ຄໍາວ່າ “ເຕົ້າ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ເຕົ້າ” ມີຄວາມໝາຍແນວໃດ?

ຄໍາວ່າ “ເຕົ້າ” ແມ່ນມີຫຼາຍຄວາມໝາຍ ນຶ່ງໃນນັ້ນແມ່ນລູກ ຫຼື ລູກເຕົ້າ ນັ້ນເອງ. “ເຕົ້າ” ໝາຍເຖິງນົມ (ເຕົ້ານົມ ຂອງເພດແມ່) ເອີ້ນເຕົ້ານົມ ຫຼື ໜ່ວຍນົມ ເພື່ອໃຊ້ພະລິດນໍ້ານົມລ້ຽງລູກ ແຕ່ໃນປະຈຸບັນແມ່ນມີ ເພດຊາຍທີ່ຢາກເປັນແມ່ຍິງຈໍານວນນຶ່ງຜ່າຕັດເອົາຢາງ (ຊີລິໂຄນ) ໃສ່ເພື່ອໃຫ້ຄືນກັບແມ່ຍິງ. “ເຕົ້າ” ແມ່ນ ຊື່ຂອງໝາກນໍ້າ ຫຼື ໝາກນໍ້າເຕົ້າ ຊຶ່ງເປັນພຶດຊະນຶດນຶ່ງເປັນເຄືອ ໝາກນໍາມາເຮັດກິນໄດ້ຫຼາຍແນວມີຫຼາຍ ແນວ ດັ່ງບາງແນວໜ່ວຍຍາວ, ບາງແນວໜ່ວຍມົນ, ບາງແນວໜ່າຍມົນກິ່ວຢູ່ເຄີ່ງກາງ ສາມາດນໍາໄປເຮັດ ເຕົ້າໃສ່ນໍ້າ ແລະ ໃສ່ເຫຼົ້າໄດ້. ເວົ້າໂດຍລວມ “ເຕົ້າ” ແມ່ນສີ່ງຂອງທີ່ມີລັກສະນະສັນຖານໂນນຂຶ້ນ ຫຼື ຄ້າຍຄືນົມ ຫຼື ໝາກນໍ້າເຕົ້າ ເຊັ່ນ: ເຕົ້າແຄນ, ເຕົ້ານໍ້າ, ເຕົ້ານໍ້າຊາ, ເຕົ້າກາເຟ ເປັນຕົ້ນ. ພ້ອມນັ້ນ, “ເຕົ້າ” ຍັງໃຊ້ເອີ້ນຂຶ້ນຕົ້ນຊື່ຂອງອາຫານຂອງຊາວຈີນທີ່ເຮັດຈາກໝາກຖົ່ວເຫຼືອງໂດຍຜ່ານຂັ້ນຕອນການເຮັດຕ່າງ ກັນອອກໄປ ດັ່ງ ເຕົ້າຮູ້, ເຕົ້າຮວຍ, ເຕົ້າຈ້ຽວ. “ເຕົ້າ” ຍັງແມ່ນຊື້ຕົ້ນເຕົ້າແລ້ງ ຊຶ່ງເປັນພຸ່ມໄມ້ແນວນຶ່ງ ຕົ້ນນ້ອຍໆ ເຕ້ຍ ມີໝາກເປັນພົ້ວ.

ນອກຈາກນີ້, “ເຕົ້າ” ຍັງໝາຍເຖິງການເຕົ້າລວມ, ເຕົ້າໂຮມ ຫຼື ທ້ອນໂຮມເຂົ້າກັນ ເຊັ່ນ: ເຕົ້າຂ່ວງ ແມ່ນ ການໄປໂຮມກັນຂອງຄົນຢູ່ຂ່ວງບ້ານ, ເຕົ້າໂຮມມິດຕິງ ແມ່ນຄົນໄປເຕົ້າໂຮມກັນເພື່ອຟັງການປາໃສ ຫຼື ເວົ້າ ສິ່ງໃດນຶ່ງ, ເຕົ້າໂຮມຄົນ ເພື່ອອອກແຮງງານ, ປາເຕົ້າໂຮມກັນເພື່ອວາງໄຂ່ ຫຼື ເອີ້ນປາອໍ, ແມງເມົ່າເຕົ້າ ຕອມດອກໄຟ, ເຕົ້າໂຮມອາວຸດ ເພື່ອກຽມອອກເສີກ ແລະ ອື່ນໆ. “ເຕົ້າ” ເວລາໄປປະສົມກັບຄໍາອື່ນຍັງ ໃຫ້ຄວາມໝາຍເປັນແນວໃໝ່ ດັ່ງ ເຕົ້າແກ້ມ ແມ່ນການເອົາມືຄໍ້າແກ້ມ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າເຕົ້າ”.

“ເຕົ້າ” (1. ຄໍານາມ) ລູກ. ນົມ, ໜ່ວຍນົມ. ໝາກນໍ້າ. ລັກສະນະຂອງທີ່ມີສັນຖານໂນນຂຶ້ນ, ລັກສະນະ ສິ່ງທີ່ຄືນົມ, ລັກສະນະຂອງທີ່ຄ້າຍຄືໝາກນໍ້າເຕົ້າ. ເຕົ້າແຄນ ແມ່ນໄມ້ບ່ອນເອົາລູກແຄນສຸບໃສ່ ແລະ ເປັນບ່ອນເປົ່າແຄນໃຫ້ດັງ. ເຕົ້າຈ້ຽວ ແມ່ນໝາກຖົ່ວເຫຼືອງທີ່ດອງເກືອສໍາລັບປະສົມອາຫານ. ເຕົ້ານົມແມ່ນ ນົມ, ກົກນົມ. ເຕົ້າແລ້ງ ແມ່ນຊື່ພຸ່ມໄມ້ແນວນຶ່ງ ຕົ້ນນ້ອຍໆ ແລະ ຕໍ່າໝາກເປັນພົ້ວຄ້າຍຄືໝາກແຄ້ງແຕ່ ເປັນພົ້ວຢ່ອນລົງ. ເຕົ້າຮູ້ ແມ່ນຖົ່ວເຫຼືອງທີ່ປົ່ນເປັນແປ້ງແລ້ວເຮັດເປັນກ້ອນ, ອາຫານເຄັມຂອງຈີນທໍາດ້ວຍ ໃນໝາກຖົ່ວ. ເຕົ້າຮວຍ ແມ່ນເຂົ້າໜົມແນວນຶ່ງເຮັດດ້ວຍໃນຖົ່ວ. (2. ຄໍາກິລິຍາ) ໂຮມ, ທ້ອນ. ເດີນໄປ

ຕົວຢ່າງ:

  • ໃນງານປີໃໝ່ ບັນດາລູກເຕົ້າ ແລະ ຍາດຕິພີ່ນນ້ອງມາຄົບໜ້າຄົບຕາແລ້ວ ພໍ່ຕູ້ໃຫຍ່ຈິ່ງກ່າວເປີດ ພິທີ. ຫຼັງຈາກນັ້ນ ຈິ່ງກິນເຂົ້າສາມັກຄີກັນດ້ວຍຄວາມມ່ວນຊື່ນ.
  • ນໍ້ານົມຈາກເຕົ້າຂອງຜູ້ເປັນແມ່ແມ່ນນົມທີ່ມີຄຸນຄ່າຫຼາຍ ເພາະມີວິຕາມີນ ແລະ ສາມາດເຮັດໃຫ້ ເດັກນ້ອຍຜູ້ທີ່ດູດນົມແມ່ມີພູມຕ້ານທານສູງ.
  • ນິທານໝາກນໍ້າເຕົ້າປູງແມ່ນນິທານຂອງລາວ ທີ່ເລົ່າສືບທອດກັນມາຫຼາຍລຸ້ນຄົນ ຊຶ່ງເນື້ອເລື້ອງ ແມ່ນເວົ້າເຖິງການໃຫ້ກໍາເນີດບັນດາເຜົ່າທີ່ຢູ່ໃນລາວ.
  • ເຕົ້າຮູ້ແມ່ນເຮັດຈາກໝາກຖົ່ວເຫຼືອງໂດຍຜ່ານຂັ້ນຕອນການຜະລິດສະເພາະ ແລະ ຫຼາຍຄົນນິຍົມ ກິນເພາະມີຄຸນຄ່າທາງໂພສະນາການ.
  • ຊ່ວງໂຄວິດ 19 ແຜ່ລະບາດ ທາງການໄດ້ຫ້າມເຕົ້າໂຮມກັນເພື່ອຈັດກິດຈະກໍາຕ່າງໆ ເຊັ່ນ: ປະ ຊຸມ, ຊຸມນຸມ, ງານສ້າງສັນ, ງານດອງ, ງານບຸນ ເປັນຕົ້ນ.

ສະຫຼຸບ.

ຄໍາວ່າ “ເຕົ້າ” ແມ່ນມີຫຼາຍຄວາມໝາຍ ຊຶ່ງໝາຍເຖິງລູກເຕົ້າ, ໝາຍເຖິງນົມ ຫຼື ໜ່ວຍນົມ ຫຼື ເຕົ້ານົມ. ໝາຍເຖິງໝາກນໍ້າ ຫຼື ໝາກນໍ້າເຕົ້າ. ໝາຍເຖິງສ່ງຂອງມີລັກສະນະສັນຖານໂນນຂຶ້ນຄືນົມ ຫຼື ໝາກນໍ້າ ເຕົ້າ. ໝາຍເຖິງຊື່ພຸ່ມໄມ້ເອີ້ນ ເຕົ້າແລ້ງ. ແມ່ນຊື່ເອີ້ນຂຶ້ນຕົ້ນອາຫານຈີນທີ່ເຮັດຈາກໝາກຖົ່ວເຫຼືອງ ເຊັ່ນ: ເຕົ້າຮູ້, ເຕົ້າຮວຍ, ເຕົ້າຈ້ຽວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo