ງານບັນພະຊາສໍາມະເນນ ແລະ ອົບຮົມສິລະທໍາໃຫ້ແກ່ເດັກ ແລະ ເຍົາວະຊົນ

SA Game

ຂ​ປ​ລ

ສິ​ລະ​ທຳ​ອັນ​ດີ​ຕ້ອງ​ຢູ່​ຄູ່​ກັບ​ຄົນ​ລາວເມືອງແກ່ນທ້າວ ອົບຮົມສິລະທໍາ ໃຫ້ເດັກ ແລະ ເຍົາວະຊົນ.

ແຫລ່ງຂ່າວຂອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນວັນທີ 9 ສິງຫາ 2022 ຢູ່ວັດປ່າຈອມແກ້ວ, ເມືອງແກ່ນທ້າວ ຈັດງານບັນພະຊາສໍາມະເນນ ແລະ ອົບຮົມສິລະທໍາໃຫ້ແກ່ເດັກ ແລະ ເຍົາວະຊົນ ຄັ້ງທີ II ປະຈໍາປີ 2022, ເຊິງ​ເປັນ​ງານ​ທີ່​ດີ​ໃຫ້​ຄວາມ​ຮູ້​ແກ່​ບັນ​ດາ​ເຍົາ​ວະ​ຊົນ​ໄດ້​ມີ​ຈິດ​ສຳ​ນືກ​ທີ່​ດີ​ຕັ້ງ​ແຕ່​ຍັງ​ເຍົາ​ໄວ ແລະ ເພື່ອ​ອະ​ນາ​ຄົດ​ຈະ​ໄດ້​ມີ​ແຕ່​ເດັກ​ທີ່​ມີ​ຄວາມ​ຄິດ​ທີ​ດີ​ສັງ​ຄົມ​ດີ ແລະ ປະ​ເທດ​ຊາດ​ດີ.

ໂດຍມີພະອາຈານ ເຮົ້າ ຈັນທະວົງ ປະທານ ອພສ ເມືອງແກ່ນທ້າວ ພ້ອມດ້ວຍພະສົງ-ສາເນນ, ທ່ານ ປະເສີດ ອິນວົງຄໍາ ຮອງເລຂາພັກເມືອງ, ປະທານແນວລາວສ້າງຊາດເມືອງ, ມີຫົວໜ້າຫ້ອງການ, ອົງການປົກຄອງບ້ານເທສະບານ ແລະ ພໍ່ແມ່ປະຊາຊົນພາຍໃນເມືອງເຂົ້າຮ່ວມ, ທັງນີ້ ກໍເພື່ອເຮັດໃຫ້ຊາວໜຸ່ມ-ເຍົາວະຊົນ ໄດ້ຫັນປ່ຽນພຶດຕິກໍາ ກາຍເປັນພົນລະເມືອງດີຂອງຊາດ.

SA Game
ຂ​ປ​ລ

ການຈັດງານບັນພະຊາ-ບວດຈົວລວມໝູ່ ເປັນອີກວິທີໜຶ່ງທີ່ຈະໄດ້ມີໂອກາດອົບຮົມສິລະທໍາແກ່ນັກຮຽນ ໃນໄລຍະພັກສິ້ນປີຮຽນ ເຮັດໃຫ້ເຂົາເຈົ້າໄດ້ໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ທັງເປັນໂອກາດດີສໍາລັບພໍ່ແມ່ຜູ້ປົກຄອງ ແລະ ຜູ້ໄຝ່ໃນບຸນທັງຫລາຍ ຈະໄດ້ເຮັດ ບຸນຄັ້ງຍິ່ງໃຫຍ່ຮ່ວມກັນ ເພາະເປັນການສືບຕໍ່ພະພຸດທະສາສະໜາອີກທາງໜຶ່ງ ເຊິ່ງງານບັນພະຊາລວມໝູ່ໃນຄັ້ງນີ້, ມີຊາວໜຸ່ມ-ເຍົາວະຊົນ, ນັກຮຽນເຂົ້າຮ່ວມທັງໝົດ 60 ຄົນ ໂດຍຈະດໍາເນີນແຕ່ວັນທີ 9-17 ສິງຫາ 2022, ເນື້ອໃນ ແລະ ຮູບແບບການອົບຮົມປະກອບມີ 5 ພາກວິຊາຄື: ພາກວິຊາພຸດທະສາສະໜາ, ພາກວິຊາສາສະໜາພິທີ, ພາກວິຊາສັງຄົມ, ພາກກິດຈະວັດປະຈໍາວັນ ແລະ ພາກບັນຍາຍພິເສດ.

SA Game
ຂ​ປ​ລ

ການຈັດງານດັ່ງກ່າວ, ຈະເປັນສ່ວນໜຶ່ງທີ່ສໍາຄັນ ໃນການສຶກສາອົບຮົມແນວຄິດທາງດ້ານຈິດໃຈ ໃຫ້ເຂົາເຈົ້າຫັນມາເຊື່ອມຊຶມກໍາແໜ້ນ ດ້ານແນວທາງນະໂຍບາຍຂອງພັກ-ລັດ, ຮູ້ປະຕິບັດຕາມຮີດຄອງປະເພນີ, ຈະລິຍະທໍາ, ຄຸນນະທໍາ, ຄ່ານິຍົມທີ່ດີງາມ ເພື່ອເຮັດໃຫ້ການດໍາລົງຊີວິດໃນສັງຄົມ ມີຄວາມສະຫງົບສຸກຮົ່ມເຢັນ ບົນພື້ນຖານເອົາຫລັກສິລະທໍາ ທາງພຸດທະສາສະໜາ ເປັນບ່ອນອີງໃນການປະຕິບັດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ.