ຍຸດທະສາດເພີ່ມທະວີຄວາມປອດໄພ ຂໍ້ມູນ-ຂ່າວສານ ທີ່ສໍາຄັນຂອງຊາດ

SA Game

ຂ​ປ​ລ​

ກອງປະຊຸມສໍາມະນາ ສຳມະນາຍຸດທະສາດ ເພື່ອຄວາມປອດໄພ ຂອງເຄືອຂ່າຍ

ກົມຄວາມປອດໄພໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ Fortinet (ຟໍທິເນັດ) ປະເທດໄທ ໄດ້ຈັດກອງປະຊຸມສໍາມະນາຂຶ້ນ ພາຍໃຕ້ຫົວຂໍ້: “ຍຸດທະສາດເພີ່ມທະວີຄວາມປອດໄພ ຂອງເຄືອຂ່າຍໃຫ້ເປັນອົງການທີ່ມີໂຄງລ່າງພື້ນຖ່ານຂໍ້ມູນ-ຂ່າວສານ ທີ່ສໍາຄັນຂອງຊາດ” ໃນວັນທີ 14 ຕຸລາ 2022 ນີ້, ທີ່ໂຮງແຮມຄາວພລາຊາ ນະຄອນຫລວງວຽງຈັນ

ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ມີສໍາມະນາກອນຈາກບັນດາກົມອ້ອມຂ້າງກະຊວງ ແລະ ບັນດາກະຊວງ, ອົງການ, ບໍລິສັດ, ແລະ ພາກສ່ວນທີ່ຖືກເຊີນ ເຂົ້າຮ່ວມ.

ທ່ານ ປອ ສັນຕິສຸກ ສິມມາລາວົງ ໄດ້ກ່າວວ່າ:

ປະຈຸບັນລັດຖະບານແຫ່ງ ສປປ ລາວ ກໍາລັງສຸມໃສ່ການຫັນເປັນດີຈີຕອນ ໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ເຊິ່ງແຜນງານເປີດກວ້າງການຮ່ວມມືດິຈິຕ໋ອນ ແລະ ແຜນງານ ດ້ານການພັດທະນາຊັບພະຍາກອນມະນຸດ ທາງດ້ານດີຈີຕອນ ເປັນປັດໄຈໜຶ່ງທີ່ສໍາຄັນ ເພື່ອຜັນຂະຫຍາຍຍຸດທະສາດ ການພັດທະນາຄວາມປອດໄພ ຂອງການນຳໃຊ້ເຕັກໂນໂລຊີດີຈີຕອນ ແລະ ຍຸດທະສາດການພັດທະນາພື້ນຖານໂຄງລ່າງ.

SA Game
ຂ​ປ​ລ​

ດັ່ງນັ້ນ, ວຽກງານຄວາມປອດໄພ ນອກຈາກຈະມີຄວາມສຳຄັນສຳລັບສະພາບການປ່ຽນແປງ ຂອງເຕັກໂນໂລຊີ ໃນສັງຄົມໃນປະຈຸບັນແລ້ວ ຍັງເປັນວຽກງານທີ່ບັນດານັກຊ່ຽວຊານ ແລະ ນັກບໍລິຫານ ຈະຕ້ອງໄດ້ຄິດໄປເຖິງອະນາຄົດ ເພື່ອປ້ອງກັນເຫດບໍ່ໃຫ້ເກີດບັນຫາທີ່ບໍ່ອາດຄາດເຖິງໄດ້.

ສະນັ້ນ, ຈຶ່ງເປັນໂອກາດດີ ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍຄື ກົມຄວາມປອດໄພໄຊເບີ ໄດ້ມີໂອກາດປະເມີນຄວາມຕ້ອງການທີ່ເປັນດ້ານສຳຄັນ ເພື່ອສ້າງຄວາມເຊື່ອໝັ້ນໃນການນຳໃຊ້ລະບົບ ທີ່ມີຄວາມປອດໄພໃຫ້ແກ່ຜູ້ຊົມໃຊ້ ແລະ ເພີ່ມທະວີຄວາມປອດໄພຂອງເຄື່ອຂ່າຍ ໃຫ້ບັນດາອົງການຈັດ ຕັ້ງພາກລັດ ແລະ ເອກະຊົນ ທີ່ມີໂຄງລ່າງພື້ນຖານຂໍ້ມູນຂ່າວ ສານທີ່ສຳຄັນລະດັບຊາດ ໃຫ້ແທດເໝາະກັບສະພາບການ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງ. ພ້ອມນີ້, ທ່ານໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈ ຕໍ່ບໍລິສັດ Fortinet (ຟໍທິເນັດ) ທີ່ໄດ້ໃຫ້ການຊຸກຍູ້, ສົ່ງ ເສີມກ່ຽວກັບວຽກງານທາງດ້ານຄວາມປອດໄພຂອງເຄືອຂ່າຍ ໃຫ້ເປັນອົງການທີ່ມີໂຄງລ່າງພື້ນຖ່ານຂໍ້ມູນຂ່າວສານ ທີ່ເປັນໜຶ່ງໃນບັນດາກິດຈະ ກຳ ໃນການຈັດຕັ້ງຜັນຂະຫຍາຍຍຸດທະສາດການສ້າງຈິດສໍານຶກ ແລະ ພັດທະນາຊັບພະຍາກອນມະນຸດ. ຊຶ່ງຈະເປັນໂອກາດທີ່ດີ ທີ່ຜູ້ເຂົ້າຮ່ວມຈະໄດ້ ນໍາເອົາບົດຮຽນ ທາງດ້ານວຽກງານດັ່ງກ່າວມານຳໃຊ້ຢູ່ ສປປ ລາວ.

ໃນການສໍາມະນາ ຜູ້ເຂົ້່າຮ່ວມໄດ້ຮັບຟັງການບັນຍາຍ ແລະ ຄໍາແນະນໍາຈາກຊ່ຽວຊານ ບໍລິສັດ Fortinet ເປັນຕົ້ນ ກົນລະຍຸດໃນການເອົາຊະນະໃນຍຸກ Disruption, ຄວາມທ້າທາຍດ້ານຄວາມປອດໄພໄຊເບີເຕັກໂນໂລຊີ ໃນທາງປະຕິບັດການ, ສະຫລຸບລະບົບປະຕິບັດການ ທີ່ນໍາໃຊ້ເຕັກໂນໂລຊີ, ການປ້ອງກັນຜູ້ນໍາໃຊ້ອິນເຕີເນັດຈາກໄລຍະໄກ ແລະ ແນວທາງການຈັດຕັ້ງປະຕິບັດ ດ້ານຄວາມປອດໄພທາງໄຊເບີ ສໍາລັບໂຄງສ້າງພື້ນຖານທີ່ສໍາຄັນ.

SA Game
ຂ​ປ​ລ​

ທັງນີ້, ກໍເພື່ອເປັນການແລກປ່ຽນແລະ ເສີມສ້າງຄວາມຮູ້-ຄວາມເຂົ້າໃຈ ໃຫ້ກັບບັນດາຜູ້ເຂົ້າຮ່ວມ ກ່ຽວກັບຄວາມສໍາຄັນ ແລະ ສິ່ງທ້າທາຍ ໃນວຽກງານຄວາມປອດໄພໄຊເບີຕໍ່ໂຄງລ່າງພື້ນຖານຂໍ້ມູນຂ່າວສານທີ່ສຳຄັນ, ທັງເປັນການແລກປ່ຽນຄວາມຮູ້ ແລະ ປະສົບການທາງດ້ານວິທີການປ້ອງກັນໄພຄຸກຄາມ ຈາກການໂຈມຕີໃນຫລາຍຮູບແບບ ທີ່ນໍາໃຊ້ເຕັກໂນໂລຊີດີຈີຕອນ ເຂົ້າໃນການຄວບຄຸມລະບົບ, ຄວບຄຸມໂຮງຈັກ, ໂຮງງານ ເພື່ອຈະເອົາມານໍາໃຊ້ເຂົ້າໃນການປົກປ້ອງໂຄງລ່າງພື້ນຖານຂໍ້ມູນທີ່ສໍາຄັນ, ຄວາມປອດໄພເຄືອຂ່າຍໃນອົງກອນຂອງຕົນ ໃຫ້ມີຄວາມເຂັ້ມແຂງ ແລະ ຄວາມປອດໄພໃຫ້ດີຂື້ນເທື່ອລະກ້າວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.