ຄໍາວ່າ “ໄຊ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ໄຊ” ມີຄວາມໝາຍແນວໃດ?

ຄໍາວ່າ “ໄຊ” ແມ່ນເຄື່ອງຫາກິນຂອງຄົນພື້ນບ້ານ ນໍາໃຊ້ເພື່ອດັກເອົາປາ ຫຼື ສັດນໍ້ານ້ອຍໆ ແນວນຶ່ງສານ ດ້ວຍຕອກ ຫຼື ລວດ ຫຼື ວັດສະດຸຢ່າງອື່ນ ໄຊມີຮູບຮ່າງຍາວ ປະກອບມີໂຕໄຊ ແລະ ມີງາ. ໄຊມີຮູບຮ່າງ ນ້ອຍໃຫຍ່ແຕກຕ່າງກັນອອກໄປ ແຕ່ນ້ອຍກວ່າຄັ້ງ ຫຼື ຫຼີ່ ໃຫ້ສັດເຂົ້າແລ້ວອອກບໍ່ໄດ້. “ໄຊ” ຍັງໝາຍເຖິງ ຊື່ຫຍ້າໄຊ ຊຶ່ງເປັນຫຍ້າແນວນຶ່ງໃບຍາວ ແລະ ແຫຼມຄົມ ມັກເກີດຕາມທົງໄຮ່ທົ່ງນາ ແລະ ເຂດຊຸ່ມນໍ້າ ສາມາດ ຕັດໄປເປັນອາຫານປາກິນຫຍ້າ ຫຼື ໃຫ້ງົວໃຫ້ຄວາຍກິນກໍໄດ້. “ໄຊ” ຍັງແມ່ນຊື່ຂອງດາວຣຶກໜ່ວຍນຶ່ງ ເອີ້ນ ດາວໄຊ ແຕ່ເປັນດາວທີ່ບໍ່ຄ່ອຍມີຄົນຮູ້ຈັກປານໃດ ເມື່ອທຽບກັບດວງເດືອນ, ດາວອັງຄານ, ດາວສຸກ ແລະ ຢ່າງອື່ນ. “ໄຊ” ຍັງແມ່ນວິທີການປົວພະຍາດອີກແບບນຶ່ງຂອງຄົນສະໄໝກ່ອນ ດ້ວຍການຄ້ຽວໝາກເປົ່າ ຊຶ່ງນິຍົມກັນໃຊ້ປົວພະຍາດ ຕາແດງ ແລະ ເປັນກາງ ເອີ້ນໄຊນີ້.

ນອກຈາກນີ້, “ໄຊ” ເວລາໄປປະສົມກັບຄໍາອື່ນ ຍັງໃຫ້ຄວາມໝາຍແຕກຕ່າງກັນອອກໄປ ດັ່ງ ໄຊໂຢ ແມ່ນຜາບແພ້ ຫຼື ສຽງຮ້ອງເວລາເຊຍກິລາ ຫຼື ຊະນະສິ່ງໃດນຶ່ງ, ໄຊຊະນະ ແມ່ນຜາບແພ້, ໄຊສົມບູນ ແມ່ນຊະນະຂາດ. ນອກຈາກສິ່ງທີ່ໄດ້ກ່າວມານັ້ນ “ໄຊ” ຍັງນິຍົມກັນນໍາໄປຕັ້ງເປັນຊື່ຄົນ, ຊື່ບ້ານ, ຊື່ເມືອງ ແລະ ຊື່ແຂວງ ເຊັ່ນ: ທ້າວໄຊ, ນາງໄຊ, ເລື່ອງສັງສິນໄຊ, ບ້ານໄຊ, ເມືອງ ໄຊບູລີ ແຂວງສະຫວັນນາເຂດ, ເມືອງໄຊຊະນະສົມບູນ ແຂວງຈໍາປາສັກ, ແຂວງໄຊຍະບູລີ, ແຂວງໄຊສົມບູນ ແລະ ອື່ນໆ. ປະຈຸບັນ ເວລາຈະສ້າງເຮືອນໃໝ່ ຫຼື ເວລາເອົາເສົາຫຼັກລົງດິນ ແມ່ນຈະນິຍົມເອົາໄຊ (ໃສ່ປາ) ໃສ່ເຄື່ອງມູງ ຄຸນ ແລ້ວນໍາໄປຫ້ອຍໄວ້ ຊຶ່ງເປັນຄວາມເຊື່ອວ່າຈະຢູ່ເຢັນເປັນສຸກມີໂຊກມີໄຊ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າໄຊ”.

“ໄຊ” (1. ຄໍານາມ) ເຄື່ອງໃສ່ເອົາປາ ຫຼື ສັດນ້ອຍໆ ສານດ້ວຍຕອກໄມ້ປ່ອງ ຫຼື ລວດ ຮູບຍາວ ມີງາ ໃຫ້ສັດເຂົ້າແລ້ວອອກບໍ່ໄດ້. ຊື່ຫຍ້າແນວນຶ່ງໃບຍາວ ແລະ ແຫຼມຄົມ. ຊື່ດາວຣຶກທະນິສຖາ ຮຽກວ່າ ດາວ ໄຊ. (2. ຄໍາກິລິຍາ) ການປົວພະຍາດວິທີການນຶ່ງ ສ່ວນຫຼາຍໃຊ້ປົວພະຍາດຕາແດງ ຫຼື ເປັນກາງ ຮຽກ ວ່າໄຊນີ້ ຕ້ອງຄ້ຽວໝາກເປົ່າ ກໍໄດ້ ດັ່ງຄໍາກອນບົດນຶ່ງໃນໜັງສືທ້າວຮຸ່ງທ້າວເຈືອງວາ “ໃຍ່ໆເຊື້ອໄຊໝາກ ມາວາງ ເຂົາກໍປູນປຽຄວາມ ຮີບນໍາຖວາຍງ້ອມ”. ເມົາ ຫຼື ປ່ວງເພາະຄວາມເຈັບ (ເສືອໄຊ).

ຕົວຢ່າງ:

  • ຢູ່ປະເທດລາວ ພໍຮອດຊ່ວງເດືອນ 8 ເດືອນ 9 ຝົນຕົກລິນໃສ່ເຂົ້າໃນນາ ເປັນລະດູປາລົງຕ້ອນລົງ ໄຊ.
  • ວານນີ້ ຝົນຕົກແຮງນໍ້າຖ້ວມນາໃຫຼລົງສູ່ຄອງເໝືອງ ຂ້ອຍເອົາໄຊໄປໃສ່ພໍຮຸ່ງເຊົ້າໄປຢາມໄດ້ປາ, ປູ ແລະ ກຸ້ງເຕັມເລີຍ.
  • ການລ້ຽງປາກິນຫຍ້າ ນອກຈາກຫົວອາຫານແລ້ວ ມັນຍັງມັກແມ່ນມີຫຍ້າໄຊ, ໃບມັນມັນຕົ້ນ ແລະ ໃບມັນດ້າງ.
  • ດາວໄຊ ເປັນດາວຣຶກ ທີ່ຫຼາຍຄົນຍັງບໍ່ທັນຮູ້ຈັກ ແລະ ມີການຄົ້ນຄວ້າ ເຜີຍແຜ່ຂໍ້ມູນກ່ຽວກັບ ດາວດັ່ງກ່າວນ້ອຍ ຖ້າທຽບກັບດວງເດືອນ.

ສະຫຼຸບ.

ຄໍາວ່າ “ໄຊ” ໝາຍເຖິງສິ່ງທີ່ມະນຸດສ້າງຂຶ້ນ ເພື່ອເປັນເຄື່ອງມືໃນການດັກເອົາປາ ຫຼື ສັດນໍ້ານ້ອຍໆ ດ້ວຍການເອົາໄມ້ຕອກ ຫຼື ລວດ ມາສານເປັນຮູບຍາວ ແລະ ເຮັດງາໃສ່. “ໄຊ” ແມ່ນຊື່ຫຍ້າແນວໄຊຊຶ່ງເປັນ ຫຍ້າແນວນຶ່ງມັກເກີດຢູ່ແຄມນໍ້າ, ບຶ່ງ ຫຼື ທົ່ງ ມີໃບຍາວ ແລະ ແຫຼມຄົມ ສາມາດໃຊ້ເກືອສັດຈໍານວນນຶ່ງ.  “ໄຊ” ແມ່ນຊື່ດາວຣຶກທະນິສຖາ, “ໄຊ” ແມ່ນວິທີການປົວພະຍາດວິທີການນຶ່ງ ຂອງຄົນສະໄໝກ່ອນ ຊຶ່ງຕ້ອງຄ້ຽວໝາກເປົ່າ. “ໄຊ” ຍັງໝາຍເຖິງອາການເມົາ ຫຼື ປ່ວງເພາະຄວາມເຈັບ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo