ຄໍາວ່າ “ເກືອ” ຄວາມໝາຍໃນພາສາລາວມີ​ຫຍັງ​ແດ່?

SA Game

DooDiDo

ອະທິບາຍຄໍາວ່າ “ເກືອ” ມີຄວາມໝາຍແນວໃດ?

​ຄໍາວ່າ “ເກືອ” ແມ່ນທາດປະສົມຊະນິດນຶ່ງປະກອບດ້ວຍໜຶ່ງ ຫຼື ຫຼາຍອາຕອມໂລຫະ ແລະ ເຄົ້າອາຊິດ ເກືອມີຫຼາຍຊະນິດ ນອກເໜືອຈາກເກືອເກືອຄົນເຮົາກິນ (ທາງເຄມີເອີ້ນ ນາຕີກຼໍລົວ). ໃນທາງເຄມີ “ເກືອ”  ແບ່ງເປັນ 4 ຊະນິດໃຫຍ່ຄື: ເກືອຈາວ (ເກືອກິນແມ່ນນອນຢູ່ໃນຊະນິດນີ້), ເກືອອາຊິດ, ເກືອບາເຊີ ແລະ ເກືອຊ້ອນ. ພ້ອມນັ້ນ ຍັງແບ່ງຕາມທາດປະສົມຫຼັກຄື: ເກືອກຼໍລົວ, ເກືອກາໂບນັດ, ເກືອຊຸນຟັດ ແລະ ຊຸນຟິດ, ເກືອນີຕຣັດ ແລະ ນິຕຣິດ, ເກືອຟົດສະຟັດ, ເກືອຊຸນຟົວ, ເກືອອິອົດດົວ ແລະ ສຸດທ້າຍແມ່ນເກືອຟຼໍອໍລົວ. “ເກືອ” ທົ່ວໄປຈະໃຊ້ເປັນສ່ວນປະສົມຂອງປຸຍ, ຢາ, ຜະລິດຕະພັນທາງເຄມີ ແລະ ອື່ນໆ.

ສໍາລັບ “ເກືອກິນ” ຂອງຄົນ ແມ່ນໃຊ້ເປັນເຄື່ອງປຸງແຕ່ງອາຫານ, ໃຊ້ສໍາລັບໝັກດອງ ແລະ ອື່ນໆ. “ເກືອກິນ” ເປັນສິ່ງທີ່ຂາດບໍ່ໄດ້ຂອງຮ່າງກາຍຄົນ ແລະ ສັດຫຼາຍຊະນິດ ແຕ່ຖ້າບໍລິໂພກຫຼາຍກໍເຮັດໃຫ້ໄຂ່ຫຼັງມີບັນຫາເຊັ່ນກັນ. “ເກືອກິນ” ແມ່ນໄດ້ຈາກການດູດເອົານໍ້າເກືອຈາກບໍ່ເກືອ ຫຼື ທະເລ ແລ້ວມາຄ້ຽວໃຫ້ແຫ້ງ ເກືອແມ່ນມີຫຼາຍຮູບແບບຄື: ເກືອກ້ອນ, ເກືອເມັດນ້ອຍ, ເກືອເມັດໃຫຍ່, ເກືອປະສົມໄອໂອດິນ, ເກືອສໍາລັບຄັດຜິດ ແລະ ອື່ນໆ ແລ້ວແຕ່ການຕະຫຼາດ. ນອກຈາກນັ້ນ, “ເກືອ” ຍັງໝາຍເຖິງການໃຫ້ອາຫານສັດ ເຊັ່ນ: ເກືອເປັດ ເກືອໄກ່, ເກືອໝູ ເກືອໝາ, ເກືອເຊົ້າ ເກືອແລງ ເປັນຕົ້ນ.

SA Game
DooDiDo

ພ້ອມນັ້ນຍັງມີຫຼາຍຄໍາກ່ຽວກັບເກືອເຊັ່ນ: “ກິນເຂົ້າເຮືອນເໜືອ ກິນເກືອເຮືອນໃຕ້”, “ເກືອເປັນໜອນ”, “ອຶດເຂົ້າຢາກເກືອ ເສື້ອຂາດໜ້າຜ້າຂາດຫຼັງ”.

ຄຳວ່າ “ເກືອ”.

“ເກືອ” (1. ຄໍານາມ) ວັດຖຸທາດຢ່າງນຶ່ງ ມີລົດເຄັມ ໃຊ້ເປັນເຄື່ອງປະສົມອາຫານ. ເກືອແມ່ນທາດປະສົມຊະນິດນຶ່ງປະກອບດ້ວຍໜຶ່ງ ຫຼື ຫຼາຍອາຕອມໂລຫະ ແລະ ເຄົ້າອາຊິດ. ຊື່ຕົ້ນໄມ້ແນວນຶ່ງ ໜ່ວຍນ້ອຍມົນ ມີລົດເຝື່ອນ ໃຊ້ຍ້ອມຜ້າໃຫ້ມີສີດໍາ. (2. ຄໍາກິລິຍາ) ລ້ຽງດ້ວຍອາຫານ, ເອົາອາຫານໃຫ້ກິນ, ໃຫ້ຢູ່ ໃຫ້ກິນ.

ຕົວ­ຢ່າງ: 

  • ຖ້າບໍ່ຢາກເປັນຄໍໜຽງ ໃຫ້ໃຊ້ເກືອໄອໂອດິນ ຫຼື ເກືອອີອົດ (ພາສາຝລັ່ງ) ແຕ່ງກິນ ທຸກມື້ນີຫາຊື້ໄດ້ງ່າຍ.
  • ການເຮັດປາເຄັມ ແມ່ນມີສູດຄັກແນ່ ແຕ່ໃນນັ້ນ ເກືອເປັນສິ່ງຈໍາເປັນ ແລະ ທີ່ຂາດບໍ່ໄດ້. ການເຮັດປາແດກກໍເຊັ່ນກັນຕ້ອງໃສ່ເກືອຄືກັນແຕ່ປະລິມານນ້ອຍກວ່າເຮັດປາເຄັມ.
  • ການລ້ຽງໝູແມ່ນໄດ້ເກືອເຊົ້າເກືອແລງ ຖ້າບໍ່ເກືອມັນກະຮ້ອງເຮັດໃຫ້ໜວກຫູ. ແຕ່ການລ້ຽງໄກ່ ບາງມື້ບໍ່ທັນເກືອມັນກະຊອກຫາກິນເອງບໍ່ຮ້ອງຄືໝູ.
  • ປະຈຸບັນ ການລ້ຽງສັດສ່ວນໃຫຍ່ແມ່ນເກືອດ້ວຍຫົວອາຫານ ເຮັດໃຫ້ໃຫຍ່ໄວ ແຕ່ຫຼາຍຄົນວ່າກິນບໍ່ ແຊບຄືດັ່ງການລ້ຽງແບບທໍາມະຊາດ.

ສະຫຼຸບ.

ຄໍາວ່າ “ເກືອ”​ ແມ່ນທາດປະສົມຊະນິດນຶ່ງປະກອບດ້ວຍໜຶ່ງ ຫຼື ຫຼາຍອາຕອມໂລຫະ ແລະ ເຄົ້າອາຊິດ ແບ່ງອອກເປັນຫຼາຍຊະນິດ ໃນນັ້ນມີ ເກືອກິນ ທີ່ໃຊ້ປຸງແຕ່ງອາຫານ ແລະ ໃຫ້ສັດຈໍາພວກກິນ. ພ້ອມນັ້ນ, ຍັງໝາຍເຖິງການເອົາອາຫານໃຫ້ສັດ ເຮົາກະເອີ້ນ ເກືອຄືກັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo