ຄໍາວ່າ “ໂມ້” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍ ຄໍາວ່າ “ໂມ້” ມີຄວາມໝາຍແນວໃດ?

ຄໍາວ່າ “ໂມ້” ໝາຍເຖິງອຸປະກອນຢ່າງນຶ່ງທີ່ຄົນເຮົາສ້າງຂຶ້ນມາ ເພື່ອຮັບໃຊ້ຊີວິດການເປັນຢູ່ ໂດຍສະ ເພາະແມ່ນການ ໂມ້ເຂົ້າ ເພື່ອໃຫ້ມຸ່ນລະອຽດ ແລະ ນໍາໄປເຮັດອາຫານ ເຊັ່ນ: ເຝີ, ເຂົ້າປຸ້ນ, ເຂົ້າຊອຍ, ບັນກວນ ແລະ ອື່ນໆ. ໃນສະໄໝກ່ອນ ໂມ້ ສ່ວນໃຫຍ່ເຮັດດ້ວຍຫີນສອງແຜ່ນປະກົບກັນ ແລະ ມີແຂ້ວຮ່ອງນ້ອຍໆສໍາລັບບົດເຂົ້າໃຫ້ມຸ່ນລະອຽດ, ນອກຈາກນັ້ນ ຍັງມີຫຼາຍຮູບແບບແຕກຕ່າງກັນໄປ ຂຶ້ນກັບແຕ່ລະທ້ອງຖີ່ນ ຊຶ່ງສາມາດພົບເຫັນຫຼາຍໃນປະເທດຈີນ, ເກົາຫຼີ, ຍີ່ປຸ່ນ, ເຂດປະເທດອາຊຽນ, ອີນເດຍ ເປັນຕົ້ນ ແຕ່ປະຈຸບັນສ່ວນໃຫຍ່ແມ່ນໃຊ້ເຄື່ອງໂມ້ໄຟຟ້າ ທີ່ປະດິດຂຶ້ນ ເພາະສະດວກສະບາຍກວ່າ.

ນອກຈາກນີ້, ໂມ້ ຍັງໝາຍເຖິງໂຕຂຽດໂມ້ ຊຶ່ງເປັນຂຽດແນວນຶ່ງ ຕົວນ້ອຍກວ່າກົບ ມັກອາໃສຢູ່ຕາມທົ່ງຕາມໄຮ່ນາ, ສາມາດນໍາມາເຮັດອາຫານໄດ້ ເຊັ່ນ: ປີ້ງຂຽດໂມ້, ເອາະຂຽດໂມ້, ຈືນຂຽດໂມ້ ເປັນຕົ້ນ ແລະ ເປັນທີ່ນິຍົມກັນກິນໃນປະເທດລາວ, ໄທ, ກໍາປູເຈຍ, ຫວຽດນາມ, ພະມ້າ ແລະ ເຂດອື່ນໆ. “ໂມ້” ຍັງແມ່ນຊື່ພະຍາດຢ່າງນຶ່ງ ທີ່ມັກເປັນຕາມເນື້ອໜັງ ຖ້າເປັນແລ້ວຈະເປັນຕຸ່ມເປື່ອຍຕາມພື້ນຕີນ ຮຽກ ໜໍ່ໂມ້ ແຕ່ບໍ່ແມ່ນ ຫໍ (ພະຍາດຫໍ ຊຶ່ງເປັນພະຍາດແນວນຶ່ງມັກເກີດເວລາແຊ່ນໍ້າໄຮ່ແຊ່ນໍ້ານາດົນ).  ອີກຄວາມໝາຍນຶ່ງ “ໂມ້” ຍັງໝາຍເຖິງ ຂີ້ໂມ້ ໝາຍເຖິງຄົນເວົ້າຫຼາຍ ເວົ້າໃຫຍ່ເກີນມີຢູ່ ຫຼື ເກີນຄວາມຈິງ ໂມ້ ຫຼື ຂີ້ໂມ ກົງກັນຂ້າມກັບ ຄໍາວ່າ “ຖ່ອມຕົນ”.

ຄໍາວ່າ “ໂມ້”
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າໂມ້”.

ໂມ້ (1. ຄໍານາມ) ເຄື່ອງບົດແນວນຶ່ງ ເຮັດດ້ວຍຫີນຮູບຄືສີສີເຂົ້າ. ຂຽດແນວນຶ່ງ ຕົວນ້ອຍກວ່າກົບ ເອີ້ນ ຂຽດໂມ້. ຊື່ພະຍາດຢ່າງນຶ່ງ ເປັນຕາມເນື້ອໜັງ ມີລັກສະນະເປັນຕຸ່ມເປື່ອຍອີກຢ່າງນຶ່ງ ເປັນຕາມພື້ນຕີນ ຮຽກ ໜໍ່ໂມ້. ຂີ້ໂມ້ ກໍວ່າ.

ຕົວຢ່າງ:

  • ແມ່ຕູ້ໂມ້ເຂົ້າຈ້າວທີ່ໝ່າໄວ້ 5 ກິໂລກະລາມ ເພື່ອນໍາໄປເຮັດເສັ້ນເຂົ້າຊອຍ ແບບວິທີດັ່ງເດີມ ທີ່ມີມາແຕ່ບູຮານ.
  • ມື້ວານຕອນເດີກຝົນຕົກແຮງຫຼາຍ ແລະ ໄດ້ຍີນສຽງຂຽດໂມ້, ກົບ, ອື່ງ ຮ້ອງຟົດສະໜັ່ນຢູ່ໃນທົ່ງນາ.
  • ທ້າວຈອຍ ເປັນຄົນຂີ້ໂມ້ ໄປໃສກະເວົ້າໃຫຍ່ ເລີຍເຮັດໃຫ້ຄົນອື່ນພະຍາຍາມຫຼີກລ່ຽງ ບໍລົມກັບລາວ.

ສະຫຼຸບ.

ໂມ້ ແມ່ນໂມ້ຫີນ ຊຶ່ງເປັນອຸປະກອນ ໃຊ້ບົດເຂົ້າເຮັດແປ້ງ ຫຼື ໂມ້ຢ່າງອື່ນ ໃຫ້ມຸ່ນລະອຽດ. ໃນສະໄໝກ່ອນ “ໂມ້” ສ່ວນໃຫຍ່ເຮັດດ້ວຍຫີນສອງແຜ່ນປະກົບກັນ ແລະ ມີແຂ້ວຮ່ອງນ້ອຍໆສໍາລັບບົດເຂົ້າໃຫ້ມຸ່ນລະອຽດ ສະໄໝກ່ອນໃຊ້ໂມ້ຫີນ, ແຕ່ປະຈຸບັນສ່ວນໃຫຍ່ໃຊ້ໂມ້ໄຟຟ້າ. ນອກຈາກນີ້, “ໂມ້” ແມ່ນໂຕຂຽດໂມ້ ຕົວນ້ອຍກວ່າກົບ ອາໃສຢູ່ຕາມທົ່ງນາ, ກິນໄດ້. “ໂມ້” ແມ່ນຊື່ພະຍາດ ເປັນຕຸ່ມເປື່ອຍຕາມພື້ນຕີນ ເອີ້ນ ໜໍ່ໂມ້. “ໂມ້” ຫຼື ຂີ້ໂມ້ ຍັງແມ່ນການເວົ້າຫຼາຍ, ເວົ້າໃຫຍ່ເກີນຈິງ ກົງກັນຂ້າມກັບ ຄໍາວ່າ “ຖ່ອມຕົນ”.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າ​ລາວ​ກັນ