ຈະ​ພັດ​ທະ​ນາ​ກາ​ນ​ທ່ອງ​ທ່ຽວ​ໃນ ສ​ປ​ປ ລາວ ໃນ​ດີ​ຂື້ນ ແລະ ໜ້າ​ທ່ຽວກວ່າ​ເກົ່າ

SA Game

Lao Youth Radio.

ພິທີເຊັນສັນຍາຄູ່ຮ່ວມ​ກັນພັດທະນາການທ່ອງທ່ຽວໃນ ສປປ ລາວ ໂດຍທະນາຄານພັດທະນາລາວ ແລະ ກຸ່ມບໍລິສັດອິນທິຣາ.

ຂະແຫນງການທ່ອງທ່ຽວ ຖືວ່າເປັນຂະແຫນງການທຸລະກິດທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດຈາກ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ເຊິ່ງແນ່ນອນມັນກ່ຽວພັນໄປເຖິງທຸກຜູ້ປະກອບການທີ່ຕິດພັນ ໂດຍກົງ ແລະ ປິ່ນອ້ອມ, ລວມເຖິງພະນັກງານທີ່ເຮັດວຽກໃນຂະແຫນງການດັ່ງກ່າວ.

ກ່ອນຫນ້າທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ວຽກງານການທ່ອງທ່ຽວຂອງ ສປປ ລາວ ຖືວ່າສາມາດສ້າງລາຍຮັບ ແລະ ກະຕຸ້ນເສດຖະກິດ ໂດຍສະເພາະແມ່ນເປັນແຫຼ່ງນໍາເງິນຕາເຂົ້າມາໃນປະເທດ ເຊິ່ງເປັນອັນດັບສາມ ຖັດຈາກ ຂະແຫນງທຸລະກິດພະລັງງານ ແລະ ບໍ່ແຮ່.

ດ້ວຍທ່າແຮງດ້ານພູມີປະເທດທີ່ມີຄວາມອຸດົມສົມບູນ, ວິຖິຊິວິດທີ່ລຽບງ່າຍ, ມໍລະດົກທາງວັດທະນະທຳທີ່ເປັນເອກະລັກ, ຈຸດທີ່ຕັ້ງທີ່ເໝາະສົມອ້ອມຮອບໄປດ້ວຍຫລາຍປະເທດ ທີ່ສາມາດໄປມາຫາສູ່ກັນໄດ້ຢ່າງສະດວກ ແລະ ຍັງບໍ່ພໍອີກເທົ່າໃດເດືອນ ກໍຈະມີການເປີດເສັ້ນທາງລົດໄຟ ລາວ-ຈີນ ທີ່ເຫັນວ່າເປັນປັດໄຈໜຶ່ງທີ່ສຳຄັນ ແລະ ຖືໂອກາດສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ສຳລັບວຽກງານການທ່ອງທ່ຽວແມ່ນຂະແຫນງໜຶ່ງ ທີ່ຈະສາມາດຟື້ນຕົວ ຫລັງຈາກໂຄວິດ-19 ແມ່ນຈະບໍ່ນ້ອຍຫນ້າ ແລະ ຈະກັບມາເປັນກາລະໂອກາດທີ່ມີທ່າແຮງຢ່າງແນ່ນອນ.

SA Game
Lao Youth Radio.

Inthira Group ແມ່ນກຸ່ມໜຶ່ງ ເປັນບໍລິສັດຢູ່ໃນແຖວຫນ້າຂອງປະເທດ ເຊິ່ງເຮັດທຸລະກິດດ້ານການພັດທະນາວຽກງານການທ່ອງທ່ຽວ ທີ່ມີປະຫວັດຄວາມເປັນມາຫລາຍກວ່າ 20 ປີ, ໂດຍເລີ່ມຕົ້ນຈາກທຸລະກິດ ຮ້ານອາຫານຂອບໃຈເດີ, ເຊິ່ງຕໍ່ຍອດໃສ່ບໍລິສັດທ່ອງທ່ຽວທໍາມະຊາດ Green Discovery, ຍົກຕົວຢ່າງເຊັ່ນ: ໂຮງແຮມ Inthira ແລະ ແຫລ່ງທ່ອງທ່ຽວຕ່າງໆ ທີ່ບໍລິສັດໄດ້ດໍາເນີນການພັດທະນາຢູ່ໃນ 7 ແຂວງ (19 ກິດຈະການ).

ໃນໄລຍະທີ່ຜ່ານມາ ໂດຍສະເພາະແມ່ນໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19 ນີ້ ທຸລະກິດທ່ອງທ່ຽວ ຖືວ່າ ເປັນຂະແຫນງການຫນຶ່ງທີ່ມີຄວາມສ່ຽງ ແລະ ມີຄວາມທ້າທາຍ ຕໍ່ການເຂົ້າເຖິງແຫລ່ງທຶນ ເພື່ອກູ້ຢືມ ສຳລັບການພັດທະນາ ແລະ ຕໍ່ຍອດທາງດ້ານທຸລະກິດ.

ພາຍໃຕ້ການຂັບເຄື່ອນທຸລະກິດ ຂອງຄະນະຜູ້ບໍລິຫານງານໃນຍຸກໃຫມ່ ຂອງທະນາຄານພັດທະນາລາວ (LDB Bank) ດ້ວຍລະບົບບໍລິຫານຈັດການທີ່ທັນສະໄຫມ ຈຶ່ງໄດ້ສຶກສາ ແລະ ເຂົ້າໃຈແຈ້ງ ຕໍ່ກັບຂະແຫນງການທ່ອງທ່ຽວ, ເຫັນໄດ້ເຖິງຄວາມສຳຄັນທ່າແຮງ ຂອງ ສປປ ລາວ ຕໍ່ກັບທຸລະກິດການທ່ອງທ່ຽວ ຖືວ່າເປັນຫນຶ່ງໃນ ຂະແຫນງການບູລິມະສິດ ທີ່ລັດຖະບານໄດ້ຍົກສູງສົ່ງເສີມ ແລະ ໃຫ້ການສະໜັບສະໜູນ.

SA Game
Lao Youth Radio.

ສະນັ້ນ ທະນາຄານພັດທະນາລາວ ຈຶ່ງໄດ້ເປັນສ່ວນໜຶ່ງໃນການປະກອບສ່ວນຂັບດັນ ແລະ ຊຸກຍູ້ ໃຫ້ກຸ່ມບໍລິສັດ Inthira Group ທີ່ເຫັນວ່າ ມີການສ້າງລະບົບການບໍລິຫານ ຈັດການແບບເປັນມືອາຊີບ ແລະ ມີຖານລູກຄ້າທີ່ມີຄວາມເຊື່ອໝັ້ນ ຊັດເຈນທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ເອເຊຍ ແລະ ຢູໂລບ, ເຊີ່ງທັງໝົດນີ້ສະແດງໃຫ້ເຫັນເຖິງການບໍລິຫານທຸລະກິດ ທີ່ມີປະສິດທິພາບ ແລະ ເປັນການສ້າງທ່າແຮງດ້ານການທ່ອງທ່ຽວໃນ ສປປ ລາວ.

ລະຫວ່າງ ທະນາຄານ ພັດທະນາລາວ ຫຼື LDB Bank ແລະ ກຸ່ມບໍລິສັດ ອິນທິຣາ ຫຼື INTHIRA Group ຈຶ່ງໄດ້ເຊັນສັນຍາຮ່ວມທຶນ ເປັນຄູ່ຮ່ວມຍຸດທະສາດ ພ້ອມເປັນຫນຶ່ງໃນການສົ່ງເສີມ ທັງເຫັນເຖິງຄວາມສຳຄັນ ດ້ານການທ່ອງທ່ຽວຂອງ ສປປ ລາວ ສ້າງກົນໄກໃໝ່ໃຫ້ໄປເທື່ອລະກ້າວຢ່າງຫນັກແຫນ້ນ ເປັນກຸນແຈທີ່ສຳຄັນ ໃນການພັດທະນາວັດທະນະທຳທາງດ້ານການທ່ອງທ່ຽວ ໃນຍຸກແຫ່ງການດໍາເນີນຊີວິດແບບໃຫມ່ (New Normal) ບົນພື້ນຖານການ “ປ່ຽນ…. ເພື່ອເປົ້າຫມາຍ ກ້າວສູ່ຄວາມສຳເລັດ” ຮ່ວມກັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Lao Youth Radio.