ງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວ​ງ​ປີ2021

SA Game

ພາບ​: laoedaily.com.

ເປີດງານສັບປະດາແຫ່ງຊາດ ຂັບຂີ່ປອດໄພຕ້ອງຮັດສາຍນິລະໄພ.

ງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ຄັ້ງທີ 5 ປະຈໍາປີ 2021 ຈັດຂຶ້ນວັນທີ 3 ເມສາ 2021 ຢູ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ “ ຂັບຂີ່ປອດໄພຕ້ອງຮັດສາຍນິລະໄພ ”  ໂດຍການເປັນປະທານຂອງ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ( ຍທຂ ) ທັງເປັນປະທານຄະນະກໍາມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ ຕະຫຼອດຮອດພໍ່ແມ່ປະຊາຊົນທຸກຖ້ວນໜ້າເຂົ້າຮ່ວມ.

ທ່ານ ວຽງສະຫວັດ ສີພັນດອນ ກ່າວວ່າ: ບັນຫາການເກີດອຸບັດເຫດທາງຫຼວງໃນທົ່ວໂລກ ໄດ້ມີອັດຕາການເພີ່ມຂຶ້ນຢ່າງໄວ ໂດຍສະເພາະໃນບັນດາປະເທດທີ່ກໍາລັງພັດທະນາ ເຊິ່ງສ້າງຄວາມສູນເສຍຕໍ່ຊີວິດ ແລະ ຊັບສິນ ລວມທັງສ້າງຄວາມເສຍຫາຍທາງດ້ານເສດຖະກິດ ແລະ ການພັດທະນາຂອງຫຼາຍປະເທດ ອີງຕາມການສະຫຼຸບລາຍງານຂອງອົງການອະນາໄມໂລກ ໃຫ້ຮູ້ວ່າ:

SA Game
ພາບ​: laoedaily.com.

ໃນແຕ່ລະປີທົ່ວໂລກມີຜູ້ເສຍຊີວິດຈາກການເກີດອຸບັດເຫດທາງຫຼວງຫຼາຍ ກວ່າ 1,3 ລ້ານຄົນ, ບາດເຈັບຫຼາຍກວ່າ 23 ລ້ານຄົນ ລວມມູນຄ່າການເສຍຫາຍ ກວມ 3% ຂອງ GDP ໂລກ ຫຼື ປະມານ 2,5 ພັນຕື້ໂດລາສະຫະລັດ.

ສໍາລັບ ສປປ ລາວ ການເກີດອຸບັດເຫດທາງຫຼວງ ໄດ້ສ້າງຄວາມສູນເສຍທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນລາວໃນແຕ່ລະປີ ຄິດເປັນມູນຄ່າມະຫາສານ ຖ້າຄິດໄລ່ຕາມການກໍານົດຂອງອົງການອະນາໄມໂລກ ຜູ້ເສຍຊີວິດ 1 ຄົນ ຈະມີມູນຄ່າເທົ່າກັບ 70 ເທື່ອ ຂອງ GDP ແລະ ຜູ້ບາດເຈັບ 1 ຄົນ ເທົ່າກັບ 17 ເທື່ອຂອງ GDP

ປັດຈຸບັນລາຍຮັບສະເລ່ຍຕໍ່ຫົວຄົນຕໍ່ປີຂອງ ສປປ ລາວ ປະມານ 2.500 ໂດລາສະຫະລັດ ( ປະມານ 23 ລ້ານກີບ ) ສະຖິຕິການເກີດອຸບັດເຫດຕາມການລາຍງານຂອງຕໍາຫຼວດຈະລາຈອນ ແຕ່ລະປີມີຜູ້ເສຍຊີວິດ ປະມານ 1.000 ຄົນ ແລະ ບາດເຈັບຫຼາຍກວ່າ 8.000 ຄົນ, ສະນັ້ນມູນຄ່າການສູນເສຍທາງເສດຖະກິດຈາກການເກີດອຸບັດເຫດທາງຫຼວງ ຈະມີຫຼາຍກວ່າ 500 ລ້ານໂດລາ ( ປະມານ 4.697 ຕື້ກີບ ) ຕໍ່ປີ.

ຍ້ອນເຫັນໄດ້ຄວາມສໍາຄັນຕໍ່ບັນຫາດັ່ງກ່າວ ອົງການສະຫະປະຊາຊາດຈຶ່ງໄດ້ມີມະຕິ ສະບັບເລກທີ A/RES/60/5 ລົງວັນທີ 26 ຕຸລາ 2005 ກ່ຽວກັບການປັບປຸງຄວາມປອດໄພທາງຫຼວງໃນທົ່ວໂລກ ໂດຍມອບໝາຍໃຫ້ຫ້ອງການອົງການສະຫະປະຊາຊາດ ແລະ ອົງການອະນາໄມໂລກປະຈໍາພາກພື້ນ ສົມທົບກັນຈັດສັບປະດາ ຄວາມປອດໄພທາງຫຼວງສາກົນຂຶ້ນ

ໂດຍຈັດໃຫ້ມີກິດຈະກໍາຕ່າງໆເພື່ອຍົກສູງສະຕິຕໍ່ຄວາມປອດໄພທາງຫຼວງ ເຊິ່ງມາຮອດປັດຈຸບັນໄດ້ຈັດມາແລ້ວ 5 ຄັ້ງ ແລະ ແຕ່ລະປີ ແຕ່ລະປະເທດສາມາດເລືອກເອົາ ຫົວຂໍ້ທີ່ເໝາະສົມກັບສະພາບຂອງປະເທດຕົນເອງ.

ການຈັດສັບປະດາແຫ່ງຊາດດ້ານຄວາມຄວາມປອດໄພທາງຫຼວງໃນແຕ່ລະປີ ແມ່ນເປັນສິ່ງຈໍາເປັນ ແລະ ມີຄວາມໝາຍສໍາຄັນທີ່ທຸກພາກສ່ວນກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ຕ້ອງຊ່ວຍກັນຮ່ວມແຮງຮ່ວມໃຈປະກອບສ່ວນເຫື່ອແຮງ ວັດຖຸປັດໄຈ ຈັດງານສັບປະດາຄວາມປອດໄພທາງຫຼວງນີ້ຂຶ້ນໃຫ້ເປັນຂະບວນການຟົດຟື້ນ ແລະ ພ້ອມພຽງກັນປະຕິບັດກົດຈະລາຈອນຢ່າງເຂັ້ມງວດ ເພື່ອປົກປ້ອງຊີວິດ ແລະ ຊັບສິນຂອງໝົດທຸກຄົນ ສ່ວນຢູ່ບັນດາແຂວງໃນທົ່ວປະເທດ ກໍອາດຈະຈັດງານໃນມື້ທີ່ແຕກຕ່າງກັນ ແຕ່ຈຸດປະສົງ ແລະ ເປົ້າໝາຍອັນດຽວກັນ.

ສໍາລັບກິດຈະກໍາຄັ້ງນີ້ປະກອບມີນັກຮຽນຂຶ້ນປະຕິຍານຕົນວ່າຈະເປັນຄົນຮຸ່ນໃໝ່ ທີ່ຈະປະຕິບັດກົດຈະລາຈອນທາງບົກຢ່າງເຂັ້ມງວດ ພ້ອມທັງປ່ອຍຂະບວນລົດເພື່ອສາທິດການໃສ່ສາຍຮັດນິລະໄພ ຈາກເດີ່ນພະທາດຫຼວງ – ວົງວຽນໂພນເຄັງ – ຫໍຄໍາ ກັບຄືນເດີ່ນພະທາດຫຼວງ ພ້ອມທັງຢ້ຽມຊົມຮ້ານວາງສະແດງສິນຄ້າຂອງບັນດາຕົວແທນບໍລິສັດທີ່ໃຫ້ການສະໜັບສະໜູນ ແລະ ການໂຕ້ວາທີກ່ຽວກັບການຂັບຂີ່ປອດໄພຕ້ອງໃສ່ສາຍຮັດນິລະໄພ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.la