ຈີນສ້າງ 16 ເຂື່ອນ ແລະ 80 ກິດຈະການດ້ານທໍລະນີສາດ-ແຮ່ທາດຢູ່ລາວ

SA Game

ເສດ​ຖະ​ກິດ-ສັງ​ຄົມ

ຈີນ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ ສ້າງ​ເຂືອນ ແລະ ກິດ​ຈະ​ການແຮ​ທາດ​ຢູ່​ລາວ.

​ໃນ​ໄລ​ຍະຫລາຍ​ປີທີ່ຜ່ານມານີ້, ນັກລົງທຶນຈາກ ສປ ຈີນ ໄດ້ເຂົ້າມາມີບົດບາດສຳຄັນໃນການຮ່ວມມືພັດທະນາວຽກງານພະລັງງານໄຟຟ້າທັງໃນຖານະເປັນຜູ້ສະໜອງທຶນ, ຜູ້ຮັບເໝົາ, ຜູ້ສະໜອງອຸປະກອນການຜະລິດໄຟຟ້າ, ຜູ້ດຳເນີນການສຶກສາອອກແບບ ແລະ ຄູ່ຮ່ວມທຸລະກິດ ອື່ນໆ​ທີ່​ໃຫຍ່ ແລະ ສຳ​ຄັນ​ຢ່າງ​ຫລວງ​ຫລາຍ.

ທ່ານ ດາວວົງ ພອນແກ້ວ, ຮອງລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ເປີດເຜີຍຕໍ່ສື່ບໍ່ດົນມານີ້ວ່າ: ການລົງທຶນຂອງ ສປ ຈີນ ຢູ່ໃນຂົງເຂດການພັດທະນາດ້ານພະລັງງານຢູ່ ສປປ ລາວ ນັ້ນ,ຮອດທ້າຍປີ 2020 ໂຄງການເຂື່ອນໄຟຟ້າທີ່ບໍລິສັດຈີນ ລົງທຶນມີ 11 ໂຄງການລວມມີເຂື່ອນ 16 ແຫ່ງ ມີກຳລັງແຮງຕິດຕັ້ງ 2.256 ເມກາວັດ ໃນນັ້ນແຫ່ງມີກຳລັງແຮງຕິດຕັ້ງ 44% ຂອງການສະໜອງໄຟຟ້າພາຍໃນປະເທດ.

SA Game
ເສດ​ຖະ​ກິດ-ສັງ​ຄົມ

ສ່ວນການລົງທຶນຂອງຜູ້ລົງທຶນຈາກ ສປ ຈີນ ຢູ່ໃນຂົງເຂດການພັດທະນາວຽກງານທໍລະນີສາດ-ແຮ່ທາດນັ້ນກໍຍັງແມ່ນການລົງທຶນທີ່ຢູ່ໃນອັນດັບຕົ້ນໆຂອງບັນດາປະ ເທດທີ່ມາລົງທຶນຢູ່ລາວຄືກັນກັບການລົງທຶນຢູ່ໃນຂົງເຂດການພັດທະນາວຽກງານພະລັງສານໄຟຟ້າ.ມາຮອດປະຈຸບັນນີ້, ມີນັກລົງທຶນຈາກ ສປ ຈີນ ທີ່ໄດ້ຮັບອະນຸມັດຈາກລັດຖະບານ ສປປ ລາວ ລົງ ທຶນເຂົ້າໃນການພັດທະນາດ້ານທໍລະນີສາດ-ບໍ່ແຮ່ຈຳນວນ 52 ບໍລິ ສັດ, ມີ 79 ກິດຈະການໃນນີ້: ຊອກຄົ້ນມີ 11 ກິດຈະການ, ສຳຫຼວດມີ 40 ກິດຈະການ ແລະສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກເບື້ອງຕົ້ນມີ 28 ກິດຈະການຄຽງຄູ່ກັນນີ້, ລັດຖະບານ ສປປ ລາວໄດ້ອະນຸມັດໃຫ້ຜູ້ລົງທຶນຈາກ ສປ ຈີນ ດຳເນີນການຂຸດຄົ້ນ ແລະປຸງແຕ່ງແຮ່ທາດມີຈຳນວນ 35 ບໍລິສັດ, ລວມມີ 67 ກິດຈະການ.

ສຳລັບການຮ່ວມມືໃນຕໍ່ໜ້າທ່ານຮອງລັດຖະມົນຕີໄດ້ສະເໜີວ່າ: ສປ ຈີນ ແມ່ນປະເທດທີ່ມີພື້ນຖານທີ່ເຂັ້ມແຂງທາງດ້ານເສດຖະກິດ,ມີທຶນຮອນ,ມີນັກເຕັກນິກ, ວິຊາການທີ່ຫຼວງຫຼາຍມີບົດຮຽນໃນການພັດທະນາ, ການດຳເນີນທຸລະກິດດ້ານຕ່າງໆທີ່ດີ ແລະມີປະສົບການໃນການພັດທະນາການລົງທຶນໃນຫຼາຍດ້ານ.

SA Game
ເສດ​ຖະ​ກິດ-ສັງ​ຄົມ

ດັ່ງນັ້ນ, ໃນຕໍ່ໜ້ານີ້, ສປປ ລາວ ພະຍາຍາມສຸດຂີດໃນການຍູ້ແຮງການພັດທະນາການພົວພັນ, ຮ່ວມມືກັບ ສປ ຈີນ ເພື່ອສ້າງເງື່ອນໄຂສະພາບແວດລ້ອມທີ່ເອື້ອອຳ ນວຍໃຫ້ແກ່ການພັດທະນາ ແລະສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດໄປຕາມທິດພັດທະນາແບບຍືນຍົງຢ່າງຕໍ່ເນື່ອງຕ່າງຝ່າຍມີຜົນປະໂຫຍດ, ຍົກສູງຄຸນນະພາບຊີວິດຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃນຕໍ່ໜ້ານີ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ແຫຼ່ງຂໍ້ມູນ: ເສດຖະກິດ-ສັງຄົມ