ຄໍາວ່າ “ໜຽວ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ໜຽວ” ມີຄວາມໝາຍແນວໃດ?

ຄໍາວ່າ “ໜຽວ” ໝາຍເຖິງໝັ້ນ ຫຼື ແນວທີ່ດຶງຂາດຍາກ ຫຼື ສາມາດຫົດຢືດ ເພື່ອຮັບນໍ້າໜັກ ແລະ ດຶງ ວັດຖຸສິ່ງຂອງໄດ້ຫຼາຍ ແລະ ບໍ່ຂາດ ຊຶ່ງເປັນ ຄໍາທີ່ໃຊ້ກົງກັນຂ້າມກັບຄໍາວ່າ “ຜ່ອຍ” ຫຼື ຂາດໄວ, ຂາດ ງ່າຍ ດັ່ງ ເສັ້ນຝ້າຍໜຽວ, ໜັງໜຽວ, ຢາງຢືດໜຽວ, ເຄືອໄມ້ໜຽວ, ສາຍກາບໜຽວ, ສາຍພານໜຽວ, ເຊືອກຄວາຍໜຽວ, ເຊືອກຟາງໜຽວ, ໂສ້ງຢີນໜຽວ ເປັນຕົ້ນ.

ນອກຈາກນີ້, “ໜຽວ” ຍັງໝາຍເຖິງທາດແຫຼວ ແລະ ເປັນກາວຕິດເຮັດໃຫ້ເອົາອອກຍາກ ຫຼື ສິ່ງເປັນນໍ້າ ຢາງຕິດແນວອື່ນໄດ້ ເຊັ່ນ: ດິນໜຽວ, ຢາງໄມ້ໜຽວ, ກາວຕິດໜູໜຽວໆ, ກາວຕິດເຈ້ຍໜຽວ, ນໍ້າມັນກະ ແລັດໜຽວ, ຂີ້ມູກໜຽວ, ນໍ້າຕານຈຽວຂຸ້ນໆໜຽວໆ ແລະ ອື່ນໆ. “ໜຽວ” ຍັງໝາຍເຖິງຄວາມໝັ້ນຄົງ ຫຼື ໝັ້ນໜຽວ ດັ່ງ ສາຍສໍາພັນລາວ-ຫວຽດນາມໜຽວແໜ້ນ. ນອກນີ້ ຄົນລາວຍັງມີເຂົ້າໜຽວ ເປັນເຂົ້າປະຈໍາ ຊາດ ດັ່ງ ຄົນລາວເຂົ້າໜຽວສຽງແຄນ, ຄົນລາວກິນເຂົ້າໜຽວຈໍ້າປາແດກ. ແຕ່ຖ້າຄໍາວ່າ “ຂີ້ໜຽວ” ແມ່ນ ໝາຍເຖິງຂີ້ຖີ່.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າໜຽວ”.

“ໜຽວ” (1. ຄໍາກິລິຍາ) ດຶງຂາດຍາກ, ເປັນຢາງຕິດແນວອື່ນໄດ້, ໝັ້ນ.

ຕົວຢ່າງ:

  • ສາຍກາບຜະລິດດ້ວຍສາຍລວດເຫຼັກ ແລະ ມີຄວາມໝັ້ນໜຽວ ເປັນພິເສດ ເພື່ອໃຫ້ມັດຕິດກັບຝັ່ງ ທ່າເຮືອບໍ່ໃຫ້ໄຫຼໄປທາງອື່ນ.
  • ນໍ້າຢາງພາລາ ເປັນທາດໜຽວທີ່ສາມາດຫົດຢືດໄດ້ ແລະ ມີການນໍາໄປແປຮູບເພື່ອໃຊ້ໃນອຸດສາ ຫະກໍາ.
  • ຄົນລາວ ແລະ ຄົນຫວຽດນາມໄດ້ຜ່ານຊາຕາກໍາ ແລະ ສົງຄາມກັບສັດຕູໂຕດຽວກັນ ເຮັດໃຫ້ມີ ສາຍສໍາພັນອັນໜຽວແໜ້ນຕໍ່ກັນ ດັ່ງອ້າຍນ້ອງຮ່ວມອຸທອນ.

ສະຫຼຸບ.

ຄໍາວ່າ “ໜຽວ” ແມ່ນຄວາມໝັ້ນ, ຄວາມຄົງ ຫຼື ແນວທີ່ດຶງຂາດຍາກສາມາດຫົດຢືດ ແລະ ບໍ່ຂາດງ່າຍໆ. ກົງກັນຂ້າມກັບຄໍາວ່າ “ຜ່ອຍ”. ນອກຈາກນີ້, “ໜຽວ” ໃຊ້ເອີ້ນທາດແຫຼວທີ່ເປັນກາວ ຊຶ່ງສາມາດເຮັດໃຫ້ ສິ່ງອື່ນຕິດໄດ້ ແລະ ເອົາອອກຍາກ. ພ້ອມນັ້ນ, “ໜຽວ” ຍັງແມ່ນຄວາມໝັ້ນຄົງ ຫຼື ໝັ້ນໜຽວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo