ຄໍາວ່າ “ເອ້” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ເອ້” ມີຄວາມໝາຍແນວໃດ?

ຄໍາວ່າ “ເອ້” ຫຼື ເອ້ຍ້ອງ (ເອ້ຢ້ອງ ກໍວ່າ) ໝາຍເຖິງແມ່ນການຕົບແຕ່ງໃຫ້ສວຍງາມຂຶ້ນກວ່າເກົ່າ ຫຼື ດີ ກວ່າເກົ່າຈາກທີ່ເປັນຢູ່ແບບທໍາມະດາ ເປັນຕົ້ນແມ່ນການເອ້ຍ້ອງຂອງຄົນເຮົາ ໂດຍສະເພາະແມ່ນເພດຍິງ ຊຶ່ງສ່ວນໃຫຍ່ມັກແຕ່ງໜ້າດ້ວຍເຂົ້າແປ້ງນໍ້າແດງ, ທາປາກດ້ວຍລິບສະຕິກ. ວັດທະນາທໍາບາງເຂດກໍມີປີ່ນ ປັກຜົມ, ໃສ່ຊຸດສ່ວຍງາມ, ສີດນໍ້າຫອມ ແລະ ອື່ນໆ. “ເອ້” ເປັນຄໍາກົງກັນຂ້າມກັບເຮັດໃຫ້ຂີ້ລ້າຍ, ບໍ່ງາມ ຫຼື ເຈີ

ນອກຈາກນີ້, “ເອ້” ຍັງໝາຍເຖິງການປະດັບປະດາເຮືອນຊານບ້ານຊ່ອງ, ຮ້ານອາຫານ, ສວນ ຫຼື ສະ ຖານທີ່ຕ່າງໆ ລວມທັງວັດຖຸອຸປະກອນ, ສັດ ຫຼື ສິ່ງໃດສິ່ງນຶ່ງ ໃຫ້ສວຍງາມ, ມີສີສັນ ແລະ ເປັນລະບຽບ ດ້ວຍເຄື່ອງປະດັບ ຫຼື ໄຟແສງສີ, ຕົ້ນດອກໄມ້ ຫຼື ຢ່າງອື່ນໆ ໃຫ້ງາມກວ່າເກົ່າ ເພື່ອໃຫ້ສະດຸດຕາຄົນ ເບີ່ງຄົນຊົມ ຫຼື ເປັນການອວດອ້າງຢ່າງນຶ່ງ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າເອ້”.

“ເອ້” (1. ຄໍາກິລິຍາ) ຕົກແຕ່ງ, ປະດັບ, ປະດັບໃຫ້ງາມ, ອວດ.

ຕົວຢ່າງ:

  • ໃກ້ຮອດວັນຊາດລາວ ທີ 2 ທັນວາ ຂອງທຸກໆປີ ຈະມີການເອ້ຍ້ອງບັນດາເສັ້ນທາງຫຼັກຂອງແຕ່ ລະແຂວງດ້ວຍການປັກທຸງທິວທຸງຊາດ, ມີດອກໄຟຟ້າໄຕ້ຕອນກາງຄືນ ແລະ ເອ້ດ້ວຍດອກໄມ້ ໃຫ້ສວຍງາມສະດຸດຕາ.
  • ດາລານັກສະແດງມັກເອ້ຍ້ອງດ້ວຍເຄື່ອງປະດັບ ແລະ ແຕ່ງໂຕດ້ວຍເຄື່ອງສໍາອາງທີ່ມີຍີ່ຫໍ້ ແລະ ລາຄາແພງ.

ສະຫຼຸບ.

ຄໍາວ່າ “ເອ້” ແມ່ນການເອ້ຍ້ອງ ຫຼື ເອ້ຢ້ອງ ຊຶ່ງເປັນການຕົບແຕ່ງ, ປະດັບປະດາ ຫຼື ເຮັດໃຫ້ດີຂຶ້ນ, ສວຍ ງາມຂຶ້ນ ຈາກທີ່ເປັນຢູ່ແບບທໍາມະດາ ເຊັ່ນ: ການເອ້ຍ້ອງຂອງຄົນ, ເອ້ຍ້ອງສັດລ້ຽງ, ເອ້ຍ້ອງລົດໃຫຍ່, ເອ້ຍ້ອງຮ້ານ. ຊຶ່ງການເອ້ຍ້ອງອາດຈະໃຊ້ວັດສະດຸອຸປະກອນ ຫຼື ສິ່ງຂອງແຕກຕ່າງກັນໄປຕາມຈຸດປະສົງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo