ຄໍາວ່າ “ເບາະ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ເບາະ” ມີຄວາມໝາຍແນວໃດ?

ຄໍາວ່າ “ເບາະ” ໝາຍເຖິງເຄື່ອງປູນັ່ງຂອງຄົນ ເຊັ່ນ ເບາະລົດຖີບ, ເບາະລົດຈັກ, ເບາະລົດໃຫຍ່, ເບາະ ຕັ່ງຍົນ, ເບາະຕັ່ງຕ່າງໆ ຊຶ່ງຖ້າເຮັດດ້ວຍໜັງ ເອີ້ນ ເບາະໜັງ, ເຮັດດ້ວຍຢາງອ່ອນ ເອີ້ນ ເບາະຢາງ ແລະ ຖ້າເຮັດດ້ວຍວັດສະດຸຢ່າງອື່ນ ແມ່ນເອີ້ນແຕກຕ່າງກັນໄປຕາມແຕ່ລະແນວ. ເບາະແມ່ນມີຮູບຮ່າງ ແຕກຕ່າງກັນໄປຂຶ້ນກັບວັດຖຸປະສົງ ດັ່ງ ເບາະລົດຖີບຈະນ້ອຍສໍາລັບນັ່ງຮອງກົ້ນໄດ້ຄົນດຽວສະເພາະມີ ຫຼາຍແບບ, ເບາະລົດຈັກຈະຍາວ ໂດຍທົ່ວໄປນັ່ງໄດ້ສອງຄົນ ມີຫຼາຍແບບຫຼາຍສີສັນ, ເບາະລົດໃຫຍ່ ແມ່ນມີຫຼາຍແບບຂຶ້ນກັບຊະນິດຂອງລົດ ເຊັ່ນ: ລົດເກງ, ລົດຈີບ, ລົດຕູ້, ລົດເມ ເປັນຕົ້ນ ຕົວຢ່າງ ລົດເກງ ໂດຍທົ່ວໄປມີເບາະໜ້າ ແລະ ເບາະຫຼັງ ຊຶ່ງເບາະໜ້າປະກອບມີເບາະຄົນຂັບລົດນຶ່ງບ່ອນນັ່ງ ແລະ ເບາະ ຜູ້ໂດຍສານນຶ່ງບ່ອນນັ່ງ. ສ່ວນເບາະຫຼັງແມ່ນນັ່ງໄດ້ຫຼາຍຄົນ ມີຫຼາຍແບບຫຼາຍສີສັນ ເຊັ່ນກັນ ລົດເກງບາງ ລຸ້ນຍັງມີເບາະເສີມອີກດ້ວຍ. ເບາະນັ່ງຂອງຍົນ ແລະ ລົດໄຟ ກໍມີຫຼາຍແບບຄືກັນກັບລົດດັ່ງທີ່ໄດ້ກ່າວມາ ຂ້າງເທິງເຊັ່ນກັນ.

ອີກຢ່າງນຶ່ງ “ເບາະ” ແມ່ນໝາຍເຖິງເສື່ອນອນຂອງເດັກນ້ອຍ ຫຼື ເດັກນ້ອຍເກີດໃໝ່ ມີຫຼາຍແບບ ຊຶ່ງ ເຮັດຈາກວັດສະດຸແຕກຕ່າງກັນ ມີຄຸນະພາບ ແລະ ລາຄາ ບໍ່ເທົ່າກັນ ບາງລຸ້ນຍັດດ້ວຍຂົນສັດ ເອີ້ນ ເບາະຂົນສັດ, ບາງລຸ້ນຍັດດ້ວຍຝ້າຍ, ບາງລຸ້ນຍັດດ້ວຍງິ້ວ, ບາງລຸ້ນຍັດດ້ວຍເລົາ, ບາງລຸ້ນຍັດດ້ວຍວັດ ສະດຸສັງເຄາະ ຂຶ້ນກັບເງື່ອນໄຂ ແລະ ຄວາມຕ້ອງການຂອງຕະຫຼາດ. ນອກຈາກນີ້, “ເບາະ” ຍັງໝາຍເຖິງການແຕກອອກ ຫຼື ເຈາະເປັນຮູອອກ ເຊັ່ນ: ໄກ່ເບາະໄຂ່ອອກເປັນລູກ, ເປັດຟັກໄຂ່ກ່ອນເບາະເປັນ ລູກ, ນົກງໍາໄຂ່ເພື່ອເບາະລູກ, ໄຂ່ຈີ່ກ້ຽມເບາະເປັນໂຕ. “ເບາະ” ຍັງໝາຍເຖິງການສັບ ຫຼື ສີ່ວ ໃຫ້ເປັນຮູ ນ້ອຍໆອີກດ້ວຍ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າເບາະ”.

“ເບາະ” (1. ຄໍານາມ) ເຄື່ອງປູນັ່ງ ຫຼື ເສື່ອນອນຂອງເດັກເກີດໃໝ່ ທີ່ຍັດດ້ວຍຂອງອ່ອນ. (2. ຄໍາກິລິຍາ) ແຕກອອກ. ເຈາະເປັນຮູອອກ (ໄກ່ເບາະລູກ). ສັບ ຫຼື ສີ່ວ ໃຫ້ເປັນຮູນ້ອຍໆ.

ຕົວຢ່າງ:

  • ປະຈຸບັນ ຮ້ານຕົບແຕ່ງເບາະລົດທີ່ມີຊື່ສຽງຢູ່ນະຄອນຫຼວງວຽງຈັນ ແມ່ນມີຫຼາຍ ແລະ ລາຄາເປັນ ກັນເອງ ສະດວກຫຼາຍທຽບໃສ່ເມື່ອກ່ອນ.
  • ໝູ່ເກີດລູກໃໝ່ຊຶ່ງເປັນລູກກົກໄດ້ຜູ້ຊາຍ ອາຍຸໄດ້ເດືອນນຶ່ງແລ້ວຂ້ອຍວາງແຜນວ່າຊິເຊື້ອເບາະນອນ ເພື່ອໄປຕ້ອນ ແລະ ສະແດງຄວາມທຍີນດີ.
  • ໄກ່ແມ່ຟັກ ຫຼື ງໍາໄຂ່ໃຊ້ເວລາເດືອນປາຍຈິ່ງເບາະອອກມາເປັນໄກ່ນ້ອຍ ຊຶ່ງໃນໄລຍະຟັກໄຂ່ນັ້ນ ແມ່ໄກ່ຕ້ອງອົດອາຫານ, ອົດນໍ້າ ແລະ ຕ້ອງໄດ້ຄ່ອຍປີ້ນໄຂ່ ຢ່າງຖະນຸຖະໜອມ.

ສະຫຼຸບ.

ຄໍາວ່າ “ເບາະ” ໝາຍເຖິງເຄື່ອງປູນັ່ງ ຊຶ່ງມີ ເບາະຍົນ, ເບາະລົດຖີບ, ເບາະລົດຈັກ, ເບາະລົດໃຫຍ່ ຊຶ່ງ ລວມມີ ລົດເກັງ ລົດຈີບ ລົດຕູ້ ລົດເມ ລົດໄຟ ແລະ ລົດອື່ນໆ. ໝາຍເຖິງເສື່ອນອນຂອງເດັກນ້ອຍ ຫຼື ເດັກເກີດໃໝ່ ຊຶ່ງຍັດໃນດ້ວຍຂອງອ່ອນ ດັ່ງ ຝ້າຍ, ຂົນສັດ, ນວມຟອງນໍ້າ. “ເບາະ” ໝາຍເຖິງແຕກອອກ ຫຼື ເຈາະເປັນຮູອອກ ເຊັ່ນ ໄກ່ເບາະໄຂ່, ເປັດເບາະໄຂ່, ນົກເບາະໄຂ່, ຈີ່ກ້ຽມເບາະໄຂ່. “ເບາະ” ຍັງໝາຍ ເຖິງສັບ ຫຼື ສີ່ວ ໃຫ້ເປັນຮູນ້ອຍໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo