ຊົມ​ເຊີຍ! ແສງສີສຽງ​ຂອງ​ເສັ້ນ​ທາງ ແລະ ປະ​ຕູ​ໄຊ​ເປີດ​ນຳໃຊ້​ຢ່າງ​ສວຍ​ງາມ

SA Game

ພາບ​: laoedaily.com.la

ລະບົບແສງສະຫວ່າງເຍືອງທາງ 7 ເສັ້ນທາງ ແລະ ລະບົບນໍ້າພຸປະຕູໄຊໄດ້​​ເປີດ​ນຳ​ໃຊ້ແລ້ວ.

ຈາກ​ທີ່ຄວາມ​ເອົາ​ໃຈ​ໃສ່​ໃນ​ການ​ສ້າງ​ຈາກ​ການ​ທີ່​ປະ​ຊາ​ຊົນ​ພະ​ນັກ​ງານ​ທະ​ຫານ​ຕຳ​ຫລວດ​ໄດ້​ອົດ​ທົນ​ເຮັດ​ວຽກ​ໜັກ​ກັບ​ບັນ​ຫາ​ລົດ​ຕິດ​ເນືອງ​ຈາກ​ການ​ກໍ​ສ້າງ​ລະ​ບົບ​ໄຟ​ເຍືອງ​ທາງ​ມາ​ໄລ​ຍະ​ໜຶ່ງ​ໃນ​ທີ່​ສຸດ​ກໍ​ມາ​ເຖິງ​ຈຸດ​ທີ່​ອົດ​ສົ້ມ​ແລ້ວ​ໄດ້​ກິນ​ຫວານ, ແສງ​ໄຟ​ເຍືອງ​ທາງ​ສະ​ຫວ່າງ​ສະ​ໄຫວ​ສວຍ​ງາມ​ໃນ​ເຂດ​ຕົວ​ເມືອງວຽງ​ຈັນ.

ການກໍ່ສ້າງລະບົບແສງສະຫວ່າງເຍືອງທາງ 7 ເສັ້ນທາງໃຈກາງນະຄອນຫຼວງວຽງຈັນ ແລະ ລະບົບນໍ້າພຸປະຕູໄຊ ທີ່ລົງມືກໍ່ສ້າງມາແຕ່ກາງເດືອນກັນຍາ ໄດ້ສຳເລັດໂດຍພື້ນຖານ ແລະ ເປີດນໍາໃຊ້ຢ່າງເປັນທາງການໃນທ້າຍອາທິດຜ່ານມາ. ສ່ວນໜ້າວຽກທີ່ຍັງເຫຼືອຈະໃຫ້ສຳເລັດສົມບູນໃນທ້າຍເດືອນກຸມພາ 2021.

SA Game
ພາບ​: laoedaily.com.la

ທ່ານ ຊົງເລົາ ຢົງນູ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ກ່າວວ່າ: ໂຄງການຍົກລະດັບໄຟຟ້າໃນນະຄອນຫຼວງວຽງຈັນ ເລີ່ມສຶກສາສໍາຫຼວດປີ 2016 ໄດ້ສ້າງເປັນໂຄງການສະເໜີຂໍທຶນຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ຮອດປີ 2018 ແມ່ນໄດ້ຮັບການຕົກລົງຊ່ວຍເຫຼືອ.

ໂຄງການນີ້ນອນໃນຂອບສັນຍາ ວ່າດ້ວຍການຮ່ວມມືເສດຖະກິດ ເຕັກນິກ ລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ສປ ຈີນ ສະບັບລົງວັນທີ 30 ພຶດສະພາ 2018 ໃນວັນທີ 6 ທັນວາ 2019 ທັງສອງຝ່າຍເຊັນບົດບັນທຶກການສໍາຫຼວດພາກສະໜາມຮ່ວມກັນ ເຊິ່ງປະກອບມີ 3 ໜ້າວຽກຫຼັກທີ່ຈັດຕັ້ງປະຕິບັດ ຄື:

  1. ຍົກລະດັບໄຟຟ້າເຂດເທສະບານ ແລະ ຊານເມືອງໃນນະຄອນຫຼວງວຽງຈັນ ດ້ວຍການຍົກລະດັບລະບົບຕາຂ່າຍໄຟຟ້າແຮງດັນກາງ 22 ກິໂລວັດ ແລະ ໝໍ້ແປງໄຟຟ້າ 22/0,4 ກິໂລວັດ
  2. ປັບປຸງລະບົບນໍ້າພຸ, ໄຟເຍືອງ ແລະ ລະບົບຫົດສວນຫຍ້າຢູ່ສວນປະຕູໄຊ.
  3. ຍົກລະດັບລະບົບໄຟແສງສະຫວ່າງໄຟຟ້າເຍືອງທາງ ຈໍານວນ 7 ເສັ້ນ ທາງໃນໃຈກາງນະຄອນຫຼວງວຽງຈັນ.

ຕາງໜ້າລັດຖະບານ ສປປ ລາວ ແລະ ສປ ຈີນ ໄດ້ເຊັນສັນຍາປະຕິບັດໂຄງການ ຄັ້ງວັນທີ 18 ມິຖຸນາ 2020 ປະກອບມີ 2 ໜ້າວຽກ ຄື: 1. ປັບປຸງລະບົບນໍ້າພຸ, ໄຟເຍືອງສວນ, ລະບົບນໍ້າຢູ່ສວນປະຕູໄຊ ແລະ 2. ຍົກລະດັບໄຟເຍືອງທາງ ຈໍານວນ 7 ເສັ້ນທາງຢູ່ໃນເຂດໃຈກາງເມືອງ ນະຄອນຫຼວງວຽງຈັນ.

ໂຄງການດັ່ງກ່າວໄດ້ເລີ່ມລົງມືປະຕິບັດມາແຕ່ວັນທີ 12 ກັນຍາ 2020 ຮອດວັນທີ 27 ພະຈິກ 2020 ໄດ້ສໍາເລັດໂດຍພື້ນຖານການກໍ່ສ້າງ ຕິດຕັ້ງ ແລະ ສາມາດເປີດນໍາໃຊ້ຢ່າງເປັນທາງການ ທັນຕາມກໍານົດເວລາທີ່ສອງພັກ – ລັດກໍານົດໄວ້ ເພື່ອເປັນຂອງຂວັນຄຳນັບຊົມເຊີຍ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ.

ສ່ວນວຽກທີ່ຍັງເຫຼືອຈະຕ້ອງສືບຕໍ່ປະຕິບັດ ຫຼັງເປີດນໍາໃຊ້ປະກອບມີການຟື້ນຟູທາງຍ່າງ, ການຕິດຕັ້ງລະບົບກ້ອງວົງຈອນປິດ ແລະ ຫ້ອງຄວບຄຸມລະບົບສັນຍານສົ່ງຂໍ້ມູນ, ປັບປຸງເສົາໄຟເຍືອງທາງບາງຈຸດຄືນໃໝ່ຕາມການສະເໜີຂອງພາກສ່ວນກ່ຽວຂ້ອງ ເຊິ່ງຈະໃຫ້ສໍາເລັດໃນວັນທີ 25 ກຸມພາ 2021 ແລະ ຄາດຄະເນມອບ – ຮັບໂຄງການ ວັນທີ 25 ມີນາ 2021.

ພິທີເປີດນໍາໃຊ້ລະບົບແສງສະຫວ່າງເຍືອງທາງ 7 ເສັ້ນທາງ ແລະ ລະບົບນໍ້າພຸປະຕູໄຊ ມີຂຶ້ນໃນວັນທີ 27 ພະຈິກ 2020 ທີ່ສວນປະຕູໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ  ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ຈຽງ ຈ້າຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ບັນດາລັດຖະມົນຕີ ແລະ ແຂກຈາກພາກສ່ວນຕ່າງໆ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.la