ຈະ​ສ້າງ​ສວນ​ອຸ​ທິ​ຍານ ດອກ​ຈຳ​ປາ​ເປັນ​ແຫລ່ງ​ທ່ອງ​ທ່ຽວ​ຄຽງ​ຄູ່​ກັບ​ວັດ​ພູ

SA Game

ພາບ​: laoedaily.com

ຫາລືກຽມສ້າງສວນອຸທິຍານ ດອກຈຳປາ ຄຽງ​ຄູ່ກັບການທ່ອງທ່ຽວ ມໍລະດົກໂລກ ວັດພູຈຳປາສັກ.

ໃນວັນທີ 16 ກໍລະກົດ 2021 ຜ່ານມານີ້ ທີ່ຫ້ອງວ່າການແຂວງຈຳປາສັກ, ​ໄດ້ມີ​ການຈັດກອງປະຊຸມປຶກສາຫາລືກ່ຽວກັບໂຄງການ ສ້າງສວນອຸທິຍານ ດອກຈຳປາ ຕິດພັນກັບການທ່ອງທ່ຽວ ມໍລະດົກໂລກ ວັດພູຈຳປາສັກ ເພື່ອພັດທະນາ ຕາມທິດສີຂຽວ ແລະ ຍືນຍົງ ຂຶ້ນ  ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈໍາປາສັກ, ມີບັນດາທ່ານ ຫົວໜ້າພະແນກການ, ຫ້ອງການທີ່ກ່ຽວຂ້ອງ.

ໃນ​ນັ້ນ, ພິເສດຍັງມີ ທ່ານ ນາງ ດຣ. ອຸທະກີ ຈຸລາມະນີ-ຄຳຜຸຍ ນັກຄົ້ນຄວ້າກ່ຽວກັບດອກໄມ້ ໂດຍສະເພາະແມ່ນດອກຈຳປາ, ເຈົ້າຂອງຜົນງານ ປຶື້ມ “ຈຳປາໃນດວງໃຈລາວ” ທີ່ມາໃຫ້ຄຳປຶກສາກ່ຽວກັບໂຄງການ ສ້າງສວນອຸທະຍານ ດອກຈຳປາ ຕິດພັນກັບການທ່ອງທ່ຽວ ມໍລະດົກໂລກ ວັດພູຈຳປາສັກ.

SA Game
ພາບ​: laoedaily.com

ທ່ານ ຈັນທະບູນ ສີປະເສີດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລາຍງານກ່ຽວກັບໂຄງການ ໃຫ້ຮູ້ວ່າ:

ຜ່ານມາໄດ້ສົມທົບກັບພະແນກການກ່ຽວຂ້ອງ ລົງສໍາຫຼວດເກັບກໍາຂໍ້ມູນເນື້ອທີ່ດິນບໍລິເວນທີ່ຈະສ້າງສວນອຸທິຍານດອກຈໍາປາ ຕິດພັນກັບແຫຼ່ງທ່ອງທ່ຽວມໍລະດົກໂລກ ວັດພູຈໍາປາສັກ ແລະ ຜົນການສໍາຫຼວດເນື້ອທີ່ດິນໃນເບື້ອງຕົ້ນ ຂອບເຂດພະສາດຫີນວັດພູຈຳປາສັກ ມີເນື້ອທີ່ຈຳນວນ 52,2 ເຮັກຕາ ແລະ ເຂດໂຮງນາງ ສີດາ ມີເນື້ອທີ່ 54.549 ຕາແມັດ.

ໂຄງການໄດ້ກຳນົດພື້ນທີ່ປູກດອກຈຳປາໃນເບື້ອງຕົ້ນອອກເປັນ 5 ຈຸດ, ໃນເນື້ອທີ່ດິນທີ່ຈະປູກໄດ້ຕົວຈິງມີ 95.112 ຕາແມັດ ແລະແຜນການກຳນົດການປູກເບື້ອງຕົ້ນ ໃນເນື້ອທີ່ 49.903 ຕາແມັດ, ຈຳນວນ 1.268 ຕົ້ນ. ກຳນົດຈຸດປູກໃນເບື້ອງຕົ້ນ ຢູ່ ບໍລິເວນ ເບື້ອງທິດຕາເວັນຕົກສຽງໃຕ້ຂອງພະສາດຫີນວັດພູ ແລະ ຢູ່ເບື້ອງທິດຕາເວັນຕົກສຽງໃຕ້ຂອງພະສາດຫີນວັດພູຈຳປາສັກ.

SA Game
ພາບ​: laoedaily.com

ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ ໄດ້ໃຫ້ກຽດມີຄຳເຫັນຊີ້ນຳ ໃນການກະກຽມ ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ແລະ ທ່ານ ນາງ ອຸທະກີ ຈຸລາມະນີ-ຄຳຜຸຍ ກໍໄດ້ໃຫ້ຄວາມຮູ້ ແລະໃຫ້ຄຳປຶກສາດ້ານວິຊາການ ກ່ຽວກັບດອກໄມ້ ໂດຍສະເພາະແມ່ນດອກຈຳປາ ທີ່ເປັນຫົວໃຈສຳຄັນຂອງການຈັດຕັ້ງປະຕິບັດໂຄງການ, ກໍຄືການສ້າງສວນອຸທິຍານ ດອກຈຳປາ ໃຫ້ຕິດພັນກັບການທ່ອງທ່ຽວ ມໍລະດົກໂລກ ວັດພູຈຳປາສັກ ເພື່ອພັດທະນາ ແຂວງຈຳປາສັກ ຕາມທິດສີຂຽວ ແລະ ຍືນຍົງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com