ຈັດ​ພິ​ທີປາຖະກະຖາສາມວັນປະຫວັດສາດທີ່​ດ່ານ​ສາ​ກົນ​ຂົວ​ມິດ​ຕະ​ພາບ ​II

SA Game

Media Laos

ຂົວມິດຕະພາບ 2 ສະຫວັນນະເຂດ-ມຸກດາຫານ ຈັດພິທີສາມ​ວັນ​ປະ​ຫວັດ​ສາດ​ຂອງ​ລາວ

ໄດ້​ມີ​ພິ​ທີ​ການປາຖະກະຖາຢູ່ ດ່ານສາກົນຂົວມິດຕະພາບ 2 ສະຫວັນະເຂດເນື່ອງ​ໃນວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 113 ປີ ( 13 ກໍລະກົດ 1909 ຫາ 13 ກໍລະກົດ 2022 ) ວັນເຊັນສັນຍາມິດຕະພາບ-ການຮວ່ມມີື ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 45 ປີ ແລະ ຄົບຮອບ 60 ປີ (18 ກໍລະກົດ 1977 – 18 ກໍລະກົດ 2022 ແລະ 05 ກັນຍາ 1962 – 05 ກັນຍາ 2022 ) ໃນວັນທີ 04 ສິງຫາ 2022 ນີ້.

ໂດຍການເຜີຍແຜ່ເອກະສານຂອງທ່ານ ພັທ ລຳພົງ ໄຊທອງ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ທັງເປັນຫົວໜ້າດ່ານສາກົນຂົວມິດຕະພາບ 2, ມີຄະນະພັກ-ຄະນະບັນຊາ,ຄະນະພະແນກ ອ້ອມຂ້າງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມຮັບຟັງ.

ທ່ານ ພັທ ລຳພົງ ໄຊທອງ ໃຫ້ຮູ້ວ່າ: ປະທານ ສຸພານຸວົງ ເກີດວັນທີ 13 ກໍລະກົດ 1909 ທີ່ຫຼວງພະບາງ ໃນຄອບຄົວເຊື້ອເຈົ້າເປັນໂອຣົດ ຂອງເຈົ້າມະຫາອຸປະຣາດບຸນຄົງ ແລະ ໝ່ອມຄຳອ້ວນ ມີເອື້ອຍນອ້ງ 02 ຄົນຄື: ເຈົ້າຍິງທະວີວັນ ແລະ ເຈົ້າຍິງຈິດດາຣັດສະໜີ ມີອ້າຍຕ່າງມານດາ 02 ຄົນຄື:

SA Game
Media Laos

ເຈົ້າເພັດຊະຣາດ ແລະ ເຈົ້າສຸວັນນະພູມມາ ພໍອາຍຸໄດ້ 07 ປີ ທ່ານໄດ້ເຂົ້າໂຮງຮຽນປະຖົມສືກສາທີ່ຫລວງພະບາງ ເພີ່ນເປັນນັກຮຽນຂະໝຍັນ ໝັ່ນພຽນ ແລະ ມີພອນສະຫວັນໃນຫຼາຍດ້ານ ຮຽນເກັ່ງ ສອບເສັງໄດ້ຄະເເນນດີເລີດມາຕະຫຼອດຈົນຈົບຊັ້ນປະຖົມສົມບູນ ກາງປີ 1920 ທ່ານໄດ້ເດີນທາງໄປຮຽນຕໍ່ມັດທະຍົມ ອານເເບກຊາໂຣ ທີ່ຮ່າໂນ້ຍ ປະເທດຫວຽດນາມ

ຢູ່ທີ່ນັ້ນເພີ່ນໄດ້ຕັ້ງໃຈຮຽນທັງວິຊາທຳມະຊາດ ແລະ ສັງຄົມ ຮຽນພາສາຕ່າງປະເທດຫຼາຍພາສາ ຮຽນທາງດ້ານສິນລະປະວັນນະຄະດີ ທັງຫຼິ້ນກິລາ ແລະ ດົນຕີຣ ເພີ່ນມີພອນສະຫວັນທາງດ້ານແຕ້ມຮູບ ແລະ ຂຽນບົດກະວີ ເພີ່ນໄດ້ຮຽນຈົບຂະແໜງວິຊາວິທະຍາດສາດ ແລະ ອັກສອນສາດດ້ວຍຄະແນນດີເລີດ ຖືກຄັດເລືອກເປັນນັກຮຽນດີເເດັ່ນຂອງໂຮງຮຽນໂປຼເຕັກໂຕຣາ ແຫ່ງແຄວ້ນອິນດູຈີນ

ປີ 1931 ທ່ານໄດ້ໄປສືກສາຕໍ່ທີ່ປະເທດຝຣັ່ງ ຮຽນຢູ່ມະຫາວິທະຍາໄລຂົວທາງແຫ່ງຊາດ ສາຂາວິຊາວິສະວະກອນພົນລະເຮືອນ ຢູ່ນະຄອນປາຣີ ເວລາຮຽນຢູ່ປະເທດຝຣັ່ງ ປະທານ ສຸພານຸວົງ ບໍ່ພຽງແຕ່ມີຄວາມມຸ່ງໝັ້ນໃນການຮຽນເທົ່ານັ້ນ ເພີ່ນຍັງດຸໝັ່ນໃນການລົງຝືກຫັດ ປະຕິບັດຕົວຈິງ

ເພີ່ນໄປຫຼາຍປະເທດໃນທະວີບເອີລົບທັງເບື້ອງຕາເວັນອອກ ແລະ ຕາເວັນຕົກ ໄດ້ໄປຫຼາຍປະເທດໃນທະວີບອາຟຣິກກາ ເພື່ອສຳພັດກັບຄວາມເປັນຈິງ ແລະ ຊອກຮູ້ປະສົບການໃນດ້ານຕ່າງໆ ເພີ່ນສາມາດເວົ້າໄດ້ດີເຖິງ 10 ພາສາທີ່ໃຊ້ຫຼາຍໃນສາກົນ

ປີ 1937 ທ່ານ ສຸພານຸວົງ ໄດ້ຮັບປະກາດສະນີຍະບັດວິສາວະກອນຂົວທາງທີ່ຝຣັ່ງ ເປັນຄົນທຳອິດຂອງປະເທດລາວ ເພີ່ນໄດ້ກັບຄືນອິນດູຈີນໂດຍໄດ້ຮັບລາຊະການໃນຂະແໜງໂຍທາທິການປະຈຳຢູ່ຍາຈາງ ( ປະເທດຫວຽດນາມ) ໃນໄລຍະ 03 ປີ ປະທານ ສຸພານຸວົງ ໄດ້ສຳເລັດການສ້າງຂົວທາງເລກທີ 14 ແລະ ໂຄງການເຂື່ອນໄຟຟ້ານໍ້າຕົກ ຢູ່ເມືອງວິນ ໄດ້ໄປຊ່ວຍສ້າງຂົວ ແລະ ສ້ອມແປງທາງເລກທີ 13 ຢູ່ແຂວງຊຽງແຕງ ປະເທດກຳປູເຈຍ ຕໍ່ມາທ່ານໄດ້ຖືກແຕ່ງຕັ້ງໄປຮັບລາຊະການ ຢູ່ເມືອງພີນ ແຂວງສະຫວັນນະເຂດ ເພີ່ນສ້າງທາງເລກທີ 23 ແລະ ຂົວເຊບັງຫຽງ ແລະ ອື່ນໆ.

ທຸກໄລຍະຂອງການປະຕິວັດ ປະທານ ສຸພານຸວົງ ໄດ້ສຸມສະຕິປັນຍາ ແລະ ເຫື່ຶອແຮງຂອງຕົນເພື່ອຊີ້ນຳນຳພາຂະບວນການປະຕິວັດລາວ ຍາດເອົາໄຊຊະນະອັນຍິ່ງໃຫ່ຍ ມາໃຫ້ແກ່ປະເທດຊາດ

SA Game
Media Laos

ປະທານ ໄກສອນ ພົມວິຫານ ໄດ້ເວົ້າເຖິງ ປະທານ ສຸພານຸວົງວ່າ ຊຶ່ສຽງຮຽງນາມ ຂອງສະຫາຍໄດ້ພົ້ນເດັ່ນຂື່ນໃນຖານະທີ່ເປັນນັກຮົບຮັກຊາດຮຸ່ນທຳອິດ ທີ່ໄດ້ເອົາຊິວິດຂອງຕົນຜູກພັນກັບການປະຕິວັດຕະຫຼອດມາ ໂດຍບໍ່ງໍ້ງ່ຽງຕໍ່ຄວາມລຳບາກ ກະທັ້ງເຖິງບໍ່ຫວາດຫວັ່ນການຈັບກຸມຄຸມຂັງຂອງສັດຕູ ຍາມໃດກໍ່ຕໍ່ສູ້ດ້ວຍອຸດົມຄະຕິປະວັດອັນສູງສົ່ງ ເພື່ອຄວາມເປັນເອກກະລາດ ແລະ ຄວາມວັດທະນາຖາວອນຂອງປະເທດຊາດ ເພື່ອອິດສະຫຼະພາບ ແລະຄວາມຢູ່ດີກິນດີຂອງປະຊາຊົນ .

ພ້ອມນີ້ທ່ານຍັງຍົກໃຫ້ເຫັນວັນປະຫວັດສາດ ວັນສົນທິສັນຍາມິດຕະພາບ-ການຮວ່ມມື ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ນັບແຕ່ມື້ສ້າງຕັ້ງມາເຖິງປະຈຸບັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Media Laos