ຊ່ວຍ​ສ້າງ​ອາ​ຊີບປະ​ຊາ​ຊົນອົບ​ຮົມ​ວິ​ທີ​ການ​ປຸງ​ແຕ່ງ​ໄຄ​ແຜ່ນ​ອາ​ຫານ​ລາວ

SA Game

ຈຳຫນ່າຍແລະຂາຍ"ໄຄແຜ່ນ"

ຝຶກອົບຮົມ ເຕັກນິກການປຸງແຕ່ງໄຄແຜ່ນໃຫ້ປະຊາຊົນ​ 2​ ບ້ານ​ ເມືອງລ້ອງແຈ້ງ ເພື່ອຜະລິດເປັນສິນຄ້າ.

ໄຄ​ແຜ່ນ​ຂອງ​ລາວ​ເຮົາ​ຖື​ວ່​ເປັນ​ອາ​ຫານ​ໜຶ່ງ​ທີ່​ຫລາຍໆ​ຄົນ​ນິ​ຍົມ​ກັນ​ຮັບ​ປະ​ທານ​ເປັນ​ອາ​ຫານ​ທີ່​ແຊບ​ສຳ​ລັບ​ຄົນ​ລາວ, ແລະ ໄຄ​ແຜ່ນ​ນີ້​ສ່ວນ​ຫລາຍ​ຈະ​ເຫັນ​ຢູ່​ທາງ​ຫລວງ​ພະ​ບາງ​ທີ່​ອາດ​ຈະ​ເຮັດ​ເປັນ​ສິນ​ຄ້າ​ຂາຍ​ແບບ​ຈິງ​ຈັງ​ໃຫ້​ແກ່​ປະ​ຊາ​ຊົນ​ທົ່ວ​ໄປ ແລະ ນັກ​ທ່ອງ​ທ່ຽວ, ເຊິ່ງວ່າ​ໄຄ​ແຜ່ນ​ຂອງ​ແຕ່​ລະ​ແຂວງ​ກໍ​ຈະ​ມີ​ເອ​ກະ​ລັກ​ແຕກ​ຕ່າງ​ກັນ​ອ​ອກ​ໄປ ລົດ​ຊາດ​ຂອງ​ແຕ່​ລະ​ແຂວງ​ກໍ​ແຊບ​ບໍ່​ແພ້​ກັນ.

ຢູ່ທີ່ຫ້ອງການບ້ານພັນໄຊ ເມືອງລ້ອງແຈ້ງແຂວງໄຊສົມບູນ ໄດ້ຈັດພິທີປີດຊຸດຝຶກອົບຮົມໂຄງການສ້າງຄວາມເຂັ້ມແຂງ ແລະ ພັດທະນາສີມືແຮງງານກ່ຽວກັບເຕັກນິກການປຸງແຕ່ງໄຄແຜ່ນ​ເປັນສິນຄ້າ ໃຫ້ແກ່ປະຊາຊົນບ້ານພັນໄຊ ແລະ ຫລວງພັນໄຊ ເມືອງລ້ອງແຈ້ງ ວັນທີ 17 ພຶດສະພາ 2022 ຜ່ານມານີ້ , ໂດຍການເປັນປະທານຮ່ວມ ຂອງ​ ທ່ານ ມະນີວັນ ວິດາວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ​ ແຂວງໄຊສົມບູນ,

SA Game
ຈຳຫນ່າຍແລະຂາຍ”ໄຄແຜ່ນ”

ມີບັນດາຄູຝຶກທີ່ມີປະສົບການສູງຈາກກົມສົ່ງເສີມ SME,​ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຄູຝຶກນຳພາປະຕິບັດຕົວຈີ່ງ ຈາກຫົວໜ່ວຍທຸລະກິດຜະລິດໄຄແຜ່ນແຂວງຊຽງຂວາງ,​ ມີນັກສຳມະນາກອນ ຈຳນວນສອງບ້ານເຂົ້າຮ່ວມ 46​ ຄົນ,ຍີງ 36​ ຄົນ.​

ຄູຝຶກຍັງໃຫ້ຮູ້ວ່າ: ຈາກປະສົບການຕົວຈີ່ງ ຜູ້ໜື່ງສາມາດສ້າງລາຍຮັບຈາກການຜະລິດໄຄແຜ່ນໄດ້ 3 ຫາ 4 ແສນກີບຕໍ່ມື້ ແລະ ໃນລະດູການໜື່ງຂອງໄຄທີ່ເກີດຂື້ນຕາມທຳມະຊາດ ສາມາດເກັບມາຜະລິດເປັນໄຄແຜນ ໄດ້ເຖີງ​ 5-6​ ເດືອນຈີ່ງໝົດລະດູການ.​ ນອກນັ້ນ,​ ຍັງໄດ້ມີການປະເມີນຄວາມຮັບຮູ້ຄວາມເຂົ້າໃຈຂອງສຳມະນາກອນ ຊື່ງປະຕິບັດໄດ້ດີ ກວມເອົາ​ 75% ແລະ ເຂົ້າໃຈປານກາງ​ 25%.

SA Game
ຈຳຫນ່າຍແລະຂາຍ”ໄຄແຜ່ນ”

ໃນຕອນທ້າຍພິທີ​ ທ່ານ ເອງ ໄຊຍະຮັກ ໄດ້ມີຄຳເຫັນໂອ້ລົມ ແລະ ຮຽກຮ້ອງ ມາຍັງສໍາມະນາກອນ ນຳເອົາຄວາມຮູ້ບົດຮຽນປະສົບການຄັ້ງນີ້ໄປໝູນໃຊ້ເຂົ້າໃນຊີວິດປະຈຳວັນໃຫ້ໄດ້ຮັບຜົນດີ ພ້ອມກັນເອົາໃຈໃສ່ຜະລິດໄຄແຜ່ນໃຫ້ໄດ້ຫຼາຍຂື້ນ ເປັນທີ່ນິຍົມຂອງສັງຄົມ ແລະ ກາຍເປັນສີນຄ້າອັນໃໝ່ຂອງເມືອງ ເພື່ອສ້າງລາຍຮັບເຂົ້າຄອບຄົວໃຫ້ນັບມື້ນັບເພີ່ມຂຶ້ນ.​

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: Lao Youth Radio