບຕາມມາດຖານ ແລະ ເງື່ອນໄຂຂອງກະຊວງອຸດສາຫະກຳ ແລະ ການຄ້າວາງອອກ ຈາກນັ້ນ ຈຶ່ງໄດ້ສະເໜີພາກສ່ວນທີ່ກ່ຽວຂ້ອງພິຈາລະນາອອກໃບອະນຸຍາດໃຫ້ ກຸ່ມຫັດຖະກຳຕໍ່າແຜ່ນແພຜ້າຝ້າຍທຳມະຊາດຍ້ອມສີເປືອກດູ່ ລາຍລື້ນາອອນ-ດອນເຟືອງ ບ້ານໃໝ່ໜອງຊາງ ເມືອງຊຽງຮ່ອນ ນຳໃຊ້ກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ.

ຈຸດເດັ່ນຂອງຜະລິດຕະພັນ ເປັນຜະລິດຕະພັນທີ່ເຮັດດ້ວຍຝ້າຍໂດຍຜ່ານກຳມະວິທີຍ້ອມສີດ້ວຍທຳມະຊາດທີ່ເປັນເອກະລັກ ໂດຍສະເພາະແມ່ນຜະລິດຕະພັນ ແຜ່ນແພຕົບແຕ່ງປະດັບ ແລະ ໃຊ້ສອຍປະຈຳວັນ ເຊິ່ງເປັນທີ່ຍອມຮັບຂອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ຈຸດເດັ່ນອີກດ້ານໜຶ່ງ ແມ່ນວັດຖຸດິບທີ່ເອົາມາຜະລິດລ້ວນແຕ່ເປັນວັດຖຸດິບຈາກພາຍໃນເຊັ່ນ:

ຝ້າຍ, ສ່ວນສີ ສາມາດຊອກຫາໄດ້ຕາມທຳມະຊາດ ໂອກາດນີ້ ທ່ານ ຄຳໄຊເລົາ ລືເຕຊາ ຮອງຫົວໜ້າພະແນກ ອຸດສາຫະກຳແລະ ການຄ້າ ແຂວງໄຊຍະບູລີ ໄດ້ມອບໃບຢັ້ງຍືນ ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດຢ່າງເປັນທາງການ.

ພ້ອມກັນນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບແຕ່ລະຂັ້ນເປັນເຈົ້າການຊຸກຍູ້ສົ່ງເສີມ ສ້າງທຸກເງື່ອນໄຂອຳນວຍຄວາມສະດວກໃຫ້ຫົວໜ່ວຍດັ່ງກ່າວໄດ້ຮັບການພັດທະນາ ແລະ ເຂັ້ມແຂງຂື້ນກ່າວເກົ່າ ພ້ອມທັງ ສືບຕໍ່ຕິດຕາມສົ່ງເສີມຫົວໜ່ວຍທຸລະກິດຢູ່ພາຍໃນເມືອງ ເພື່ອສ້າງໃຫ້ແຕ່ລະຫົວໜ່ວຍໄດ້ຮັບ ກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນໃຫ້ເພີ່ມຫລາຍຂື້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ວສລ.