ຄໍາວ່າ “ແຈ້ງ” ແລະ “ສະຫວ່າງ” ມີຄວາມໝາຍຄືກັນ​ຕ່າງ​ກັນ​ແນວ​ໃດ?

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ແຈ້ງ” ແລະ “ສະຫວ່າງ”

ຄໍາວ່າ “ແຈ້ງ” ແລະ “ສະຫວ່າງ” ມີການອອກສຽງແຕກຕ່າງກັນ ແຕ່ມີຄວາມໝາຍທີ່ຄືກັນໄດ້ ແລະ ແຕກຕ່າງກັນອອກໄປຂຶ້ນກັບການນໍາໃຊ້ຂອງປະໂຫຍກ ຊຶ່ງໃນທີ່ນີ້ເຮົາຈະເນັ້ນສິ່ງທີ່ຄືກັນເປັນຫຼັກດັ່ງ:

ຄໍາວ່າ “ແຈ້ງ” ມີຄວາມໝາຍຄືກັນກັບສະຫວ່າງ ຫຼື ສວ່າງ ຊຶ່ງແຈ້ງແມ່ນແສງທີ່ຮຸ່ງອອກມາຈາກສິ່ງໃດນຶ່ງເຊັ່ນ: ດວງຕາເວັນ, ດວງເດືອນ, ດວງດາວ, ໄຟຟ້າ, ກອງໄຟ, ຟ້າຜ່າ ເປັນຕົ້ນ ດັ່ງທີ່ເຮົາໄດ້ຍີນເວົ້າກັນທົ່ວໄປ ຄື: ຕາເວັນຮຸ່ງແຈ້ງຂຶ້ນໃນຍາມເຊົ້າ, ເດືອນເພັງແຈ້ງສະຫວ່າງ, ແສງໄຟລົດແຈ້ງຈົນເຫຼື້ອມຕາ, ແສງກອງໄຟແຈ້ງ ອອກໄປຫຼາຍສີບແມັດ. ນອກນັ້ນ ຍັງມີແຈ້ງດີ, ແຈ້ງຄັກ, ແຈ້ງຄັກແຈ້ງແນ່, ແຈ້ງຈ່າງປ່າງ, ແຈ້ງຈົ່ງປົ່ງ, ແຈ້ງສະຫວ່າງ, ແຈ້ງປະກາຍ, ແຈ້ງໂພດ ແລະ ອື່ນໆ.

“ແຈ້ງ” ຍັງມີຄວາມໝາຍວ່າການບອກ, ການກ່າວ ຫຼື ສະ ແດງໃຫ້ຮູ້ ເຊັ່ນ: ແຈ້ງກ່ອນລ່ວງໜ້າ, ແຈ້ງການ, ແຈ້ງຂ່າວ, ແຈ້ງຂໍ້ຫາ, ແຈ້ງຄວາມ, ແຈ້ງຜ່ານ, ແຈ້ງຜິດ, ແຈ້ງຜົນ, ແຈ້ງລາຄາ, ແຈ້ງລາຍລະອຽດ, ແຈ້ງອອກ, ແຈ້ງເຂົ້າ, ແຈ້ງເກີດ, ແຈ້ງເລື່ອງ, ແຈ້ງເຫດ, ແຈ້ງໃຫ້ຊາບ, ແຈ້ງໃຫ້ຮູ້.

SA Game
DooDiDo

“ແຈ້ງ” ແມ່ນຊື່ຂອງຕົ້ນໄມ້ແນວນຶ່ງ ຊຶ່ງເປັນຕົ້ນເປັນຮົ່ມໜາຄ້າຍຄືຕົ້ນໄຄ້ ມີໃບນ້ອຍໆ. ອີກ ຄວາມໝາຍນຶ່ງ “ແຈ້ງ” ຍັງໝາຍເຖິງການຮູ້ແຈ້ງທາງດ້ານຈິດໃຈ ການເຂົ້າໃຈທະລຸປຸປົ່ງປັນຫາຕ່າງໆ ດັ່ງ ທະ ພຸດທະເຈົ້າເປັນຄົນທີ່ຮູ້ແຈ້ງເຫັນຈິງແຫ່ງໂລກທໍາມະ, ຮູ້ແຈ້ງໃນໂລກແຫ່ງຄວາມເປັນຈິງ, ຮູ້ແຈ້ງກ່ຽວກັບກົດເກນ.

ຄໍາວ່າ “ສະຫວ່າງ” ມີຄວາມໝາຍຄືກັນກັບແຈ້ງ ຫຼື ຮຸ່ງ ຊຶ່ງເປັນແສງທີ່ອອກມາຈາກສິ່ງໃດສິ່ງນຶ່ງ ເຊັ່ນ: ດວງຕາ ເວັນ, ດວງເດືອນ, ດວງດາວ, ໄຟຟ້າ, ກອງໄຟ, ຟ້າຜ່າ ດັ່ງທີ່ເຮົາໄດ້ຍີນເວົ້າກັນທົ່ວໄປ ເປັນຕົ້ນ ດວງຕາເວັນ ສ່ອງສະຫວ່າງເຈີດຈ້າ, ແສງເດືອນເພັງສະຫວ່າງໃນຍາມລາຕີ, ດວງດາວເຫຼື້ອມສະຫວ່າງລະຍີບລະຍັບ, ແສງສະ ຫວ່າງສະໄຫວ, ແສງສະຫວ່າງປາຍອຸໂມງ ແລະ ອື່ນໆ. “ສະຫວ່າງ” ຍັງໝາຍເຖິງປອດປົ່ງບໍ່ມີຫຍັງ ຫຼື ບໍ່ມີສິ່ງ ໃດ ເຊັ່ນ: ທ້ອງຟ້າສະຫວ່າງບໍ່ມີເມກ, ທົ່ງຫຍ້າກວ້າງສະຫວ່າງສຸດສາຍຕາ ເປັນຕົ້ນ. ນອກຈາກນີ້, ຍັງໝາຍເຖິງ ຄົນທີ່ເຖິງແສງສະຫວ່າງແຫ່ງທໍາມະ, ສະຫວ່າງດ້ວຍປັນຍາ, ແສງສະຫວ່າງແຫ່ງຄວາມຈິງ, ແສງສະຫວ່າງແກ່ຊີ ວິດ ແລະ ອື່ນໆ.

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນອີກ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າແຈ້ງ”.

“ແຈ້ງ” (1. ຄໍາກິລິຍາວິເສດ) ສະຫວ່າງ, ຄັກແນ່ .(2. ຄໍາກິລິຍາ) ບອກ, ສະແດງ, ຮູ້. (3. ຄໍານາມ) ຕົ້ນໄມ້ແນວນຶ່ງໃບນ້ອຍ ຕົ້ນເປັນຮົ່ມໜາຄ້າຍຄືຕົ້ນໄຄ້.

ຕົວຢ່າງ:

  • ມື້ນີ້ຂ້ອຍຕື່ນແຕ່ມືດຈິ່ງໄດ້ເຫັນແສງແຈ້ງທໍາອິດແຫ່ງຮຸ່ງອາລຸນ ເປັນສິ່ງທີ່ມະຫັດສະຈັນ ແລະ ງົດງາມ ຫຼາຍ.
  • ຄໍ່າຄືນນີ້ທ້ອງຟ້າແຈ້ງສະຫວ່າງດ້ວຍແສງເດືອນເພັງ 15 ຄໍ່າ ແລະ ມີດວງດວງແຈ້ງຍິບຍັບສ່ອງອອກ ມາຢ່າງຕໍ່ເນື່ອງ ດັ່ງກັບວ່າມັນພວມສື່ສານບາງຢ່າງໃຫ້ຮູ້.
  • ລັດຖະບານໄດ້ແຈ້ງຂໍ້ມູນກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ທຸກໆມື້ ເພື່ອໃຫ້ປະຊາຊົນ ມີສະຕິ ແລະ ເປັນເຈົ້າການນໍາກັນເພື່ອສະກັດກັ້ນພະຍາດດັ່ງກ່າວ.

ຄວາມໝາຍຄຳວ່າສະຫວ່າງ”.

“ສະຫວ່າງ” (1. ຄໍາກິລິຍາວິເສດ) ແຈ້ງ, ຮຸ່ງ, ເປີຍ.

ຕົວຢ່າງ:

  • ເຮືອນເສດຖີ ເປີດໄຟຟ້າສະຫວ່າງໄປທົ່ວທຸກທິດຂອງເຮືອນລາວ ມີດອກໄຟຕິດຮົ້ວຫ່າງກັນ 3 ແມັດ ທຸກ ດອກ ແລະ ມີກ້ອງວົງຈອນປິດຕິດຢູ່ຢ່າງຫຼວງຫຼາຍ.
  • ໃນຫ້ອງປະຊຸມໄດ້ມີການເປີດໄຟໃຫ້ສະຫວ່າງພໍດີ ບໍ່ແຈ້ງເກີນໄປ ແລະ ບໍ່ມືດເກີນໄປ ເພື່ອໃຫ້ອ່ານໜັງສື ແລ້ວບໍ່ມີຜົນສະທ້ອນຕໍ່ສາຍຕາ.

ສະຫຼຸບ.

ຄໍາວ່າ “ແຈ້ງ” ແລະ “ສະຫວ່າງ” ມີການອອກສຽງຕ່າງກັນ ແຕ່ມີຄວາມໝາຍຄືກັນ. ແຕ່ກໍມີຄວາມໝາຍຕ່າງກັນ ເຊັ່ນກັນ, ຊຶ່ງຄໍາທີ່ຄືກັນແມ່ນໝາຍເຖິງຂອງ “ແຈ້ງ” ແລະ “ສະຫວ່າງ” ແມ່ນແສງທີ່ຮຸ່ງອອກມາຈາກສິ່ງໃດນຶ່ງ ອາດຈະເປັນດວງຕາເວັນ, ດວງເດືອນ, ດວງດາວ, ໄຟຟ້າ, ກອງໄຟ, ຟ້າຜ່າ, ການກະທົບຂອງວັດຖຸໃສ່ກັນ, ການລະເບີດ, ປະຕິກິລິຍາທາງເຄມີ ແລະ ອື່ນໆ ເຮັດໃຫ້ຮຸ່ງແຈ້ງສະຫວ່າງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo