ຄໍາວ່າ “ແກ້ງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແກ້ງ” ມີຄວາມໝາຍແນວໃດ?

ຄໍາວ່າ “ແກ້ງ” ໝາຍເຖິງກ້ອນຫີນໃຫຍ່ ຫຼື ພະລານຫີນທີ່ຕັ້ງຂວາງທາງການໄຫຼຂອງແມ່ນໍ້າ ຫຼື ເຊ ຊຶ່ງ ແກ້ງທີ່ໃຫຍ່ ແລະ ດັງຂອງແມ່ນໍ້າຂອງແມ່ນແກ້ງຄອນພະເພັງ, ແກ້ງຫຼີຜີ ຢູ່ເມືອງດອນໂຂງ ແຂວງຈໍາປາ ສັກ, ແກ້ງກະເບົາ ຢູ່ເມືອງໄຊບູລີ ແຂວງສະຫວັນນາເຂດ, ແກ້ງຄອນຜີຫຼົງ ຢູ່ແຂວງບໍ່ແກ້ວ ເປັນຕົ້ນ. ພ້ອມນັ້ນ, ຍັງມີຫຼາຍໆແກ້ງທີ່ມີຊື່ສຽງ ແລະ ປະກົດມີໃນບົດກອນ, ບົດເພັງຕາມລໍານໍ້າຕ່າງໆໄດ້ແກ່: ແກ້ງ ກອກ ຢູ່ແຂວງສະຫວັນນາເຂດ, ແກ້ງໝໍ້ ຢູ່ເມືອງສັງທອງ ນະຄອນຫຼວງວຽງຈັນ, ແກ້ງຄອງຫຼວງ ຢູ່ແມ່ ນໍ້າອູ, ແກ້ງສະພຶ ຢູ່ຈັງຫວັດອຸບົນຣາດສະທານີ, ແກ້ງຄອຍ ຢູ່ຈັງຫວັດສາຣະບູຣີ.

“ແກ້ງ” ຍັງໝາຍເຖິງ ກຸ່ມຄົນອັນຕະພານ ຫຼື ຜູ້ຮ້າຍ ຫຼື ຄົນບໍ່ດີ ຊຶ່ງເປັນການຢືມຄໍາສັບມາຈາກພາສາອັງກີດເພື່ອໃຊ້ ຫຼື ເປັນ ສັບທັບສັບເຊັ່ນ: ແກ້ງໂຈນ, ແກ້ງຂີ້ລັກ, ແກ້ງນັກຕົ້ມຕູນ, ແກ້ງນັກເລງ, ແກ້ງນັກຊີ້ງລົດ ແລະ ແກ້ງ ອື່ນໆ.

ນອກຈາກນີ້, “ແກ້ງ” ຍັງໝາຍເຖິງຄວາມຕັ້ງໃຈເຮັດໃຫ້ຜິດທັງໆທີ່ຮູ້ ຫຼື ຕັ້ງໃຈເຮັດບໍ່ຖືກ ຫຼື ເຮັດຄືບໍ່ຮູ້, ເສີຍໆກັບສິ່ງທີ່ເກີດຂຶ້ນ, ບາງເທື່ອກໍເປັນການສະແດງອາການຂີ້ຕົວະເປັນຕົ້ນ ແກ້ງວ່າບໍ່ຮູ້ວ່າເງິນຕົກຢູ່ໃສ, ແກ້ງເຮັດວ່າບໍ່ເຫັນໂຈນເຂົ້າມາ, ແກ້ງເຮັດວ່າຕົນເປັນຄົນດີໃຈບຸນ, ແກ້ງວ່າຜູ້ອື່ນເປັນຄົນດີວ່າເປັນຄົນບໍ່ດີ, ແກ້ງເຮັດວ່າເຈັບ

SA Game
DooDiDo

“ແກ້ງ” ຍັງໝາຍເຖິງການເຮັດໃຫ້ຕົກໃຈ ຫຼື ຢ້ານເຊັ່ນ: ແກ້ງເຮັດວ່າຜີເຂົ້າຈົນໝູ່ຢ້ານ, ແກ້ງຮ້ອງແຮງໆໃສ່ໝູ່ຕົນຕົກໃຈ, ແກ້ງເຮັດຄືເມົາເຫຼົ້າ, ແກ້ງເຮັດວ່າຢ້ານ. ອີກຄວາມໝາຍໜຶ່ງ “ແກ້ງ” ຍັງແມ່ນຄໍາສັບບໍ່ມ່ວນເພາະແມ່ນການເອົາໄມ້ເຊັດຂີ້ (ອຸດຈາລະ) ອອກຈາກ ກົ້ນ ເອີ້ນແກ້ງຂີ້ ຫຼື ແກ້ງກົ້ນ ສ່ວນໄມ້ທີ່ໃຊ້ແກ້ງເອີ້ນ ໄມ້ແກ້ງຂີ້. “ແກ້ງ” ເວລານໍາໄປປະສົມກັບຄໍາອື່ນຍັງໃຫ້ຄວາມໝາຍເປັນຢ່າງອື່ນ ຕົວຢ່າງ “ແກ້ງຂີ້ຊ້າງ” ແມ່ນຊື່ການຫຼິ້ນຢ່າງນຶ່ງ ເອົາໄມ້ດິ້ວຫຼາຍໆອັນໃສ່ມື ທາງຫງາຍແລ້ວໂຍນຂຶ້ນ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າແກ້ງ”.

“ແກ້ງ” (1. ຄໍານາມ) ຫີນທີ່ຕັ້ງຂວາງທາງນໍ້າໄຫຼ, ບ່ອນມີຫີນຂວາງ. ກຸ່ມຄົນອັນຕະພານ ຫຼື ຜູ້ຮ້າຍ (ເປັນຄໍາທັບສັບມາຈາກພາສາອັງກີດ). (2. ຄໍາກິລິຍາ) ຕັ້ງໃຈທໍາໃຫ້ຜິດຈາກຄວາມປະສົງເດີມ, ຕັ້ງ ໃຈທໍາໃຫ້ຜິດໃຈ, ພິຕິ. ເອົາຂອງເຊັດອຸດຈາລະອອກຈາກກົ້ນ (ແກ້ງກົ້ນ) ຫຼື ເຊັດຂີ້ມູກ.

ຕົວຢ່າງ:

  • ແກ້ງຄອນພະເພັງເປັນແກ້ງໃຫຍ່ອັນດັບ 1 ຂອງແມ່ນໍ້າຂອງ ແລະ ມີຊື່ສຽງຫຼາຍ ແຕ່ລະປີມີນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາທ່ຽວຢ່າງຫຼວງຫຼາຍ.
  • ໃນຊຸມປີຜ່ານມາມີແກ້ງໂຈນລັກເດັກນ້ອຍເກີດຂຶ້ນຢູ່ປະເທດເພື່ອນບ້ານ ເປັນຂ່າງໂດ່ງດັງ ເຮັດໃຫ້ ຢ້ານກົວຮອດປະເທດເຮົາ.
  • ເພື່ອນຮ່ວມງານຂອງຂ້ອຍເປັນຄົນຂີ້ຝອຍ (ເວົ້າຫຼາຍ) ຍ້ອນບໍ່ລົມກັບລາວຂ້ອຍແກ້ງເຮັດຫູບໍ່ຍີນ ສີ່ງທີ່ລາວຖາມ ແລະ ຍ່າງກາຍໄປທາງອື່ນ.
  • ກໍມະການບານເຕະໃຫ້ໃບແດງນັກເຕະບານ ຍ້ອນແກ້ງເຮັດວ່າຖືກຝ່າຍກົງກັນຂ້າມເຕະຂາຢູ່ໜ້າ ປະຕູໂກນ ແລະ ຫວັງຢາກຢາກໄດ້ລູກໂທດ.
  • ຄົນສະໄໝກ່ອນນິຍົມກັນ ແກ້ງກົ້ນດ້ວຍໄມ້ປ່ອງທີ່ນໍາມາຕັດເປັນທ່ອນສັ້ນໆຄ່າສອກ ແລະ ຜ່າ ອອກເປັນນ້ອຍທໍ່ນີ້ວມືຄືກັບໄມ້ແຂດັງໄຟ ເພາະບໍ່ທັນສະໄໝຄືດຽວນີ້.

ສະຫຼຸບ.

ຄໍາວ່າ “ແກ້ງ” ມີຫຼາຍຄວາມໝາຍ ເປັນຕົ້ນໝາຍເຖິງກຸ່ມກ້ອນຫີນໃຫຍ່ ຫຼື ພະລານຫີນທີ່ຕັ້ງຂວາງແມ່ນໍ້າ ເປັນຈຸດໆ, “ແກ້ງ” ຍັງໝາຍເຖິງກຸ່ມຄົນບໍ່ດີ ເຊັ່ນ: ແກ້ງອັນຕະພານ, ແກ້ງຜູ້ຮ້າຍ, ແກ້ງໂຈນ, ແກ້ງຄົນບໍ່ ດີ, ແກ້ງຂີ້ລັກ, ແກ້ງນັກຕົ້ມຕູນ, ແກ້ງນັກເລງ, ແກ້ງນັກຊີ້ງລົດ ແລະ ແກ້ງອື່ນໆ. “ແກ້ງ” ຍັງແມ່ນການ ຕັ້ງໃຈເຮັດໃຫ້ຜິດທັງໆທີ່ຮູ້ ຫຼື ຕັ້ງໃຈເຮັດບໍ່ຖືກ, ເຮັດຄືບໍ່ຮູ້, ເສີຍໆກັບສິ່ງທີ່ເກີດຂຶ້ນ, ເປັນການສະແດງ ເຮັດຂີ້ຕົວະ. “ແກ້ງ” ຍັງໝາຍເຖິງການເຮັດໃຫ້ຕົກໃຈ ຫຼື ຢ້ານ. ອີກຄວາມໝາຍໜຶ່ງ “ແກ້ງ” ຍັງແມ່ນ ການເອົາໄມ້ເຊັດຂີ້ (ອຸດຈາລະ) ອອກຈາກກົ້ນ ເອີ້ນແກ້ງຂີ້ ຫຼື ແກ້ງກົ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo