ຄໍາວ່າ “ແສນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແສນ” ມີຄວາມໝາຍແນວໃດ?

ຄໍາວ່າ “ແສນ” ແມ່ນຊັ້ນຕໍາແໜ່ງນຶ່ງຂອງຂຸນນາງ ຫຼື ສັກຂອງຂ້າລັດສະການບູຮານ ຊຶ່ງໃຊ້ກັນໃນລະ ບອບສັກດີນາ ຫຼື ລະບົບມີເຈົ້າຊີວິດປົກຄອງ ເປັນຕໍາແໜ່ງທີ່ແຕ່ງໂດຍພະເຈົ້າແຜ່ນດິນ ສູງກວ່າໝື່ນ ແລະ ຕໍ່າກວ່າເພັຍ, ໃຊ້ກັນຫຼາຍໃນຂົງເຂດອາຊີຕາເວັນອອກຊ່ຽງໃຕ້ ເຊັ່ນ: ອານາຈັກລ້ານຊ້າງ (ປະເທດລາວ ແລະ ອີ່ສານຂອງໄທ ປະຈຸບັນ), ອານາຈັກລ້ານນາ (ປະເທດໄທ ປະຈຸບັນ), ອານາ ຈັກສຸໂຂໄທ (ປະເທດໄທ ປະຈຸບັນ), ອານາຈັກອາຍຸດທະຍາ (ປະເທດໄທ ປະຈຸບັນ), ອານາຈັກ ຂອມ (ປະເທດກໍາປູເຈຍ ປະຈຸບັນ), ອານາຈັກມອນ (ປະເທດພະມ້າ ປະຈຸບັນ), ອານາຈັກ 12 ປັນນາລື້ (ປະເທດຈີນຕອນໃຕ້ ປະຈຸບັນ), ອານາຈັກຊຽງຕູງ (ລັດຊານປະເທດພະມ້າ ປະຈຸບັນ).

ພ້ອມນັ້ນ ແສນເມືອງ ແມ່ນຕໍາແໜ່ງ ທີ່ໃຫຍ່ ຫຼື ເອີ້ນຕໍາແໜ່ງມະຫາອຸປະລາດມີຕໍ່າແໜ່ງດຽວ ຊຶ່ງຖ້າທຽບປະຈຸບັນແມ່ນທ່ານນາຍົກລັດຖະມົນຕີ ແລະ ເປັນຕໍາ ແໜ່ງສໍາຄັນໃນການບໍລິຫານບ້ານເມືອງ.

ນອກຈາກນີ້, “ແສນ” ຍັງແມ່ນໝາຍເຖິງນາຍທະຫານຜູ້ໃຫຍ່ທີ່ຄຸມກອງທັບ ຫຼື ຄົນໃນກອງທັບ ຊຶ່ງເປັນຜູ້ ຄວບຄຸມທະຫານ (ໄສນຸຍ-ແສນຍະ) ຕົວຢ່າງແສນຍາກອນແມ່ນໝູ່ທະຫານ, ກອງທັບ. ແສນຍານຸພາບ ແມ່ນອໍານາດທາງທະຫານ ເປັນຕົ້ນ.

SA Game
DooDiDo

“ແສນ” ໃນວິຊາຄະນິດສາດ ຫຼື ເລກ ໝາຍເຖິງເລກສີບໝື່ນ ຫຼື ຮ້ອຍພັນ (100.000) ຊຶ່ງໃຊ້ເພື່ອຂຽນ ແລະ ຄິດໄລ່ໃນຊີວິດປະຈໍາວັນ ເປັນຈໍານວນນັບໃຫຍ່ກວ່າຫຼັກໝື່ນ (10.000) ແລະ ນ້ອຍກວ່າຫຼັກລ້ານ (1.000.000). ອີກຄວາມໝາຍນຶ່ງ “ແສນ” ຍັງໝາຍເຖິງຫຼາຍເຫຼືອ ເກີນ ຫຼື ເຫຼືອຄານານັບ, ໂພດ ເຊັ່ນ: ແດດແສນຮ້ອນ, ແສນທຸກແສນຍາກ, ແສນລໍາບາກ, ແສນສາຫັດ, ມີເງິນເປັນແສນເປັນລ້ານ, ແສນດີໃຈ, ແສນອຸກໃຈ, ແສນລົ້ວ, ແສນຊົ່ວ, ແສນບໍ່ດີ, ແສນງາມ, ແສນຂີ້ລ້າຍ, ແສນແສບ.

ສະນັ້ນ ເພື່ອໃຫ້ເຂົ້າໃຈການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າແສນ”.

“ແສນ” (1. ຄໍານາມ) ບັນດາສັກຂອງຂ້າລັດສະການທີ່ພະເຈົ້າແຜ່ນດິນທົງຕັ້ງໃຫ້ສູງກວ່າໝື່ນ ແລະ ຕໍ່າ ກວ່າເພັຍ. ແສນເມືອງ ແມ່ນຕໍ່າແໜ່ງຂ້າລັດສະການຊັ້ນສູງສຸດໃນສະໄໝບູຮານ ມີຕໍ່າແໜ່ງດຽວ ຊຶ່ງຕໍ່ມາ ປ່ຽນເປັນຕໍາແໜ່ງມະຫາອຸປະລາດ ທຽບເທົ່າກັບຕໍ່າແໜ່ງນາຍົກລັດຖະມົນຕີໃນທຸກວັນນີ້. ນາຍທະຫານ, ຄົນໃນກອງທັບ, ຜູ້ຄວບຄຸມທະຫານ (ໄສນຸຍ-ແສນຍະ) ດັ່ງ ແສນຍາກອນແມ່ນ ໝູ່ທະຫານ, ກອງທັບ. ແສນຍານຸພາບ ແມ່ນອໍານາດທາງທະຫານ. (2. ກິລິຍາວິເສດ) ສີບໝື່ນ ຫຼື ຮ້ອຍພັນ (100.000), ຫຼາຍ ເຫຼືອເກີນ (ຄົນຕັ້ງແສນ), ໂພດ. ແສນ ແດດແມ່ນໂພດແດດ ຫຼື ແດດແກ່.

ຕົວຢ່າງ:

  • ຜູ້ທີ່ເປັນແສງເມືອງ ເປັນຄົນມີອໍານາດໃນການບໍລິຫານບ້ານເມືອງ ຊ່ວຍເຈົ້າຊີວິດ ແລະ ເປັນ ວຽກທີ່ໜັກໜ່ວງ.
  • ແສນຍະ ເປັນຜູ້ນໍາທັບ ເພື່ອໄປບຸກຕີຄ້າຍຂ້າເສີກ ສາມາດຂ້າສັດຕູ ແລະ ຈັບສະເລີຍໄດ້ຈໍານວນ ຫຼາຍຮ້ອຍຄົນ.
  • ທຸກມື້ນີ້ຄ່າຄອງຊີບແພງຫຼາຍ ເຫັນໄດ້ຈາກຊີ້ນຄວາຍ 1 ກິໂລກຼາມ ລາຄາເກືອບຮອດແສນກີບ ແລ້ວ ທຽບໃສ່ສິບປີຫຼັງແມ່ນໂລລະສີ່ສິບພັນກີບ.
  • ມື້ນີ້ພີ່ນ້ອງມາຢາມ ແສນດີໃຈ ແລະ ມີຄວາມສຸກ ເພາະບໍ່ເຫັນແຕ່ກ່ອນປົດປ່ອຍ ໃນສະໄໝນັ້ນ ການຄົມມະນາຄົມ ແລະ ການສື່ສານແມ່ນບໍ່ທັນສະໄໝດັ່ງທຸກວັນນີ້.

ສະຫຼຸບ.

ຄໍາວ່າ “ແສນ” ແມ່ນຊັ້ນຕໍາແໜ່ງນຶ່ງຂອງຂຸນນາງໃນລະບອບສັກດີນາ ຊຶ່ງແຕ່ງຕັ້ງໂດຍເຈົ້າຊີວິດ ຫຼື ພະເຈົ້າແຜ່ນດິນ ເປັນຕໍາແໜ່ງສູງກວ່າໝື່ນ ແລະ ຕໍ່າກວ່າເພັຍ. ຕໍາແໜ່ງແສນເມືອງ ແມ່ນມະຫາອຸປະລາດແລະ ມີຕໍ່າແໜ່ງດຽວ ຖ້າປະຈຸບັນແມ່ນທ່ານນາຍົກລັດຖະມົນຕີ. “ແສນ” ຍັງແມ່ນໝາຍເຖິງນາຍທະຫານຜູ້ໃຫຍ່ທີ່ຄຸມກອງທັບ, ແມ່ນຄົນໃນກອງທັບ ຊຶ່ງເປັນຜູ້ຄວບຄຸມທະຫານ. “ແສນ” ໃນວິຊາຄະນິດສາດ ຫຼື ເລກແມ່ນເທົ່າກັບສີບໝື່ນ ຫຼື ຮ້ອຍພັນ (100.000) ໃຫຍ່ກວ່າຫຼັກໝື່ນ ແລະ ນ້ອຍກວ່າຫຼັກລ້ານ.  “ແສນ” ຍັງໝາຍເຖິງຫຼາຍເຫຼືອຄານານັບ, ເຫຼືອໂພດ ດັ່ງ ແສນທຸກແສນຍາກ, ແສນດີໃຈ ແລະ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo