ຄ​ຳ​ວ່າ ປະຈຸບັນ ແລະ ປັດຈຸບັນ ກັບຄວາມໝາຍທີ່ເປັນອັນດຽວກັນ

SA Game

DooDiDo

ມາ​ຮູ້​ຈັກ​ກັບ ປະ​ຈຸ​ບັນ ແລະ ປັດ​ຈຸ​ບັນ ກັບ​ຄວາມ​ໝາຍ​ຂອງ​ມັນ.

ຄວາມ​ໝາຍ​ທີ່​ຄ້າຍ​ຄື​ກັນຂອງ​ຄຳ ວ່າ ປະ​ຈຸ​ບັນ ແລະ ປັດ​ຈຸ​ບັນ ຫລື ເວົ້າ​ໄດ້​ວ່າ​ເປັນ​ຄວາມ​ໝາຍ​ອັນ​ດຽວ​ກັນ​ເລີຍ​ລະ​ຫວ່າງ​ສອ​ງ​ຄຳ​ນີ້ ແລະ ກໍ່​ເຫັນ​ຫລາຍໆ​ຄົນ​ໃຊ້ ທັງ​ປະ​ຈຸ​ບັນ ແລະ ປັດ​ຈຸ​ບັນ ແຕ່​ກໍ່​ຍັງ​ບໍ່​ມີ​ໃຜ​ຢືນ​ຢັນ​ເທືອ​ວ່າ​ຄຳ​ໃດ​ຜິດ​ ຫລື ຄຳ​ໃດ​ຖືກ.

ໃນ​ຂໍ້​ມູນ​ຂອງ​ເພ​ຈ ພາ​ສາ​ລາວ​ໃຫ້​ຮູ້​ວ່າ ຄຳທີ່ມີຄວາມໝາຍວ່າ ‘ເວລາດຽວນີ້, ເວລາລະຫວ່າງອະດີດກັບອະນາຄົດ’ ເຊິ່ງປາກົດມີການນຳໃຊ້ໃນວົງການຂີດຂຽນເປັນສອງຢ່າງ ຄື ‘ປັດຈຸບັນ’ ແລະ ‘ປະຈຸບັນ’. ເມື່ອກວດເບິ່ງໃນ Google Search ປາກົດວ່າ ‘ປັດຈຸບັນ’ ມີຜົນການໃຊ້ເຖິງ 91.000, ສ່ວນ ‘ປະຈຸບັນ’ ມີພຽງ 66.100 ເຊິ່ງສະແດງວ່າ ຄົນນິຍົມໃຊ້ ‘ປັດຈຸບັນ’ ຫຼາຍກວ່າ ‘ປະຈຸບັນ’ ເກືອບ 4 ທົບ.

SA Game
DooDiDo

ເມື່ອສຳຫຼວດເບິ່ງໃນໜ້າໜັງສືພິມ ແລະວາລະສານແລ້ວ ປາກົດວ່າ ໜັງສືພິມວຽງຈັນໃໝ່ – ປະເທດລາວ – ພັດທະນາລາວ, ວາລະສານຄວາມສຸກ – ອັບເດດ – ມະຫາຊົນ – ສາວລາວ ລ້ວນແຕ່ນຳໃຊ້ ‘ປັດຈຸບັນ’. ເຫັນມີແຕ່ວາລະສານໄວໜຸ່ມລາວ ແລະໜັງສືພິມປະຊາຊົນ ໃຊ້ ‘ປະຈຸບັນ’. ສ່ວນວາລະສານວັນນະສິນນັ້ນ ເຫັນມີນຳໃຊ້ທັງສອງຄຳ.

ເມື່ອກວດເບິ່ງໃນວັດຈະນານຸກົມ ກໍປາກົດມີທັງ ‘ປັດຈຸບັນ’ ແລະ ‘ປະຈຸບັນ’ ເຊິ່ງສະແດງວ່າທັງສອງຄຳຖືກຄືກັນ. ຫາກຄົ້ນເບິ່ງເຖິງເຄົ້າຂອງທັງສອງຄຳນີ້ ກໍຈະເຫັນວ່າ:
‘ປັດຈຸບັນ’ ມາຈາກເຄົ້າປາລີ Paccuppana.
‘ປະຈຸບັນ’ ມາຈາກເຄົ້າສັນສະກິດ Pratyutpanna.

ສະຫຼຸບລວມແລ້ວ, ທ່າອ່ຽງໃນການນຳໃຊ້ສອງຄຳທີ່ມີຄວາມໝາຍ ‘ເວລາດຽວນີ້’ ເຫັນໄດ້ວ່າ ‘ປັດຈຸບັນ’ ໄດ້ຮັບຄວາມນິຍົມຫຼາຍກວ່າ ແມ່ນກະທັ້ງປຶ້ມແບບຮຽນແຕ່ປະຖົມຈົນເຖິງມັດທະຍົມປາຍ ກໍລ້ວນແຕ່ໃຊ້ ‘ປັດຈຸບັນ’. ສ່ວນ ‘ປະຈຸບັນ’ ນັ້ນ ເຫັນມີໃຊ້ເປັນສ່ວນໜ້ອຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈ​ແຫລ່ງ​ທີ່​ມາ: ເພ​ຈ : ພາສາລາວ