ຄໍາວ່າ “ຮັບ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຮັບ” ມີຄວາມໝາຍແນວໃດ?

ຄໍາວ່າ “ຮັບ” ໝາຍເຖິງການໄດ້ ຫຼື ເອົາສິ່ງຂອງຢ່າງໃດຢ່າງນຶ່ງທີ່ຄົນອື່ນໃຫ້ແກ່ຕົນ ຫຼື ຄົນອື່ນສົ່ງໃຫ້, ຝາກໃຫ້ ເຊັ່ນ: ຮັບເຄື່ອງຕ້ອນຂອງຝາກ, ຮັບຈົດໝາຍ, ຮັບເງິນທອນ, ຮັບມໍລະດົກ, ຮັບສິນບົນ, ຮັບ ເງິນເດືອນ, ຮັບຄ່າແຮງ, ຮັບໝາກບານ. “ຮັບ” ມີຫຼາຍຮູບແບບ ແຕ່ທົ່ວໄປແມ່ນການເດມືອອກມາເອົາ ຫຼື ຮອງເອົາ, ບາງເທື່ອກໍແມ່ນຮູບແບບອື່ນເປັນຕົ້ນ ຮັບໂທລະສັບ, ຮັບເງິນໂອນ ອື່ນໆ. “ຮັບ” ກົງກັນຂ້າມກັບເອົາໃຫ້.

ນອກຈາກນີ້, “ຮັບ” ຍັງໝາຍເຖິງການໄດ້ ຫຼື ເອົາສິ່ງໃດສິ່ງນຶ່ງຈາກຄົນອື່ນທີ່ເປັນນາມມະທໍາບໍ່ມີຕົວຕົນ ດັ່ງ ຮັບຄວາມຮູ້, ຮັບການສັ່ງສອນ, ຮັບຂວັນ, ຮັບພອນ, ຮັບສິນ, ຮັບບາບ, ຮັບກໍາ, ຂານຮັບ, ຮັບຄໍາ ທ້າ, ຮັບຄໍາແນະນໍາ, ຮັບຄວາມຈິງ. “ຮັບ” ຍັງສາມາດໄປບວກກັບຄໍາອື່ນ ແລະ ໃຫ້ຄວາມໝາຍເປັນ ຢ່າງອື່ນ ດັ່ງ ຮັບແຂກແມ່ນທໍາການປະຕິບັດຕໍ່ຜູ້ມາຢ້ຽມຢາມ, ຮັບຈ້າງແມ່ນສັນຍາວ່າຈະເຮັດວຽກໃຫ້ເພື່ອເອົາຄ່າ, ຮັບປາກແມ່ນສັນຍາວ່າຈະເຮັດຕາມທີ່ໄດ້ເວົ້າ, ຮັບຮອງແມ່ນຕ້ອນຮັບ ຫຼື ຢັ້ງຢືນ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຮັບ”.

“ຮັບ” (1. ຄໍາກໍາມະ) ເດມືອອກຮອງເອົາຂອງທີ່ຕົກລົງ ຫຼື ມີຜູ້ສົ່ງໃຫ້, ຖືເອົາຄໍາສອນ ຫຼື ຄໍາບອກ ດັ່ງ ຮັບພອນ, ຮັບສິນ, ຕອບ ດັ່ງ ຂານຮັບ.

ຕົວຢ່າງ:

  • ຂ້ອຍໄດ້ຮັບເຄື່ອງຝາກຈາກພໍ່ ແລະ ແມ່ ປະກອບດ້ວຍເສື້ອຜ້າ ແລະ ເຄື່ອງບໍລິໂພກອີກຈໍານວນ ນຶ່ງ.
  • ຫຼານນ້ອຍເດມືຮັບເງິນຂອງຂວັນຈາກພໍ່ຕູ້ ພ້ອມທັງຮັບພອນຈາກເພີ່ນ ດ້ວຍຄໍາວ່າ “ໃຫຍ່ສູງ, ຄໍາ ຮູ້ ແລະ ເປັນຄົນຮູ້ຜູ້ດີເດີ”.
  • ໃນມື້ນຶ່ງໆ, ໜ່ວຍງານບໍລິການຂອງບໍລິສັດໂທລະຄົມຮັບໂທລະສັບສາຍດ່ວນທີ່ໂທມາແຈ້ງບັນຫາຕ່າງໆ ເປັນ ຈໍານວນຫຼາຍຮ້ອຍສາຍ.

ສະຫຼຸບ.

ຄໍາວ່າ “ຮັບ” ແມ່ນການໄດ້ມາຈາກການໃຫ້ຂອງຄົນອື່ນ ຊຶ່ງອາດຈະເປັນການໄດ້ສິ່ງຂອງ ຫຼື ສິ່ງ ໃດສິ່ງ ນຶ່ງ ດ້ວຍຮູບແບບການເອົາໃຫ້, ສົ່ງໃຫ້, ຝາກໃຫ້ ເປັນຕົ້ນ. “ຮັບ” ອາດຈະເດມືອອກມາເອົາ, ຮອງເອົາ ຫຼື ບາງເທື່ອກໍແມ່ນຮູບແບບອື່ນ ໂດຍການຜ່ານການສົ່ງສັນຍານຕ່າງໆ ດັ່ງ ຜ່ານສຽງ, ການສະແດງທ່າ ທາງ ອື່ນໆ. “ຮັບ” ແມ່ນການໄດ້ຮັບຈາກຄົນອື່ນໃນຮູບແບບນາມມະທໍາ ຫຼື ບໍ່ມີຕົວຕົນ ເຊັ່ນ: ຮັບຂວັນ, ຮັບພອນ, ຮັບສິນ ເປັນຕົ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo