ຄໍາວ່າ “ແຂງ” ແລະ “ແຄ່ງ” ມີຄວາມໝາຍຄືກັນ ແລະ ຕ່າງ​ກັນ​ແນວ​ໃດ?

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ແຂງ” ແລະ “ແຄ່ງ”

ຄໍາວ່າ “ແຂງ” ແລະ “ແຄ່ງ” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງຕໍ່າກັບສຽງສູງ ແຕ່ມີຄວາມໝາຍແຕກຕ່າງກັນອອກໄປດັ່ງນີ້.

ຄຳວ່າ “ແຂງ” ໝາຍເຖິງແກ່ນ ຫຼື ກ້າ (ບໍ່ແມ່ນກ້າຫານ ແຕ່ແມ່ນແຂງທົນທານ) ກົງກັນຂ້າມກັບອ່ອນ ເອົາມິດ ເອົາພ້າ ຫຼື ຂອງມີຄົມ ຟັນ ແລະ ຕັດ ລວມທັງປືນຍິງບໍ່ເຂົ້າ ຫຼື ເຂົ້າຍາກ ເຊັ່ນ: ກ້ອນຫີນແຂງ, ໄມ້ດູ່ເນື້ອແຂງ, ເຫຼັກແຂງ, ດິນແຂງ. “ແຂງ” ຍັງໝາຍເຖິງການແຂງຕົວ ຫຼື ກ້າມ ລວມທັງການຢືດຕົວຂອງກ້າມຊີ້ນ ດັ່ງ ນໍ້າແຂງ ຫຼື ນໍ້າກ້າມ ເປັນກ້ອນ, ຊີມັງແຂງຕົວ, ກ້າມແຂນແຂງ, ອາໄວຍະວະເພດຊາຍແຂງ ແລະ ໃຫຍ່ຂຶ້ນ ແລະ ອື່ນໆ.

“ແຂງ” ຍັງ ໝາຍເຖິງແຂງແຮງ ຫຼື ມີເຫື່ອມີແຮງມີສຸກຂະພາບດີ ບໍ່ເຈັບບໍ່ເປັນ ບໍ່ປ່ວຍບໍ່ໄຂ້. ບາງທ້ອງຖີ່ນຍັງ ໃຊ້ຄໍາວ່າຫ້າວ ຫັນກໍມີ. “ແຂງ” ຍັງໝາຍເຖິງຂຶງຂັງ ແຂງ ກະດ້າງບໍ່ຟັງຄົນອື່ນບອກສອນ, ສັ່ງວຽກ, ແນະນໍາ ຫຼື ຕໍ່ານິສົ່ງຂ່າວ ເຮົາເອີ້ນວ່າ ຫົວແຂງ. “ແຂງ” ຍັງໝາຍເຖິງປຸກ, ແຮງ ຫຼື ເຂັ້ມຂຸ້ນ ດັ່ງ ຢາສູບປຸກ (ຢາສູບແຮງ ເຂັ້ມຂຸ້ນ), ເຫຼົ້າ ປຸກ (ເຫຼົ້າມີຄວາມເຂັ້ມຂຸ້ນ ຫຼື ປະລິມານ alcohol ສູງ) ສະແດງອອກບ່ອນວ່າ ຄໍອ່ອນກິນເຫຼົ້າ ແດງ ຄໍແຂງກິນ ເຫຼົ້າຂາວ ເປັນຕົ້ນ.

SA Game
DooDiDo

ຄໍາວ່າ “ແຄ່ງ” ໝາຍເຖິງແມ່ນອະໄວຍະວະສ່ວນນຶ່ງຂອງຂາຂອງຄົນ ແລະ ສັດ ຊຶ່ງນັບເອົາແຕ່ຫົວເຂົ່າລົງໄປຫາ ຄໍ່ຕີນ ເອີ້ນລໍາແຄ່ງ. ໃນລໍາແຄ່ງປະກອບມີໜ້າແຄ່ງ, ສັນແຄ່ງ, ບີແຄ່ງ, ຂົນແຄ່ງ, ໜັງໜ້າແຄ່ງ, ກະດູກແຄ່ງ, ເອັນແຄ່ງ ເປັນຕົ້ນ. ແຄ່ງ ເປັນສ່ວນສໍາຄັນໃນການເຄື່ອນໄຫວ ໄປມາ ເພາະແຄ່ງເປັນສ່ວນນຶ່ງຂອງຂາມີບົດບາດ ໃນການປະກອບສ່ວນຂອງການຍ່າງ, ແລ່ນ ຊຶ່ງເຮົາມັກໄດ້ຍີນ ໃນພາສາວົງການກິລາບານເຕາະ ດັ່ງ ທ້າແຄ່ງ ກັນ, ສະນັບແຄ່ງ, ກັນແຄ່ງ, ແຄ່ງລອກ, ຟັນແຄ່ງ.

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າແຂງ”.

“ແຂງ” (1.ຄໍາຄຸນນາມ) ແກ່ນ, ກ້າແກ່ນ, ແຂງແຮງ, ແຮງຫັນ, ຂຶງຂັງ. (2.ຄໍາກິລິຍາ) ປຸກ.

ຕົວຢ່າງ:

  • ໄມ້ດູ່ແກ່ເນື້ອແຂງຫຼາຍ ນໍາມາເຮັດເຮືອນກຸ້ມຫຼາຍຊົ່ວອາຍຸຄົນ ແລະ ປະຈຸບັນໄມ້ເນື້ອແຂງໆແມ່ນລາຄາ ແພງຫຼາຍ.
  • ປີໃໝ່ ຄສ 2022 ຂໍໃຫ້ທຸກຄົນຈົ່ງສຸຂະພາບແຂງແຮງ, ອາຍຸໝັ້ນຂວັນຍືນ, ມີເງິນມີຄໍາຫຼາຍໆ ແລະ ຢູ່ ເຢັນເປັນສຸກ.

ຄວາມໝາຍຄຳວ່າແຄ່ງ”.

“ແຄ່ງ” (1. ຄໍານາມ)  ອະໄວຍະວະສ່ວນນຶ່ງຂອງຄົນ ແລະ ສັດ ຕັ້ງແຕ່ຫົວເຂົ່າລົງໄປຫາຄໍ່ຕີນ.

ຕົວຢ່າງ:

  • ເກມບານເຕະແມ່ນມ່ວນ ແລະ ດຸເດືອດຫຼາຍ ມີການເຕະຖືກໜ້າແຄ່ງກັນຫຼາຍຄັ້ງ ແຕ່ຍັງດີທີ່ມີການໃສ່ ສະນັບແຄ່ງກັນບໍ່ໃຫ້ໜ້າແຄ່ງກະທົບແຮງເຮັດໃຫ້ເຈັບ ຫຼື ຂາຫັກ.
  • ເດັກນ້ອຍຢອກກັນໂດຍເອົາໄມ້ຟາດໃສ່ຂາກັນ ເຮັດໃຫ້ໜ້າແຄ່ງຄົນນຶ່ງລື້ນ ແລະ ໃຫ້ສະອຶກສະອື້ນບໍ່ເຊົາ.

ສະຫຼຸບ.

ຄໍາວ່າ “ແຂງ” ແລະ “ແຄ່ງ” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງຕໍ່າກັບສຽງສູງ ແຕ່ມີຄວາມໝາຍແຕກຕ່າງກັນອອກ. ເພາະຄໍາວ່າ “ແຂງ” ໝາຍເຖິງຄວາມທົນທານແກ່ນ, ກ້າ, ຄົງ ຟັນ, ແທງ, ຕັດ, ຍິງບໍ່ເຂົ້າ ຫຼື ເຂົ້າຍາກ ມີຄວາມທົນທານຕໍ່ສະພາບແວດລ້ອມເຮັດໃຫ້ກຸ້ມດົນ. ພ້ອມນັ້ນ “ແຂງ” ໝາຍເຖິງການແຂງຕົວ ຫຼື ກ້າມ ລວມທັງການຢືດຕົວຂອງກ້າມຊີ້ນ. “ແຂງ” ຍັງມີຄວາມໝາຍວ່າມີເຫື່ອມີແຮງ, ແຂງແຮງມີສຸກຂະພາບດີ. “ແຂງ” ຍັງໝາຍເຖິງຄວາມຂຶງຂັງແຂງກະດ້າງບໍ່ຟັງຄົນອື່ນເວົ້າໃຫ້. ອີກຄວາມໝາຍນຶ່ງ “ແຂງ” ຍັງໝາຍເຖິງປຸກ  ຫຼື ເຂັ້ມຂຸ້ນແຮງ. ສ່ວນຄໍາວ່າ “ແຄ່ງ” ໝາຍເຖິງລໍາແຄ່ງຂອງຂາຄົນ ແລະ ສັດ ຊຶ່ງເປັນອະໄວຍະວະສ່ວນນຶ່ງຂອງ ຂາ ໃຊ້ເພື່ອຍ່າງ ແລະ ແລ່ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo