ຄໍາວ່າ “ໂຕ” ມີຄວາມໝາຍໃນພາສາລາວແນວໃດ?

SA Game

DooDiDo

ອະທິບາຍຄໍາວ່າ “ໂຕ” ມີຄວາມໝາຍແນວໃດ?

​ຄໍາວ່າ “ໂຕ” ແມ່ນໝາຍເຖິງຮ່າງກາຍ ຫຼື ລໍາໂຕຂອງຄົນ, ສັດ ຫຼື ວັດຖຸສິ່ງຂອງ ເຊັ່ນ: ນັກໂມຍປໍ້າເປັນຄົນທີ່ມີຕົນໂຕໃຫຍ່ລໍ້າສັນ ແລະ ແຂງແຮງ, ຊ້າງແມ່ນສັດທີ່ມີລໍາໂຕໃຫຍ່ ແລະ ມີນໍ້າໜັກຫຼາຍ, ປາຊິວເປັນປາໂຕນ້ອຍ ເຮັດກ້ອຍແມ່ນແຊບ, ລົດບັນທຸກມີສ່ວນຫົວ ແລະ ໂຕ ແຕ່ບໍ່ມີຫາງຄືກັບງົວ. ພ້ອມນັ້ນ, ຍັງໃຊ້ຂຶ້ນຕົ້ນໃນການເອີ້ນສັດຕ່າງໆບໍ່ວ່າເປັນສັດບົກ ຫຼື ສັດນໍ້າ ເປັນຕົ້ນ ໂຕຊ້າງ, ໂຕເສືອ, ໂຕສິງ, ໂຕລິງ, ໂຕນົກ, ໂຕກາ, ໂຕປາ, ໂຕເຕົ່າ.

ນອກຈາກນັ້ນ, ເວລາເຮົາເອີ້ນໝູ່ຄູ່ຍັງມັກໃຊ້ຄໍາວ່າໂຕແທນຄໍາວ່າ ເຈົ້າ, ມຶງ. ລວມທັງ ໃຊ້ເປັນຫົວໜ່ວຍນັບສັດ ຄື ສັດ 10 ໂຕ, ຊ້າງ 5 ໂຕ, ປານຶ່ງໂລມີ 3 ໂຕ. ໃຊ້ບອກ ໃນບາງກໍລະນີ ກໍໃຊ້ໃນການນັບເລກ ເຊັ່ນວ່າ ເລກຫົວໜ່ວຍໂຕທີ 2 ແມ່ນເລກ 5 ສ່ວນເລກໂຕທີ 3 ແມ່ນ ເລກ 7, ຫວຍພັດທະນາປະກອບມີ ເລກ 2 ໂຕ, ເລກ 3 ໂຕ ແລະ ເລກ 5 ໂຕ. ນອກຈາກສິ່ງທີ່ກ່າວມາ ຄໍາວ່າ “ໂຕ” ເວລາໄປປະສົມກັບຄໍາອື່ນເຮັດໃຫ້ສາມາດຂະຫຍາຍຄວາມໝາຍໄດ້ເປັນຕົ້ນບອກເຖິງຂະໜາດ ຫຼື ຕັ້ງຄໍາຖາມເຊັ່ນ: ໂຕໃຫຍ່, ໂຕກາງ, ໂຕນ້ອຍ, ເສື້ອລາຄາໂຕເທົ່າໃດ (ຜືນເທົ່າໃດ), ສົ້ງລາຄາໂຕເທົ່າໃດ. ເວລາປະສົມກັບຄໍາອື່ນແລ້ວເຮັດໃຫ້ມີຄວາມໝາຍເປັນຢ່າງອື່ນ ເຊັ່ນ: ການເອົາໃຈໂຕເອງ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວຫຼາຍຂຶ້ນເຮົາມາເບິ່ງລາຍລະອຽດ ນໍາກັນດັ່ງລຸ່ມນີ້:

ຄຳວ່າ ໂຕ

“ໂຕ” (1. ຄໍານາມ) ຮ່າງ, ຮ່າງກາຍ, ຕົວ, ຄິງ, ລໍາໂຕ, ລໍາຄິງ, ເລົາຄິງ. (2. ຄໍາແທນນາມ) ໂຕ ເປັນຄໍາຮຽກຜູ້ອື່ນທີ່ໃຊ້ແທນຄໍາວ່າເຈົ້າ. ໂຕ ໃຊ້ເປັນຄໍານໍາໜ້າໃນການເອີ້ນຊື່ໂຕສັດ. ໂຕ ເປັນຫົວໜ່ວຍທີ່ໃຊ້ນັບໂຕສັດ. ໂຕ ໃຊ້ໃນການນັບໂຕເລກ.

ຕົວ­ຢ່າງ: 

  • ຊ້າງເປັນສັດໂຕໃຫຍ່ ແຕ່ກໍ່ຄໍາຮູ້ ແລະ ໜ້າຮັກ ມະນຸດມັກນໍາຊ້າງມາລ້ຽງເປັນຝູງ ຊຶ່ງປະກອບມີໂຕໃຫຍ່, ໂຕກາງ ແລະ ໂຕນ້ອຍ. ຊ້າງໂຕຜູ້ເອີ້ນແນວນຶ່ງ ແລະ ໂຕແມ່ກະເອີ້ນວ່າແນວນຶ່ງ.
  • ລາວມີໂຕນ້ອຍ ຈອຍ ແລະ ເປັນຄົນຕະຫຼົກ ພ້ອມທັງນິດໃສດີ ໃຜໆກໍມັກຢອກລາວ ເພາະເຮັດໃຫ້ໄດ້ຫົວ ແລະ ອາລົມດີ.
  • ມື້ອື່ນໂຕ ພາໝູ່ມາຫຼິ້ນເຮືອນເຮົາເດີ ເຮົາຈະກຽມເຂົ້າປາອາຫານໄວ້ ໂຕບໍ່ຕ້ອງຖືຫຍັງມາກໍ່ໄດ້ ເຮົາຈະກຽມໄວ້ໃຫ້ຄົບຊຸດ.
  • ໂຕສິ່ງເປັນສັດເຈົ້າປ່າທີ່ໜ້າເກັງຂາມ ມັນມັກລ່າສັດໃຫຍ່ນ້ອຍມາເປັນອາຫານເຊັ່ນ: ໂຕຄວາຍປ່າ, ໂຕງົວປ່າ, ໂຕກວາງ, ໂຕຟານ. ໂຕສິງຈ່າຝູງ ມັກຄຸມພື້ນທີ່ກ້ວາງພໍສົມຄວນ ເວລາມັນຕໍ່ສູ້ກັນມັກເຮັດໃຫ້ບາດເຈັບໜັກ ບາງເທື່ອກໍເສຍຊີວິດໄດ້.
  • ວານນີ້ໃສ່ມອງຢູ່ແມ່ນໍ້າງື່ມໄດ້ປາໄນໃຫຍ່ 5 ໂຕ ເອົາໄປຂາຍໄດ້ເງິນສອງແສນກີບ.
  • ແມ່ຕູ້ສາ ຖືກເລກ 3 ໂຕ ຊຶ່ງເລກໂຕທີນຶ່ງແມ່ນເລກ 5, ເລກໂຕທີສອງ ແມ່ນເລກ 2 ແລະ ເລກໂຕສຸດທ້າຍແມ່ນເລກ 9 ລາວໄດ້ລາງວັນ 3 ລ້ານກີບ.
  • ຂໍຖາມແດ່ແມ່ຄ້າ ສົ້ງຢີນເບີ 32 ໂຕນັ້ນ ລາຄາເທົ່າໃດ? ຖ້າຊື່ຫຼາຍໂຕຫຼຸດໄດ້ເທົ່າໃດ?
  • ລາວເປັນຄົນເອົາແຕ່ໃຈໂຕເອງ ເລີຍບໍ່ຄ່ອຍມີໝູ່ ໃຈມູມມອງໂຕເດ ຄິດວ່າເປັນແນວໃດ?.

ສະຫຼຸບ.

ຄໍາວ່າ “ໂຕ”​ ແມ່ນມີຫຼາຍຄວາມໝາຍ ເປັນຕົ້ນແມ່ນຮ່າງກາຍ ຫຼື ລໍາໂຕ, ໃຊ້ຂຶ້ນຕົ້ນບັນດາສັດຕ່າງໆ, ໃຊ້ເປັນຫົວໜ່ວຍນັບສັດ ແລະ ເລກ. ພ້ອມນັ້ນ ຍັງໃຊ້ເປັນຄໍາແທນນາມແທນຄໍາວ່າ ເຈົ້າ ຫຼື ມຶງ. ໃຊ້ປະສົມກັບຄໍາອື່ນເພື່ອສະແດງເຖິງຂະໜາດ, ລາຄາ ແລະ ອື່ນໆ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo