ຄໍາວ່າ “ໝັດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ໝັດ” ມີຄວາມໝາຍແນວໃດ?

ຄໍາວ່າ “ໝັດ” ຫຼື ໂຕໝັດ ແມ່ນແມງຊະນິດນຶ່ງໂຕນ້ອຍໆສີດໍາ, ບາງເທື່ອກກໍມີດໍາອອກແດງ. ມັດເປັນປໍ ລະສິດພາຍນອກສາມາດພົບເຫັນໄດ້ນໍາສັດລ້ຽງທົ່ວໄປ ເປັນຕົ້ນ ໂຕໝາ, ໂຕແມວ ແລະ ມັກຢູ່ລົກເປັດ ລົກໄກ່ ຊຶ່ງມັນອາໃສເກາະຢູ່ໜັງບ່ອນມີຂົນຫຸ້ມ ແລະ ອາໃສດູດເລືອດເປັນອາຫານ ໂດຍຜູ້ທີ່ຖືກມັນຂົບ ຈະເຮັດໃຫ້ເກີດອາການຄັນແດງໃຄ່ຂຶ້ນ.

ນອກຈາກນີ້, “ໝັດ” ແມ່ນຫົວໜ່ວຍນັບຂອງກໍາປັ້ນ ຊຶ່ງແມ່ນການກໍາມືຂອງຄົນເຮົາໃຫ້ແໜ້ນ ເພື່ອທຸບ, ຕີ ຫຼື ຕ່ອຍ ເຊັ່ນ: ຕີຖືກສອງໝັດ, ໝັດແຍບ, ໝັດໜັກ, ໝັດທະລຸເປົ້າ, ນ໋ອກດ້ວຍໝັດດຽວ, ນ໋ອກດ້ວຍ ໝັດຂວ່າ. ອີກຄວາມໝາຍນຶ່ງ “ໝັດ” ແມ່ນການທີ່ໄຟຟ້າລັດວົງຈອນ ແລະ ເກີດປະກາຍໄຟຂຶ້ນ ຊຶ່ງເຮົາ ມັກເອີ້ນວ່າ “ໄຟຟ້າຊ໊ອດ”.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າໝັດ”.

“ໝັດ” (1. ຄໍານາມ). ແມງແນວນຶ່ງໂຕນ້ອຍສີດໍາ ເຕັ້ນໄກຂົບຄັນມັກຢູ່ນໍາໝາ. (2. ຄໍາກິລິຍາ) ກໍາປັ້ນ, ໄຟຟ້າລັດວົງຈອນ, ໄຟຟ້າຊ໊ອດ.

ຕົວຢ່າງ:

  • ໝາຢູ່ເຮືອນມີໝັດເຕັມໂຕ, ສັງເກດເຫັນມັນມັກເອົາຕີນເຂ່ຍໆບ່ອນທີ່ໝັດກັດເພາະຄັນ. ມື້ອື່ນຊິໄດ້ ເອົາມັນໄປສັກຢາຂ້າໝັດກ່ອນ.
  • ນັກຕີໂມຍທີ່ມີໝັດໜັກ ແລະ ລົ້ມຄູ່ຕໍ່ສູ້ໄນເວລາອັນສັ້ນແມ່ນມີຫຼາຍຄົນ ເປັນຕົ້ນ ທ້າວ ໄມໄທຊັນ.
  • ມື້ວານຝົນຟ້າລົມແຮງ ເຮັດໃຫ້ສາຍໄຟໝັດກັນ ແລະ ໄຟຟ້າດັບໄປຊົ່ວຄະນະນຶ່ງກ່ອນຊ່າງໄຟຟ້າ ຈະມາແກ້ໄຂ.

ສະຫຼຸບ.

ຄໍາວ່າ “ໝັດ” ໝາຍເຖິງໂຕໝັດ ຊຶ່ງເປັນແມງຢ່າງນຶ່ງໂຕນ້ອຍໆສີດໍາ ມັກຢູ່ຕາມຜິວໜັງໝາ, ແມວ ແລະ ຄອກເປັດຄອກໄກ່, ອາໃສດູດເລືອດເປັນອາຫານຖ້າຖືກດູດແມ່ນເຮັດໃຫ້ມີອາການຄັນ ແລະ ແດງໃຄ່. “ໝັດ” ຍັງແມ່ນການເອີ້ນເວລາຖືກກໍາປັ້ນຕີ, ທຸບ ຫຼື ຕ່ອຍ. ນອກຈາກນີ້ “ໝັດ” ຍັງແມ່ນໄຟຟ້າລັດວົງ ຫຼື ໄຟຟ້າຊ໊ອດ”.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo