ຄໍາວ່າ “ອັດ” ແລະ “ງັບ” ມີຄວາມໝາຍຄືກັນຕ່າງ​ກັນ​ແນວ​ໃດ?

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ອັດ” ແລະ “ງັບ”

ຄໍາວ່າ “ອັດ” ແລະ “ງັບ” ມີການອອກສຽງແຕກຕ່າງກັນ ແຕ່ມີຄວາມໝາຍທີ່ນໍາໃຊ້ຄືກັນໄດ້ ພ້ອມນັ້ນ ຍັງມີຄວາມໝາຍແຕກຕ່າງກັນອອກໄປ ຊຶ່ງການອະທິບາຍໃນບົດນີ້ເຮົາຈະເນັ້ນສິ່ງທີ່ຄືກັນເປັນຫຼັກດັ່ງນີ້:

ຄໍາວ່າ “ອັດ”  ແມ່ນມີຄວາມໝາຍຄືກັນກັບງັບ ຫຼື ງັບເຂົ້າ ເຊັ່ນ: ອັດປະຕູ, ອັດປ່ອງຢ້ຽມ, ອັດເຮືອນອັດຊານ, ອັດຮົ້ວ, ອັດຮ້ອງ ເປັນຕົ້ນ. ພ້ອມນັ້ນ, “ອັດ” ຍັງຄືກັນກັບງັບບ່ອນວ່າ ເອົາຝາ ຫຼື ດອນງັບເຂົ້າ ຫຼື ໃສ່ເຂົ້າທີ່ປາກພາຊະ ນະຕ່າງໆ ຫຼື ບ່ອນເປັນປ່ອງ ດັ່ງ ອັດຂວດນໍ້າ, ອັດຂວດເຫຼົ້າ, ອັດຕູ້, ອັດຕູ້ເຢັນ, ອັດໂອ່ງ, ອັດໄຫ, ອັດໝໍ້ກາ, ອັດກັອກນ້ຳ ເປັນຕົ້ນ. “ອັດ” ຍັງແມ່ນຊື່ເງິນຕາ ຊຶ່ງເປັນເງິນທອງແດງໃນສະໄໝບູຮານ ຊຶ່ງມີມູນຄ່າເທົ່າກັບສ່ວນ ນຶ່ງໃນແປດຂອງເງິນເຟື້ອງນຶ່ງ (ເງິນບູຮານ).

“ອັດ” ເວລາໄປປະສົມກັບຄໍາອື່ນຍັງໃຫ້ຄວາມໝາຍຕ່າງໄປ ເປັນຕົ້ນ ອັດຊາໄສ ແມ່ນນິໃສໃຈຄໍ, ຄວາມປະສົງ, ຄວາມນິຍົມ. ອັດຊາຈານ ແມ່ນຄວາມປະພຶດ. ອັດຖະແມ່ນຂໍ້ຄວາມ, ຄວາມມາດ ໝາຍ, ຄວາມປະສົງ, ເຫດ, ຜົນ, ປະໂຫຍກ, ວຽກການ, ໃຈຄວາມ, ຄວາມໝາຍ. ອັດທະຍາໃສ ແມ່ນນິດໃສ ໃຈຄໍ, ອັດທະຈັນ ແມ່ນເດືອນເຄີ່ງໜ່ວຍ, ຮູບເຄີ່ງວົງມົນ. ອັດສະຈັນ ແມ່ນງຶດງໍ້, ອັດສະດົງ ແມ່ນ ຕາເວັນຕົກດິນ. ອັດສະລິຍະ ແມ່ນສະຫຼາດທີ່ສຸດ, ພ້ອມນັ້ນຍັງມີ ອັດສະວິນ, ອັດສົບ, ອັດສຽງ, ອັດສຳເນົາ, ອັດຕະວິໃສ, ອັດຕະຄັດ, ອັດຕະຈິດ, ອັດຕະປື, ອັດຕະໂນມັດ, ອັດຕາ ແລະ ອື່ນໆ.

SA Game
DooDiDo

ຄໍາວ່າ “ງັບ” ແມ່ນມີຄວາມໝາຍຄືກັນກັບອັດເຂົ້າ ຫຼື ປິດ, ປົກໄວ້ ເຊັ່ນ: ງັບປະຕູເຂົ້າ, ງັບປ່ອງຢ້ຽມເຂົ້າ, ອັດຝາ ໝໍ້ນໍ້າ, ງັບຂວດເຫຼົ້າ, ງັບຝາຕູ້, ງັບຝາຕູ້ເຢັນ, ງັບຝາໂອ່ງ, ງັບຝາໄຫ, ງັບຝາໝໍ້ກາ, ງັບສົບ, ງັບປາກ, ງັບມິດ ເປັນຕົ້ນ. ນອກຈາກນີ້, “ງັບ” ຍັງໝາຍເຖິງຊື່ຂອງເຕົ່າຊະນິດນຶ່ງ ເອີ້ນ ເຕົ່າງັບ ຊຶ່ງເປັນເຕົ່າໂຕນ້ອຍ ຫຼື ເຕົ່າແນວ ນ້ອຍ ແລະ “ງັບ” ຍັງໝາຍເຖິງມິດນ້ອຍໆທີ່ມັກໃຊ້ຕິດໂຕໄປນໍາ ເປັນມີດທີ່ສາມາດງັບເຂົ້າດວງໄດ້ ຫຼື ງັບເຂົ້າໄວ້ ກັບດ້າມ ເອີ້ນວ່າ ມີດພັບກໍວ່າ. ນອກຈາກນັ້ນ, ງັບເວລາປະສົມກັບຄໍາອື່ນຍັງໃຫ້ຄວາມໝາຍຕ່າງອອກໄປອີກດັ່ງ ງັບໆ ແມ່ນຫຍໍ້າໄວໆ, ອາການໄປມາບາດໄວໆ ດັ່ງ ອາການໄປຂອງເຕົ່າ ເປັນຕົ້ນ.

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າອັດ”.

“ອັດ” (1. ຄໍາກິລິຍາ) ເອົາຝາ ຫຼື ດອນງັບເຂົ້າ ຫຼື ໃສ່ເຂົ້າທີ່ປາກພາຊະນະຕ່າງໆ ຫຼື ບ່ອນເປັນປ່ອງ. (2. ຄໍານາມ) ເງິນທອງແດງບູຮານ ຊຶ່ງເປັນສ່ວນນຶ່ງໃນແປດຂອງເງິນເຟື້ອງນຶ່ງ.

ຕົວຢ່າງ:

  • ກ່ອນອອກເຮືອນໄປທ່ຽວໃຫ້ອັດປະຕູ, ອັດປ່ອງຢ້ຽມ ແລະ ໃສ່ລ໋ອກໃສ່ກອນ, ປິດໄຟ ໃຫ້ຮັບປະກັນ ຄວາມປອດໄພຈິ່ງອອກໄປ.
  • ຫຼັງຈາກອາບນໍ້າແລ້ວໃຫ້ອັດຝາໂອ່ງນໍ້າໃຫ້ແຈບດີ ເພື່ອກັນບໍ່ໃຫ້ຍຸງມາໄຂ່ໃສ່ ແລະ ແມງໄມ້ຕົກໃສ່.
  • ຫຼັງຈາກເອົາໝາກໄມ້ດອງໃຫ້ດີອອກມາກິນແມ່ນໃຫ້ອັດຝາກະປອງດອງໝາກໄມ້ໃຫ້ດີ ເພື່ອບໍ່ໃຫ້ບູດ ແລະ ສາມາດກິນໄດ້ຍາວນານ.

ຄວາມໝາຍຄຳວ່າງັບ”.

“ງັບ” (1. ຄໍາກິລິຍາ) ອັດເຂົ້າ, ພັບເຂົ້າ. (2. ຄໍານາມ) ເຕົ່ານ້ອຍ, ເຕົ່າແນວນ້ອຍ ຮຽກເຕົ່າງັບ, ມິດນ້ອຍໆ ທີ່ງັບດວງ ເຂົ້າໄວ້ກັບດ້າມ (ມີດພັບກໍວ່າ).

ຕົວຢ່າງ:

  • ກ່ອນອອກເຮືອນໄປທ່ຽວໃຫ້ງັບປະຕູ, ງັບປ່ອງຢ້ຽມ ແລະ ໃສ່ລ໋ອກໃສ່ກອນ, ປິດໄຟ ໃຫ້ຮັບປະກັນ ຄວາມປອດໄພຈິ່ງອອກໄປ.
  • ຫຼັງຈາກອາບນໍ້າແລ້ວໃຫ້ງັບຝາໂອ່ງນໍ້າໃຫ້ແຈບດີ ເພື່ອກັນບໍ່ໃຫ້ຍຸງມາໄຂ່ໃສ່ ແລະ ແມງໄມ້ຕົກໃສ່.
  • ຫຼັງຈາກເອົາໝາກໄມ້ດອງໃຫ້ດີອອກມາກິນແມ່ນໃຫ້ງັບຝາກະປອງດອງໝາກໄມ້ໃຫ້ດີ ເພື່ອບໍ່ໃຫ້ບູດ ແລະ ສາມາດກິນໄດ້ຍາວນານ.

ສະຫຼຸບ.

ຄໍາວ່າ “ອັດ” ແລະ “ງັບ” ການອອກສຽງຕ່າງກັນ ແຕ່ມີຄວາມໝາຍໃນການນໍາໃຊ້ຄືກັນ ແລະ ແຕກຕ່າງ ກັນ ຊຶ່ງຄໍາທີ່ຄືກັນແມ່ນໝາຍເຖິງຂອງຄໍາວ່າ “ອັດ” ແລະ ງັບ ແມ່ນການປິດ ຫຼື ເຮັດໃຫ້ແຈບ. “ອັດ” ຍັງແມ່ນຊື່ເງິນ ຕາຂອງລາວບູຮານ ຊຶ່ງເປັນເງິນທອງແດງມີມູນຄ່າເທົ່າກັບສ່ວນນຶ່ງໃນແປດຂອງເງິນເຟື້ອງນຶ່ງ. ສ່ວນ “ງັບ” ຍັງແມ່ນຊື່ຂອງເຕົ່າແນວນຶ່ງ ເອີ້ນ ເຕົ່າງັບ ແລະ ຍັງໃຊ້ ເອີ້ນ ມິດນ້ອຍໆທີ່ມັກໃຊ້ຕິດໂຕໄປນໍາ ເອີ້ນ ມີດພັບ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo