ຄໍາວ່າ “ເຜືອກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ເຜືອກ” ມີຄວາມໝາຍແນວໃດ?

ຄໍາວ່າ “ເຜືອກ” ແມ່ນພືດຢ່າງນຶ່ງສາມາດໃຊ້ບໍລິໂພກໄດ້ຄືກັນກັບມັນ (ມັນເຜືອກ ກໍວ່າ) ແລະ ມັກເວົ້າຄູ່ ກັນໃນຫຼາຍໆຄໍາ ໂຕ່ງໂຕ້ຍ, ກາບກອນ ດັ່ງ ກິນມັນຕິດເຫືອກກິນເຜືອກຕິດແຂ້ວ. ເຜືອກເປັນພືດມີຫົວ ແນວນຶ່ງຕົ້ນ ແລະ ໃບຄ້າຍຄືກັບບອນ. ເຜືອກສາມາດນໍາມາເຮັດອາຫານໄດ້ຫຼາຍຢ່າງ ໂດຍສະເພາະ ແມ່ນເຄື່ອງຫວານ ແລະ ເຂົ້າໜົມຕ່າງໆ ເຊັ່ນ: ນໍ້າຫວານເຜືອກ, ຂະໜົມແຄບເຜືອກ ເປັນຕົ້ນ. ປະຈຸ ບັນມີຊາວກະສິກອນຈໍານວນຫຼາຍເຮັດສວນເຜືອກເພື່ອຂາຍເປັນອາຊີບອີກດ້ວຍ.

ນອກຈາກນີ້, “ເຜືອກ” ຍັງໝາຍເຖິງສີຂາວ ຫຼື ດ່ອນ ຊຶ່ງຄົນສະໄໝກ່ອນນິຍົມເວົ້າກັນ ແລະ ມັກເວົ້າກັບ ສັດ ເຊັ່ນ: ຊ້າງເຜືອກ ໝາຍເຖິງຂ້າງທີ່ມີຜິວຂາວ ຫຼື ດ່ອນ ຊຶ່ງຖືວ່າເປັນຊ້າງມູງຄຸນຫາຍາກ, ຄວາຍ ເຜືອກ ແມ່ນຄວາຍດ່ອນ ຫຼື ຄວາຍທີ່ມີຜິວສີຂາວນັ້ນເອງ. “ເຜືອກ” ຍັງໃຊ້ເອີ້ນໄມ້ໃຜ່ເຫຼົາກົມໆຖັກຕິດ ກັນໃຫ້ເປັນແຜ່ນຍາວໆ ສໍາລັບຕັນບໍ່ໃຫ້ປາໄປມາໄດ້.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າເຜືອກ”.

“ເຜືອກ” (1. ຄໍານາມ) ພຶດມີຫົວແນວນຶ່ງຕົ້ນ ແລະ ໃບຄືບອນໃຊ້ຫົວເປັນອາຫານ, ໄມ້ໃຜ່ເປັນລິ້ວຖັກຕິດ ກັນໃຫ້ເປັນແຜ່ນສໍາລັບກັນບໍ່ໃຫ້ປາໄປມາໄດ້. (2. ຄໍາກິລິຍາ) ຂາວ (ໃຊ້ສໍາລັບຊ້າງເຜືອກ).

ຕົວຢ່າງ:

  • ນ້ອງສາວຂ້ອຍ ມັກກິນນໍ້າຫວານເຜືອກໃສ່ກະທິແຊ່ເຢັນ ຊຶ່ງເພີ່ນບອກວ່າມັນມີລົດຊາດເປັນເອກະ ລັກຕ່າງຈາກນໍ້າຫວານຕະກຸນຖົ່ວ.
  • ຊ້າງເຜືອກເປັນສັດຄູບ້ານຄູ່ເມືອງ ແລະ ຫາຍາກ, ຕາມຄວາມເຊື່ອຖ້າປະອານາຈັກໃດໄດ້ຄອບ ຄອງແມ່ນບ້ານເມືອງຈະຮຸ່ງເຮືອງ.
  • ພໍ່ຕູ້ສາ ໃຊ້ເວລາເຫຼົາໄມ້ໃຜ່ທີ່ຕັດມາໝົດມື້ ເພື່ອນໍາໄປເຮັດເຜືອກກັນປາຢູ່ຄອງເໝືອງນາລາວ ເພື່ອເອົາປາ.

ສະຫຼຸບ.

ຄໍາວ່າ “ເຜືອກ” ແມ່ນຫົວເຜືອກຫົວມັນ ຊຶ່ງເປັນພືດທີ່ມີຕົ້ນ ແລະ ໃບຄ້າຍຄືກັບບອນ, ສາມາດນໍາມາປຸງ ແຕ່ງເປັນອາຫານໄດ້ ໂດຍສະເພາະປະເພດນໍ້າຫວານ, ເຂົ້າໜົມ. ນອກຈາກນີ້, “ເຜືອກ” ໃຊ້ເອີ້ນກັບສັດ ທີ່ມີໜັງສີຂາວ ຫຼື ດ່ອນ ເປັນຕົ້ນແມ່ນໂຕຊ້າງ ແລະ ໂຕຄວາຍ. “ເຜືອກ” ຍັງແຕະໄມ້ໃຜ່ທີ່ເຫຼົາກົມໆ ຖັກ ຫຼື ມັດຕິດກັນຍາວໆ ຕັນປາບໍ່ໃຫ້ໄປມາໄດ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo