ຄໍາວ່າ “ແຫຼກ” ແລະ “ແຫຼວ” ມີຄວາມໝາຍຄືກັນບໍ່

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ແຫຼກ” ແລະ “ແຫຼວ”

ຄໍາວ່າ “ແຫຼກ” ແລະ “ແຫຼວ” ມີການອອກສຽງແຕກຕ່າງກັນ ແລະ ມີຄວາມໝາຍແຕກຕ່າງກັນອອກໄປ ແຕ່ມີ ຄວາມສໍາພັນກັນໃນບາງຄວາມໝາຍເຊັນກັນ ເປັນຕົ້ນ “ແຫຼກແຫຼວ” ເພື່ອເຂົ້າໃຈໃຫ້ຫຼາຍຂຶ້ນເຮົາມາເບີ່ງນໍາກັນ ດັ່ງນີ້.

ຄໍາວ່າ “ແຫຼກ” ໝາຍເຖິງສິ່ງທີ່ຖືກບົດ, ຕໍາ ຫຼື ອັດດ້ວຍແຮງປະທະສົ່ງຜົນຈົນເຮັດໃຫ້ເປັນຜົງ ແລະ ມຸ່ນລະອຽດ, ເປັນແປ້ງ ຊຶ່ງເປັນສິ່ງທີ່ເກືອບແຫຼວ ແຕ່ຍັງບໍ່ທັນແຫຼວເປັນນໍ້າເທື່ອເຊັ່ນ: ຕໍາງາໃຫ້ແຫຼກ, ບົດຫິນໃຫ້ແຫຼກ, ບົດ ແປ້ງເຂົ້າຈ້າວ ໃຫ້ແຫຼກ, ແກ້ວແຕກຈົນແຫຼກລະອຽດ, ຊາຍແຫຼກລະອຽດ ເປັນຕົ້ນ.

ຄໍາວ່າ “ແຫຼວ” ໝາຍເຖິງທາດແຫຼວ ຫຼື ຂອງແຫຼວ ຊຶ່ງເກີດຈາກເອົາຂອງແຫຼວມາປັ້ນເອົານໍ້າ ແລະ ຄວາມເຂົ້າໃຈທົ່ວໄປແມ່ນສິ່ງໃດສິ່ງນື່ງມີນໍ້າປົນ. ພ້ອມນັ້ນ, ທາງເຄມີແມ່ນເປັນສານຍຶດໜ່ຽວລະຫວ່າງອະນຸພາກນ້ອຍໆກວ່າ ຂອງແຂງມີປະລິມານທີ່ແນ່ນອນແຕ່ບໍ່ມີຮູບຮ່າງແນ່ນອນຖືກຈໍາກັດພາຍໃຕ້ອຸນະພູມ ແລະ ຄວາມດັນຮູບຮ່າງຈະຖືກກໍານົດໂດຍພາຊະນະບັນຈຸ. ຂອງແຫຼວສາມາດເຫັນໄດ້ທົ່ວໄປ ເຊັ່ນ: ນໍ້າ, ນໍ້າມັນກະຊວນ, ນໍ້າ ມັນແອັດຊັງ, ນໍ້າມັນລິນ, ນໍ້າມັນງາ ແລະ ອື່ນໆ.

SA Game
DooDiDo

ຂອງແຫຼວຈະມີຄວາມຕືງຂອງຜິວເນື່ອງຈາກໂມລິກຸນມີ ແຮງດຶງດູດຊຶ່ງກັນ ແລະ ກັນ ການເຄື່ອນ ທີ່ຈິ່ງຢູ່ພາຍໃຕ້ອິດທິພົນຂອງໂມລິກຸນອື່ນທີ່ຢູ່ອ້ອມຮອບເທົ່າກັນ ທຸກທາງ. ນອກຈາກນີ້, “ແຫຼວ” ຍັງໝາຍເຖິງໂຕແຫຼວ ຊຶ່ງເປັນສັດມີປີກບີນໄດ້ນອນໃນຈໍາພວກນົກ ເປັນສັດກິນຊາກ (ກິນ ຊີ້ນ) ແລະ ຖືວ່າເປັນສັດປີກທີ່ຮ້າຍແນວນຶ່ງ, ແຫຼວ ແບ່ງອອກເປັນຫຼາຍແນວອິງໃສ່ລັກສະນະຮູບຮ່າງ ແລະ ສີສັນ ຂອງມັນເຊັ່ນ: ແຫຼວຕັງບີ້ ເປັນແຫຼວທີມີຮູບຮ່າງນ້ອຍ, ແຫຼວນົກເຂົາ ເປັນແຫຼວທີ່ມີໂຕສໍ່າ ນົກເຂົາ, ແຫຼວແດງ ໂຕສໍ່າກາຂົນສີແດງບ່ອນຄໍມີຂົນຂາວກ່ານ, ແຫຼວພານໂຕນ ເປັນແຫຼວໂຕໃຫຍ່, ແຫຼວຄວາຍນ້ອຍ ຫຼື ແຫຼວຮຸ້ງ ກໍເປັນແຫຼວຂະໜາດໃຫຍ່ເຊັ່ນກັນ ມີຂົນສີມູມເວລາຮ້ອງມີສຽງຄືຄວາຍ ນ້ອຍຮ້ອງ. ແຫຼວ ມີຫຼາຍຊົນເຜົ່າໃນໂລກນີ້ລ້ຽງ ເພື່ອສົ່ງສານ ແລະ ລ່າສັດປ່າ ຊຶ່ງເປັນສິ່ງທີ່ໜ້າອັດສະ ຈັນຫຼາຍ ເຊັ່ນ: ມົງໂກນ, ບາງເຜົ່າໃນປະເທດຈີນ, ຫຼາຍເຜົ່າໃນຢູໂລບ ເປັນຕົ້ນ.

“ແຫຼກ” ແລະ “ແຫຼວ” ຍັງສາມາດນໍາມາໃຊ້ຮ່ວມກັນເອີ້ນ ແຫຼກແຫຼວ ຊຶ່ງໝາຍເຖິງການບົດ, ຕໍາ, ອັດ, ປັ່ນໃຫ້ ມຸ່ນຈົນລະອຽດບາງເທື່ອຈົນມີນໍ້າປົນ ເຊັ່ນ: ປັນໝາກໄມ້ໃຫ້ແຫຼກແຫຼວ, ບີບງາແຫຼກແຫຼວເພື່ອສະກັດເອົານໍ້າມັນ, ບົດປາມໃຫ້ແຫຼກແຫຼວເພື່ອສະກັດເອົານໍ້າມັນ. ນອກຈາກນັ້ນ, ຍັງໄດ້ຍີນຄໍາວ່າ ເຂົ້າໃຈໃຫ້ແຫຼກແຫຼວ ຊຶ່ງໝາຍ ເຖິງຕ້ອງເຂົ້າໃຈໃຫ້ມັນຖ່ອງແທ້ ເລິກຊຶ່ງ.

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າແຫຼກ”.

“ແຫຼກ” (1. ຄໍາກິລິຍາວິເສດ) ລະອຽດ, ມຸ່ນ.

ຕົວຢ່າງ:

  • ການຜະລິດແກ້ວແມ່ນຕ້ອງເອົາເມັດຊາຍໄປບົດໃຫ້ແຫຼກລະອຽດ ແລ້ວນໍາໄປເຜົາດ້ວຍອຸນຫະພູມສູງ ເພື່ອ ໃຫ້ເປັນທາດແຫຼວ ຈາກນັ້ນຈິ່ງນໍາໄປແປຮູບເປັນແກ້ວໃນຮູບຕ່າງໆ.
  • ບົດຖົ່ວເຫຼືອງປົນນໍ້າໃຫ້ແຫຼກ ແລະ ແຫຼວລະອຽດກ່ອນນໍາໄປເຮັດເຕົ້າຮວຍ ຫຼື ເຕົ້າຮູ້ ເພື່ອບໍລິໂພກ.

ຄວາມໝາຍຄຳວ່າແຫຼວ”.

“ແຫຼວ” (1. ຄໍາກິລິຍາວິເສດ) ມຸ່ນລະອຽດ, ບໍ່ແຂ້ນ, ມີນໍ້າປົນຫຼາຍ. (2. ຄໍານາມ) ສັດມີປີກຈໍາພວກນົກນັບວ່າເປັນສັດຮ້າຍໃນຈໍາພວກນົກມີຫຼາຍແນວ ຄື: ແຫຼວຕັງ ບີ້ ໂຕ້ນ້ອຍ, ແຫຼວນົກເຂົາຕົວຂະໜາດນົກເຂົາ, ແຫຼວແດງຄໍກ່ານ ຫຼື ແຫຼວແດງ ຕົວຂະໜາດກາຂົນສີ ແດງບ່ອນຄໍມີຂົນຂາວ, ແຫຼວພານໂຕນ ໂຕໃຫຍ່, ແຫຼວຄວາຍນ້ອຍ ໂຕໃຫຍ່ຂົນສີມູມຮ້ອງຄືສຽງຄວາຍ ນ້ອຍ ລາງແຫ່ງເອີ້ນ ຮຸ້ງ ຫຼື ແຫຼວຮຸ້ງ.

ຕົວຢ່າງ:

  • ນໍ້າເປັນທາດແຫຼວຢ່າງນຶ່ງທີ່ຈໍາເປັນຕໍ່ການດໍາລົງຊີວິດຂອງມະນຸດ, ສັດ ແລະ ຕົ້ນໄມ້ພືດພັນ, ຖ້າ ຂາດນໍ້າແມ່ນເຮັດໃຫ້ຕາຍ.

ສະຫຼຸບ.

ຄໍາວ່າ “ແຫຼກ” ແລະ “ແຫຼວ” ເຖິງຈະມີການອອກສຽງ ແລະ ມີຄວາມໝາຍແຕກຕ່າງກັນຫຼາຍຢ່າງ ແຕ່ກໍມີຄວາມ ສໍາພັນກັນ ຊຶ່ງເຮົາໄດ້ຟັງເລື້ອຍໆວ່າ ແຫຼກແຫຼວ ສໍາລັບຄວາມໝາຍ “ແຫຼກ” ແລະ “ແຫຼວ” ມີຄວາມໝາຍຄື:

ຄໍາວ່າ “ແຫຼກ” ໝາຍເຖິງສິ່ງທີ່ຖືກເຮັດໃຫ້ມຸ່ນເປັນແປ້ງລະອຽດ ຫຼື ເປັນຜົງນ້ອຍໆ ດ້ວຍການບົດ, ອັດ, ປັ່ນ, ບີບ ເປັນຕົ້ນ. ສ່ວນຄໍາວ່າ “ແຫຼວ” ແມ່ນທາດແຫຼວ ຫຼື ຂອງແຫຼວ ຊຶ່ງໄດ້ຈາກການອັດບົດ, ປັ່ນ, ບີບ ແລະ ທາດ ແຫຼວທາງເຄມີຕ່າງໆ. “ແຫຼວ” ຍັງແມ່ນສັດປີກສາມາດບີນໄດ້ ແລະ ເປັນສັດກິນຊາກ (ກິນຊີ້ນ) ເປັນອາຫານຄືກັນກັບໂຕກາ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo