ຊ່ວງ​ເຮືອ​ປະ​ເພ​ນີ​ສີ​ໄຄ ຈັດ​ຢ່າງ​ຄືກ​ຄື້ນ ແລະ ມ່ວນ​ຊືນ​​ຫລັງ​ຈາກ​ຊ່ວງ​ໂຄວິດ

SA Game

Vientiane Mai

ງານ​ປະ​ເພ​ນີເຮືອຊ່ວງປະເພນີສີໄຄ​ອີກ​ງານ​ບຸນ​ໜຶ່ງ​ທີ່​ຈັດ​ງານ​ຢ່າງ​ມ່ວນ​ຊື່ນ​ໃນ​ຫລາຍ​ປີ​ຜ່ານ​ມາ

ໃນວັນທີ 22 ຕຸລາ 2022 ຜ່ານມາ ​ທີ​ບ້ານ​ສີ​ໄຄ​ໄດ້​ຈັດງານບຸນແຂ່ງຂັນເຮືອຊ່ວງປະເພນີສີໄຄ ປະຈໍາປີ 2022 ຂຶ້ນ ທີ່ທ່າວັດເມືອງວາ ບ້ານສີໄຄທ່າ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ບຸນເຖິງ ວັນນະມະຫາໄຊ ປະທານແນວລາວສ້າງຊາດເມືອງສີໂຄດຕະບອງ ມີທ່ານ ວິໄຊ ເໝົາຊົມພູ ເຈົ້າເມືອງສີໂຄດຕະບອງ ພ້ອມດ້ວຍອໍານາດການປົກຄອງບ້ານ ແລະ ມວນຊົນເຂົ້າຮ່ວມ.

ທ່ານ ບຸນເຖິງ ວັນນະມະຫາໄຊ ກ່າວວ່າ: ງານບຸນແຂ່ງຂັນເຮືອຊ່ວງປະເພນີສີໄຄ ເມືອງສີໂຄດຕະບອງ ນວ ເປັນງານບຸນທີ່ມີຄວາມໝາຍສໍາຄັນ ເພື່ອສົ່ງເສີມການທ່ອງທ່ຽວພາຍໃນ ທັງເປັນການເຕົ້າໂຮມຄວາມສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າພາຍໃນກຸ່ມບ້ານສີໄຄ ຍາດຕິພີ່ນ້ອງ ແລະ ເພື່ອນມິດສະຫາຍເຂົ້າມາຊົມການແຂ່ງຂັນຊ່ວງເຮືອ ໄດ້ມີຄວາມເບີກບານມ່ວນຊື່ນ ຖືກຕ້ອງຕາມຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມ ທີ່ເປັນມູນເຊື້ອຂອງປະຊາຊົນລາວ
SA Game
Vientiane Mai
ຕາມ​ປົກ​ກະ​ຕິ​ໃນ​ແຕ່​ລະ​ປີ ກຸ່ມບ້ານສີໄຄ ເມືອງສີໂຄດຕະບອງ ທີ່ເຄີຍປະຕິບັດກັນມາແຕ່ບູຮານນະການຈົນເຖິງປັດຈຸບັນ ໃຫ້ມີຄວາມຍືນຍົງ ແລະ ຢູ່່ຄູ່ກັບຄົນລາວຕະຫຼອດໄປ ນອກນີ້ ການຈັດງານຄັ້ງນີ້ຍັງເປັນການສົ່ງເສີມການຫຼິ້ນກີລາຂອງມວນຊົນຢ່າງກວ້າງຂວາງ ເປັນປະໂຫຍດມະຫາສານ ເນື່ອງຈາກວ່າກີລາຊ່ວຍໃຫ້ຮ່າງກາຍສົມບູນ ແຂງແຮງ ສະໝອງປອດໂປ່ງ ຮ່າງກາຍສົດຊື່ນເບີກບານ ຜ່ອຍຄາຍຄວາມຄຽດ ແລະ ຈິດໃຈແຈ່ມໃສ.
SA Game
Vientiane Mai

ການຈັດການແຂ່ງຂັນເຮືອຊ່ວງຄັ້ງນີ້ ແມ່ນເຮືອຊ່ວງ 12 ສີພາຍ ມີເຮືອເຂົ້າຮ່ວມ 14 ລໍາ ຜ່ານການແຂ່ງຂັນເຮືອລາງວັນທີ 1 ເຮືອເທບພິຊິດໄຊ (ວັງວຽງ) ໄດ້ຮັບຂັນເງິນ 1 ໜ່ວຍ ເງິນສົດ 3.800.000 ກີບ ລາງວັນທີ 2 ເຮືອສາວນ້ອຍເມືອງຟ້າ ໄດ້ຮັບລາງວັນ ຂັນເງິນ 1 ໜ່ວຍ ເງິນສົດ 2.500.000 ກີບ ລາງວັນທີ 3 ເຮືອເທບພະນັນໄຊ (ເມືອງຫີນບູນ) ໄດ້ຮັບລາງວັນຂັນເງິນ 1 ໜ່ວຍ ເງິນສົດ 2.000.000 ກີບ ແລະ ລາງວັນທີ 4 ເຮືອລາວໂຕໂຍຕາ2 ໄດ້ຮັບລາງວັນຂັນເງິນ 1 ໜ່ວຍ ເງິນສົດ 1.500.000 ກີບ.

SA Game
Vientiane Mai

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Vientiane Mai