ຄໍາວ່າ “ເຂົ້າ” ມີຄວາມໝາຍໃນພາສາລາວແນວໃດ?

SA Game

DooDiDo

ອະທິບາຍຄໍາວ່າ “ເຂົ້າ” ມີຄວາມໝາຍແນວໃດ?

​ຄໍາວ່າ “ເຂົ້າ” ໝາຍເຖິງການຜ່ານເຂົ້າໄປທາງໜຶ່ງ ຫຼື ເຂົ້າໃນສິ່ງໃດສິ່ງໜຶ່ງ ເຊັ່ນ: ເຂົ້າປະຕູ, ເຂົ້າເຮືອນ, ເຂົ້າໃຈ, ເຂົ້າກັນໄດ້ດີ, ເຂົ້າໄປໃນຮົ້ວ, ເຂົ້າໝ້ຽງ, ເຂົ້າຍາມ, ເຂົ້າກັນ, ເຂົ້າຂາ, ເຂົ້າກະດູກດໍາ, ເຂົ້າແທ້ເຂົ້າວ່າ, ຂອງເຂົ້າ, ເຂົ້າໆອອກໆ. ນອກຈາກນັ້ນ, ຍັງໝາຍເຖິງພຶດມີເມັດ ແລະ ເປັນອາຫານຂອງຄົນ ແລະ ສັດບາງຈໍາພວກ ຊຶ່ງຖ້າແບ່ງຕາມແນວພັນເອີ້ນ: ເຂົ້າຈ້າວ, ເຂົ້າໜຽວ, ເຂົ້າບາເລ, ເຂົ້າສາລີ, ເຂົ້າໂພດ, ອື່ນໆ.

ເຂົ້າຖ້າເອີ້ນຊື່ຕາມຮູບຮ່າງ, ຖີ່ນກໍາເນີດ, ກີ່ນ ຫຼື ຈຸດພິເສດສະເພາະມັກເອີ້ນ: ເຂົ້າໄຮ່, ເຂົ້ານາ, ເຂົ້າດໍ, ເຂົ້າກໍ່າ, ເຂົ້າຕາກົບ, ເຂົ້າຕາຂຽດ, ເຂົ້າໄກ່ນ້ອຍ, ເຂົ້າຫອມມະລິ ແລະ ອື່ນໆ. ຖ້າແບ່ງຕາມການແປຮູບມີ: ເຂົ້າໜຶ້ງ, ເຂົ້າຫຸງ, ເຂົ້າເປືອກ, ເຂົ້າສານ, ເຂົ້າປຽນ ແຕ່ເປີກເຂົ້າທີ່ສີອອກມາເປັນເມັດໃຫຍ່ເອີ້ນແກບ ຖ້າເມັດມຸ່ນໆ ເອີ້ນຮໍາ, ເຂົ້າຈີ່, ເຂົ້າກ້ອງ, ເຂົ້າເບືອ, ເຂົ້າເໝົາ, ເຂົ້າຮາງ,ເຂົ້າສັງຂະຫຍາ, ເຂົ້າຕອກ ຫຼື ເຂົ້າຕອກແຕກ, ເຂົ້າຕົ້ມ, ເຂົ້າແດກງາ, ເຂົ້າປາດ, ເຂົ້າປຽກ ເປັນຕົ້ນ. ແຕ່ກໍມີຄໍາວ່າເຂົ້ານໍາໜ້າ ແຕ່ບໍ່ແມ່ນເຂົ້າໝົດເຊັ່ນ ເຂົ້າໜົມ (ເອີ້ນຂອງກິນຫຼີ້ນທົ່ວໄປ), ເຂົ້າແປ້ງ ໝາຍເຖິງແປ້ງຫອມສໍາລັບໃສ່ຕົນໂຕ.

SA Game
DooDiDo

ການເອີ້ນຄາບເຂົ້າຕາມເວລາມີຄື: ເຂົ້າເຊົ້າ ຫຼື ປັ້ນເຊົ້າ, ເຂົ້າສວາຍ ຫຼື ເຂົ້າງາຍ ຫຼື ເຂົ້າທ່ຽງ ແລະ ເຂົ້າແລງ.

ຄຳວ່າ ເຂົ້າ”.

“ເຂົ້າ” (1. ຄໍາກິລິຍາ) ໄປທາງໃນ, ໃສ່, ປະສົມ, ກົງກັນຂ້າມ. (2. ຄໍານາມ) ວັດຖຸທີ່ເປັນອາຫານຂອງ ມະນຸດເປັນເມັດໆ ມີ 2 ປະເພດຄື: ເຂົ້າໜຽວ ແລະ ເຂົ້າຈ້າວ, ປະເພດນຶ່ງໆມີຫຼາຍແນວເອີ້ນຊື່ຕ່າງໆກັນ ມີເຂົ້າສ້ອຍ, ເຂົ້າຂາວ, ເຂົ້າແກ່ນແຕງ ເປັນຕົ້ນ.

ຕົວ­ຢ່າງ: 

  • ເພື່ອມາລະຍາດທີ່ດີ ຄວນເອີ້ນຖາມເຈົ້າຂອງເຮືອນກ່ອນຈະເຂົ້າຮົ້ວເຮືອນຜູ້ອື່ນ ແລະ ກ່ອນຈະເຂົ້າໄປໃນເຮືອນຄວນປົດເກີບໄວ້ທາງນອກ ເພື່ອບໍ່ໃຫ້ເຮືອນເປື້ອນ.
  • ລາວເປັນຄົນຮຽນເກັ່ງ ພຽງແຕ່ອາຈານອະທິບາຍເທື່ອດຽວ ລາວກໍເຂົ້າໃຈແຈ່ມແຈ້ງ ແລະ ສາມາດ ຖ່າຍທອດໃຫ້ໝູ່ອີກດ້ວຍ.
  • ໃນເມື່ອກ່ອນ ສອງຄົນເຂົາເຈົ້າຊັງກັນເຂົ້າກະດູກດໍາ ແຕ່ພໍໄດ້ມາເປັນເຂີຍອ້າຍເຂີຍນ້ອງກັນ ພັດເຂົ້າຂາກັນໄດ້ດີ ປານປີ່ກັບຂຸ່ຍ ຕາຍແທນກັນໄດ້.
  • ຄົນລາວ ມັກກິນເຂົ້າໜຽວທຸກມື້ ຈົນເຮັດໃຫ້ເປັນເອກະລັກສະເພາະ ຊຶ່ງເຮົາມັກເວົ້າວ່າ ຄົນລາວເຂົ້າໜຽວສຽງແຄນ ແດນດອກຈໍາປາ.
  • ເຂົາເຈົ້າໄປຖ່າຍທໍາໜັງ ໃນທ່າມກາງບັນຍາກາດເຂົ້າໃນນາພວມສຸກເຫຼືອງ ແລະ ບັນດານົກນ້ອຍບີນ ຢອກໄຍກັນຢູ່ປາຍຮວງເຂົ້າ.
  • ເຫຼົ້າຂາວ ແມ່ນເຮັດມາຈາກການເອົາເຂົ້າໄປເຮັດ ໂດຍມີຂັ້ນຕອນຂ້ອນຂ້າງຊັບຊ້ອນ ແລະ ມີສ່ວນປະສົມຫຼາຍຢ່າງ.

ສະຫຼຸບ.

ຄໍາວ່າ “ເຂົ້າ”​ ໝາຍເຖິງການເຂົ້າ ຫຼື ຜ່ານໄປໃນສິ່ງໃດສິ່ງນຶ່ງ ຫຼື ການເຂົ້າໄປໃນຈິດໃນ ເຮັດໃຫ້ຮູ້. ນອກນັ້ນ. ຍັງໝາຍເຖິງພຶດທີ່ເປັນເຂົ້າໃຫ້ມະນຸດ ຫຼື ສັດບາງຈໍາພວກກິນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo