ຄໍາວ່າ ແບກ ແລະ ຫາບ ມີຄວາມໝາຍຕ່າງກັນແນວໃດ?

SA Game

DooDiDo

ຄໍາວ່າ ແບກ ແລະ ຫາບ ມີຄວາມໝາຍຄືກັນ ຫລື ຕ່າງກັນ?

ພາສາລາວເປັນພາສາທີ່ມີຄວາມອຸດົມສົມບູນໃນການນໍາໃຊ້,  ຍ້ອນຄວາມຫຼາກຫຼາຍຄືແນວນັ້ນ ບາງເທື່ອກໍ່ຍັງມີຄວາມສັບສົນໃນການນໍາໃຊ້ ແລະ ຫຍຸ້ງຍາກໃນຈໍາແນກຄວາມໝາຍຂອງຄໍາສັບ, ໂດຍສະເພາະຄົນລາວສ່ວນຫຼາຍແມ່ນອາໃສຄວາມລື້ງເຄີຍໃນການປາກເວົ້າ ເຊັ່ນພໍ່ແມ່ ຫຼື ຍາດຕິພີ່ນ້ອງພາເວົ້າ ຫຼື ພາໃຊ້ຄໍາສັບໃດກໍ່ໃຊ້ຄໍານັ້ນມາເລີຍ ທັ້ງທີ່ບາງເທື່ອການນໍາໃຊ້ຄໍາສັບນັ້ໜໆອາດບໍ່ຖືກຕ້ອງຕາມຫຼັກໄວຍະກອນ.

ໃນບົດນີ້ເຮົາຂໍຍົກເອົາບາງຄໍາສັບຂຶ້ນມາ ເພື່ອອະທິບາຍວິທີການນໍາໃຊ້ ແລະ ແປຄວາມໝາຍຂອງມັນ, ເຊິ່ງເຮົາຈະເວົ້າກ່ຽວກັບຄໍາວ່າ ແບກ ແລະ ຫາບ ສອງຄໍາສັບນີ້ອາດມີການໃຊ້ຫຼົງກັນ ຢູ່ໃນບາງທ້ອງຖິ່ນ ແລະ ບໍ່ຮູ້ຈັກຄວາມໝາຍຂອງມັນຢ່າງຖອງແທ້. ໂດຍອີງຕາມຂໍ້ມູນຂອງວັດຈະນະນຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ດຣ. ທອງຄໍາ ອ່ອນມະນີ ເຮົາສາມາດອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້ສອງຄໍາສັບດັ່ງກ່າວ ໄດ້ດັ່ງນີ້:

SA Game
DooDiDo
ຄຳວ່າ ແບກ.

ແບກ ເປັນຄໍາກໍາມະ ມີຄວາມໝາຍວ່າ ເອົາຂອງໃສ່ບ່າແລ້ວພາມັນໄປຈາກຈຸດໜຶ່ງໄປຫາອີກຈຸດໜຶ່ງ; ນອກຈາກນັ້ນຍັງໃຊ້ກັບການຮັບຜິດຊອບພາລະທີ່ໜັກໜ່ວງໄວ້ຜູ້ດຽວ ເອີ້ນວ່າ ແບກພາລະ.

ຕົວຢ່າງ:

ກໍາມະກອນແບກປູນຈາກສາງໄປຫາສະໜາມກໍ່ສ້າງ.

ນ້ອງຊາຍຂອງຂ້ອຍໄປຮັບຈ້າງແບກເຂົ້າຢູ່ໂຮງສີ.

ພໍ່ກັບແມ່ຂອງລາວເສຍຊີວິດໝົດແລ້ວລາວຈຶ່ງໄດ້ແບກພາລະທັງໝົດ ເຊັ່ນ: ການລ້ຽງດູນ້ອງ 3 ຄົນ ແລະ ຫາເງິນໃຊ້ໜີ້ແທນພໍ່ແມ່.

ຄຳວ່າ ຫາບ.

ຫາບ ເປັນຄໍາກໍາມະ ມີຄວາມໝາຍວ່າ ເອົາຂອງຫ້ອຍປາຍໄມ້ຄານທັງສອງຂ້າງ ແລ້ວເອົາເຄິ່ງກາງຂອງໄມ້ຄານນັ້ນມາງອຍໃສ່ບ່າ ເອີ້ນວ່າ ຫາບ.

ຕົວຢ່າງ:

ຂ້ອຍລຸກໄປຫາບນໍ້າຢູ່ແມ່ນໍ້າໃຫຍ່ທາງຫົວໝູ່ບ້ານໃນທຸກໆເຊົ້າ ເພື່ອເອົາມານໍາໃຊ້ໃນຄົວເຮືອນ ເພາະວ່າຢູ່ຊົນນະບົດບໍ່ມີນໍ້າປະປາໃຊ້ແບບສະດວກສະບາຍຄືຢູ່ໃນເມືອງ.

ແມ່ປ້າອ່ອນສີ ລາວມັກຫາບຂອງກິນມາເລາະຂາຍຢູ່ໜ້າບ້ານເຮົາທຸກມື້.

ສະຫຼຸບ.

ຄໍາວ່າ ແບກ ແລະ ຫາບ ມີຄວາມໝາຍແຕກຕ່າງກັນ, ແບກ ແມ່ນການເອົາສິ່ງຂອງໃດໜຶ່ງທີ່ຂ່ອນຂ້າງໜັກແດ່ມາວາງໃສ່ບ່າ ແລ້ວພາມັນໄປອີກຈຸດໜຶ່ງ ເອີ້ນວ່າ ແບກ, ສ່ວນຄໍາວ່າ ຫາບ ແມ່ນການເອົາສິ່ງຂອງສອງສິ່ງຫ້ອຍໃສ່ປາຍໄມ້ຄານສອງສົ້ນ ແລ້ວເອົາເຄິ່ງກາງໄມ້ຄານມາໃສ່ບ່າ ເອີ້ນວ່າ ຫາບ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo