ຈັດກອງປະຊຸມສຳມະນາປັບ​ປຸງກ່ຽວກັບການຄົ້ນຄວ້າເນື້ອ​ໃນຮ່າງກົດໝາຍ

SA Game

ຜູ້ແທນປະຊາຊົນ

ປັບ​ປຸງການຄົ້ນຄວ້າ ວິເຄາະ ແລະ ວິໄຈ ຂອງຮ່າງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ

ຈັດກອງປະຊຸມສຳມະນາຍົກລະດັບກ່ຽວກັບການຄົ້ນຄວ້າ, ວິເຄາະ ເນື້ອໃນຂອງຮ່າງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໃຫ້ພະນັກ ງານ-ລັດຖະກອນ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງໃນວັນທີ 16-17 ສິງຫາ 2022 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ, ໂດຍການເປັນປະທານຂອງທ່ານ ພູທອນ ວໍລະເພັດ ຮອງປະທານກຳມາທິການກົດໝາຍ.

ເຂົ້າຮ່ວມມີທ່ານ ສຈ. ດາວອນ ຫວ່າງວິຈິດ ຄະນະ​ທີ່​ປຶກສາ​ດ້ານ​ກົດໝາຍ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາທິການ ແລະ ປະທານຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງສະພາປະຊາຊົນຂັ້ນແຂວງ ຕະຫລອດຮອດພະນັກງານ-ລັດຖະກອນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທັງນີ້, ເພື່ອປັບປຸງການປະຕິບັດວຽກງານໃນການເປັນເສນາທິການ ໃນວຽກງານສ້າງ ແລະ ປັບປຸງກົດໝາຍ ໃຫ້ກໍາມາທິການກົດໝາຍ ກໍຄືຄະນະປະຈໍາສະພາແຫ່ງຊາດ ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ ແລະ ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ພາຍໃນກຳມາທິການກົດໝາຍ ແລະ ບັນດາກົມພາຍໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ເປັນລະບົບ.

SA Game
ຜູ້ແທນປະຊາຊົນ

ກອງປະຊຸມ ໄດ້ຮັບຟັງການສະເໜີກ່ຽວກັບການຄົ້ນຄວ້າຮ່າງກົດໝາຍ ຈາກທ່ານ ສຈ. ດາວອນ ຫວ່າງວິຈິດ; ສະເໜີບົດສະຫລຸບ ຖອດຖອນບົດຮຽນກ່ຽວກັບການສົ່ງຮ່າງກົດໝາຍໃຫ້ສະພາປະຊາຊົນຂັ້ນແຂວງ ຈັດຕັ້ງການທາບທາມຄຳເຫັນ ຈາກທ່ານ ຄຳຄ່ອງ ສີຫາປັນຍາ ຫົວໜ້າກົມກົດໝາຍ; ສະເໜີເຕັກນິກການທາບທາມຮ່າງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຂອງຕ່າງປະເທດ; ສະເໜີກ່ຽວ ກັບເຕັກນິກການສ້າງ ແລະ ປັບປຸງກົດໝາຍຂອງຕ່າງປະເທດ ຈາກຊ່ຽວຊານຕ່າງປະເທດ (ແບບທາງໄກ) ແລະ ສະເໜີກ່ຽວກັບການກຳນົດນະໂຍບາຍໃນການສ້າງກົດ ໝາຍ ຈາກຕາງໜ້າກົມກົດໝາຍກະຊວງຍຸຕິທຳ; ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ສົນທະນາ ແລະ ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະກັນ.

ໃນໂອກາດນີ້, ທ່ານ ພູທອນ ວໍລະເພັດ ໄດ້ມີຄຳເຫັນວ່າ: ເພື່ອຮັບປະກັນການປະຕິບັດໜ້າທີ່ເປັນເສນາທິ ການທາງດ້ານວຽກງານສ້າງ ແລະ ປັບປຸງກົດໝາຍ ໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໄດ້ດຳເນີນໄປຢ່າງມີຄຸນນະພາບ, ປະສິດທິພາບ ແລະ ປະສິດທິຜົນ ເພື່ອສ້າງໃຫ້ພະນັກງານມີປະສົບການ, ມີຄວາມຊຳນານສະເພາະດ້ານ ແລະ ຄວາມເປັນມືອາຊີບ ຈຶ່ງມີຄວາມຈຳເປັນຕ້ອງໄດ້ຍົກລະດັບຄວາມຮູ້ໃຫ້ພະນັກ ງານ-ລັດຖະກອນ ເພື່ອໃຫ້ມີຄວາມຮູ້, ຄວາມສາມາດ ແລະ ກຳໄດ້ວຽກງານການສ້າງ, ປັບປຸງກົດໝາຍ ແລະ ວຽກງານອື່ນທີ່ປິ່ນອ້ອມ ທັງເພື່ອຮັບຟັງ ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ເນື້ອໃນທີ່ຄະນະຈັດຕັ້ງກອງປະຊຸມໄດ້ກ່າວໄປນັ້ນ

SA Game
ຜູ້ແທນປະຊາຊົນ

ຖ້າທຽບໃສ່ເນື້ອໃນແລ້ວແມ່ນມີເວລາສັ້ນສົມຄວນ, ດ້ວຍເຫດນີ້ ເພື່ອຮັບປະກັນໃຫ້ກອງປະຊຸມຄັ້ງນີ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ໄດ້ຮັບຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ ສະເໜີມາຍັງບັນດາທ່ານຈົ່ງຍົກສູງຄວາມຮັບຜິດຊອບເປັນເຈົ້າໃນການປະກອບຄຳຄິດຄຳເຫັນ, ສົນທະນາ, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ຢ່າງເລິກເຊິ່ງ ແລະ ກວ້າງຂວາງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຜູ້ແທນປະຊາຊົນ