ຄໍາວ່າ ເສັຍ ແລະ ເສຍ ມີຄວາມໝາຍແນວໃດໃນພາສາລາວ?

SA Game

DooDiDo

ອະທິບາຍພາສາລາວຄວາມໝາຍຂອງຄໍາວ່າ ເສັຍ ແລະ ເສຍ.

ຄວາມຫຼາກຫຼາຍຂອງພາສາລາວ ບາງເທື່ອກໍ່ເຮັດໃຫ້ສັບສົນທັງວິທີການຂຽນ, ການເວົ້າ ແລະ ການແປຄວາມໝາຍບາງເທື່ອຄໍາສັບໜຶ່ງກໍ່ແປໄດ້ຫຼາຍຄວາມໝາຍ ຈົນເຮັດໃຫ້ຈໍາແນກບໍ່ໄດ້ວ່າຄວນໃຊ້ຄໍາໃດຈຶ່ງຈະຖືກຕ້ອງ ພ້ອມດຽວກັນນັ້ນ ມັນກໍ່ມີ​ຫລາຍໆ​ຄຳ​ທີ່​ອອກ​ສຽງ​ຄ້າຍ​ຄື​ກັນ ລວມ​ທັງ​ຄວາມ​ໝາຍ​ກໍ​ໃກ້​ຄຽງ​ກັນ.

ບົດຄວາມຕອນນີ້ ເຮົາຈະມາເວົ້າເຖິງຄວາມໝາຍຂອງຄໍາສັບພາສາລາວກໍ່ຄືຄໍາວ່າ ເສັຍ ແລະ ເສຍ ສອງຄໍານີ້ຂຽນຕ່າງກັນ ແຕ່ວ່າອ່ານອອກສຽງຄືກັນ, ແລ້ວທາງດ້າຄວາມໝາຍຂອງມັນເດ ມີຄວາມຄ້າຍຄືກັນ ຫຼື ແຕກຕ່າງກັນແນວໃດ.
ສະນັ້ນ, ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ຂໍອ້າງອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບທີ່ ຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເຊິ່ງເພິ່ນໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ໄວ້ດັ່ງນີ້:

SA Game
DooDiDo
ຄຳວ່າ ເສັຍ.

ເປັນຄໍາກໍາມະ ໝາຍເຖິງ ເອົາສຽມ, ພ້າ, ມີດ, ຈົກ… ຕັດ ຫຼື ຖາງ ຫຍ້າໃຫ້ແປນ.

ຕົວຢ່າງ:

ສວນຜັກຢູ່ຫຼັງບ້ານຄືວ່າຮົກເຮື້ອແທ້, ຖ້າຢາກໃຫ້ຜັກງາມກໍ່ໝັ່ນເສັຍຫຍ້າໃຫ້ມັນແດ່.

ພໍ່ເຖົ້າລຸກມາເສັຍຫຍ້າເດີ່ນບ້ານແຕ່ເຊົ້າ ເພິ່ນວ່າຫຍ້າຕຶບຫຼາຍຢ້ານມີງູ.

ຄຳວ່າ ເສຍ.

ເປັນຄໍາກຳມະ ໝາຍເຖິງ ຫາຍໄປ, ບໍ່ເຫັນ, ຂາດ, ໃຊ້ບໍ່ໄດ້, ໝົດເປືອງ ແລະ ຖ້າປະສົມກັບຄໍາອື່ນຈະມີຄວາມ ໝາຍແຕກຕ່າງອອກໄປ ເຊັ່ນ: ເສຍຫາຍ ໝາຍເຖິງ ເສຍໄປ, ສູນໄປ, ບໍ່ຍັງເຫຼືອ.

ຕົວຢ່າງ:

ແມ່ເຖົ້າຂອງລາວເສຍໄດ້ 3 ປີ ແລ້ວ.

ກະເປົາເງິນຂອງນາງແກ້ວເສຍຕອນລາວໄປທ່ຽວທະເລກັບໝູ່ມື້ວານນີ້.

ເສຍການ ໝາຍເຖິງ ເຮັດໃຫ້ການງານຢຸດສະງັກ, ເຮັດໃຫ້ເສຍວຽກ.

ຕົວຢ່າງ:

ທ້າວກິ ເປັນຄົນມັກດຶ່ມເຫຼົ້າເມົາສຸລາ ຈົນເຮັດໃຫ້ເສຍການເສຍງານ.

ເສຍກົນ ໝາຍເຖິງ ເສຍທ່າ, ພາດພັ້ງໄປ, ເພາະບໍ່ຮູ້ເຖິງເຖິງເລ່ຫຼ່ຽມຂອງເຂົາ.

ຕົວຢ່າງ:

ທ້າວກົບ ໄດ້ໂອນເງິນໃຫ້ແມ່ຄ້າຂາຍເຄື່ອງອອນໄລ ແຕ່ບໍ່ໄດ້ຮັບສິນຄ້າທີ່ສັ່ງຊື້ນັ້ນ, ໝາຍຄວາມວ່າ ທ້າວກົບເສຍທ່າໃຫ້ພວກຕົ້ມຕຸ໋ນແລ້ວ.

ເສຍໃຈ ໝາຍເຖິງ ບໍ່ຖືກໃຈ, ບໍ່ພໍໃຈ, ຜິດໃຈ.

ຕົວຢ່າງ:

ນາງນ້ອຍ ເສຍໃຈຫຼາຍທີ່ລາວເສັງຕົກ ຍ້ອນລາວບໍ່ຕັ້ງໃຈຮຽນ.

ເສຍໜ້າ ໝາຍເຖິງ ເຮັດໃຫ້ຕົນເອງເສຍກຽດສັກສີ, ເຮັດໃຫ້ຄົນບໍ່ນັບຖື.

ຕົວຢ່າງ:

ພໍ່ ແລະ ແມ່ ອົບຮົມບົ່ມສອນລູກໃຫ້ເປັນຄົນຄໍາຮູ້ຜູ້ດີ ແລ້ວເປັນຫຍັງລູກຈຶ່ງເຮັດໃຫ້ພໍ່ແມ່ເສຍໜ້າໂດຍການລັກໂຕນໜີໂຮງຮຽນ?

ສະຫຼຸບ.

ເສັຍ ແລະ ເສຍ ສອງຄໍານີ້ອອກສຽງຄືກັນ ແຕ່ວ່າມີຄວາມໝາຍທີ່ແຕກຕ່າງກັນຢ່າງເຫັນໄດ້ຊັດ. ສະນັ້ນ, ຂໍ້ຄວນລະວັງກໍ່ແມ່ນຕ້ອງເບິ່ງຕາມຮູບປະໂຫຍກຂອງມັນໃຫ້ລະອຽດ ເພື່ອຫຼີກລ່ຽງຄວາມຜິດພາກໃນການໃຊ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo