ຄໍາວ່າ “ໝັ້ນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ໝັ້ນ” ມີຄວາມໝາຍແນວໃດ?

ຄໍາວ່າ “ໝັ້ນ” ແມ່ນຊື່ຕົ້ນໄມ້ແນວນຶ່ງ ເອີ້ນ ຕົ້ນໝາກໝັ້ນ ສ່ວນໃຫຍ່ເກີດຢູ່ແຂວງພາກເໜືອຂອງລາວ, ຫວຽດນາມ, ຈີນ ແລະ ອີກຫຼາຍໆປະເທດ. ຢູ່ລາວໝາກໝັ້ນມີຫຼາຍແນວ, ຫຼາຍຂະໜາດ, ຫຼາຍສີ ແລະ ລົດຊາດ ເຊັ່ນ: ໝາກໝັ້ນສົ້ມ, ໝາກໝັ້ນຫວານ, ໝາກໝັ້ນໜ່ວຍນ້ອຍ ດັ່ງ ໝາກໝັ້ນແກ້ວ, ໝາກໝັ້ນ ໜ່ວຍໃຫຍ່ ດັ່ງ ໝາກໝັ້ນຈີນ, ມີສີແດງ, ສີເຫຼືອງ ເປັນຕົ້ນ. ຕົ້ນໝາກໝັ້ນ ຖືວ່າເປັນ ຂອງຄໍ້າຄູນພາໃຫ້ ອາຍຸໝັ້ນຂວັນຍືນ. ໝາກໝັ້ນສາມາດນໍາມາເຮັດເຫຼົ້າວາຍໄດ້ ແລະ ເປັນທີ່ນິຍົມກັນ ດັ່ງ ເຫຼົ້າໝາກໝັ້ນ ຊຽງຂວາງ.

ນອກຈາກນີ້, “ໝັ້ນ” ຍັງໝາຍເຖິງການເຮັດສັນຍາ ຫຼື ຂໍ້ປະຕິບັດພັນທະ ຫຼື ໝັ້ນໝາຍຈັບຈ່ອງໄວ້ ເພື່ອ ເປັນຂອງຕົນເອງ ເຊັ່ນ: ໝັ້ນໝາຍເປັນຄູ່ຊີວິດ ເອີ້ນ ຄູ່ໝັ້ນ, ໝັ້ນສາວ, ໝັ້ນກັນກ່ອນແຕ່ງງານ ເປັນຕົ້ນ. ພ້ອມນັ້ນ, “ໝັ້ນ” ຍັງແມ່ນຄວາມຄົງທົນ ຫຼື ໝັ້ນຄົງ, ໝັ້ນຍືນ, ໝັ້ນແກ່ນ, ໝັ້ນໜຽວ ໝາຍວ່າບໍ່ຂາດບໍ່ເພງ່າຍໆ ເຊັ່ນ: ຮັກກັນໝັ້ນຄົງ, ເຊືອກໝັ້ນໜຽວ, ເຮືອນໝັ້ນດີ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າໝັ້ນ”.

“ໝັ້ນ” (1. ຄໍານາມ). ຕົ້ນໝາກໄມ້ແນວນຶ່ງ ເອີ້ນ ໝາກໝັ້ນ. (2.ຄໍາກິລິຍາວິເສດ) ຈັບຈ່ອງໄວ້, ໝັ້ນໝາຍ. (3.ຄໍາກິລິຍາວິເສດ) ບໍ່ຂາດງ່າຍ, ທົນຢູ່ໄດ້ເຫິງ, ແໜ້ນແນ່, ທົນ.

ຕົວຢ່າງ:

  • ໝາກໝັ້ນຊຽງຂວາງທີ່ເອົາແນວພັນມາແຕ່ຫວຽດນາມ ໜ່ວຍມັນບໍ່ສົ້ມເກີນໄປ ແລະ ບໍ່ຫວານເກີນ ໄປກິນພໍດີແຊບ. ແຕກຕ່າງຈາກໜ່ວຍໝາກໝັ້ນພື້ນບ້ານສ່ວນໃຫຍ່ທີ່ມີລົດຊາດສົ້ມເກີນໄປ.
  • ຄູ່ບ່າວສາວງານດອງວານນີ້ ໄດ້ໝັ້ນໝາຍກັນໄວ້ 3 ປີ ກ່ອນ ແລະ ຊ່ວຍກັນຊອກຫາເງິນເພື່ອມາ ເຮັດດອງ.
  • ເຮືອນກໍ່ດ້ວຍຊີມັງແມ່ນມີຄວາມໝັ້ນໜຽວທົນທານກວ່າເຮືອນຝາກໄມ້ປ່ອງຫຼາຍເທົ່າ ເພາະຢູ່ໄດ້ ຫຼາຍກວ່າ 20 ປີ.

ສະຫຼຸບ.

ຄໍາວ່າ “ໝັ້ນ” ແມ່ນຊື່ຕົ້ນໄມ້ ເອີ້ນ ຕົ້ນໝາກໝັ້ນ ຊຶ່ງມີຫຼາຍແນວ, ຫຼາຍຂະໜາດ, ຫຼາຍສີ ແລະ ລົດ ຊາດ ດັ່ງ ໝາກໝັ້ນສົ້ມ, ໝາກໝັ້ນຫວານ. ໝາກໝັ້ນສາມາດນໍາມາເຮັດເຫຼົ້າວາຍໄດ້ອີກດ້ວຍ. ນອກຈາກນີ້, “ໝັ້ນ” ຍັງໝາຍເຖິງສັນຍາ ຫຼື ພັນທະທີ່ໄດ້ເວົ້າກັນ ຊຶ່ງເປັນການໝັ້ນໝາຍຈັບຈ່ອງໄວ້. ພ້ອມນັ້ນ, “ໝັ້ນ” ຍັງໝາຍເຖິງຄວາມຄົງທົນ, ບໍ່ຂາດບໍ່ເພງ່າຍໆ ໝັ້ນແກ່ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo