ຄໍາວ່າ “ອະໄວຍະວະ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ອະໄວຍະວະ” ມີຄວາມໝາຍແນວໃດ?

ຄໍາວ່າ “ອະໄວຍະວະ” ໝາຍເຖິງທຸກສ່ວນປະກອບຕ່າງໆ ຊຶ່ງເປັນກຸ່ມຂອງເນື້ອເຍື່ອ ຂອງຮ່າງກາຍຂອງຄົນ, ສັດ ຫຼື ພືດ. ກຸ່ມອະໄວຍະວະລວມກັນເອີ້ນວ່າລະບົບອະໄວຍະຍະ. ສໍາລັບຄົນເຮົາມີອະໄວຍະວະ 32 ຢ່າງ ຊຶ່ງອະໄວຍະວະຫຼັກໆ ມີລະບົບທາງເດີນອາຫານ, ລະບົບໂຄງກະດູກ, ລະບົບກ້າມເນື້ອ, ລະບົບຕ່ອມໄຮ້ທໍ່, ລະບົບໄຫຼວຽນໂລຫິດ, ລະບົບຫາຍໃຈ, ລະບົບສືບພັນ, ລະບົບປົກຄຸມຮ່າງກາຍ, ລະບົບນໍ້າເຫຼືອງ, ລະບົບຂັບຖ່າຍປັດສະວະ ຫຼື ຍ່ຽວ.

ຜ່ານການວິວັດທະນາການຂອງມະນຸດ ແລະ ສັດ ອະໄວຍະວະຂອງແຕ່ລະປະເພດ ມີໜ້າທີ່, ຮູບຮ່າງ, ຄວາມສາມາດ, ລັກສະນະສະເພາະ ແລະ ຄວາມສໍາຄັນຂອງໃຜມັນ. ການແບ່ງອະໄວຍະວະຂອງມະນຸດ ແບ່ງຕາມສ່ວນຂອງຮ່າງກາຍ ດັ່ງ ສ່ວນຫົວ ແລະ ຄໍ (ສະໝອງ, ໃບໜ້າ, ຫູ, ເບົ້າຕາ, ຕາ, ປາກ (ສົບ ກໍວ່າ), ລີ້ນ, ແຂ້ວ, ດັງ ອື່ນໆ), ສ່ວນເອີກ (ຕ່ອມນໍ້ານົມ, ປອດ, ຫົວໃຈ, ຫຼອດລົມ ອື່ນໆ), ສ່ວນທ້ອງ (ກະເພາະອາຫານ, ລໍາໃສ້, ຕັບ, ມ້າມ, ໄຂ່ຫຼັງ ອື່ນໆ). ນອກຈາກນັ້ນ ຍັງມີສ່ວນອື່ນໆ ລວມທັງແຂນຂາ ອີກດ້ວຍ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າອະໄວຍະວະ”.

“ອະໄວຍະວະ” (1. ຄໍານາມ) ຕ່ອນ, ສ່ວນ, ສ່ວນຂອງຮ່າງກາຍ.

ຕົວຢ່າງ:

  • ສະໝອງເປັນອະໄວຍະວະທີ່ສໍາຄັນຕໍ່ຄົນເຮົາ ທຽບກັບຫຼາຍສ່ວນໃນຮ່າງກາຍ, ເພາະມັນເປັນບ່ອນປະມວນຜົນ, ສັ່ງການ.
  • ຄົນເຮົາມີອະໄວຍະວະ 32 ຢ່າງ ແລະ ມີປະສາດສໍາພັດ 5 ຢ່າງ ເຊັ່ນ: ລີ້ນ, ຫູ, ຕາ, ດັງ ແລະ ຜິວໜັງ.

ສະຫຼຸບ.

ຄໍາວ່າ “ອະໄວຍະວະ” ແມ່ນທຸກສ່ວນປະກອບຂອງຮ່າງກາຍຂອງຄົນ, ສັດ ຫຼື ພືດ. ອະໄວຍະຍະຂອງຄົນລວມມີ 32 ຢ່າງ ແບ່ງອອກເປັນຫຼາຍລະບົບ ຕາມລັກສະນະ ແລະ ໜ້າທີ່ ດັ່ງ ທາງເດີນອາຫານ, ໂຄງກະດູກ, ກ້າມເນື້ອ, ຕ່ອມໄຮ້ທໍ່, ລະບົບໄຫຼວຽນໂລຫິດ, ລະບົບຫາຍໃຈ, ລະບົບສືບພັນ, ລະບົບປົກຄຸມຮ່າງກາຍ, ລະບົບນໍ້າເຫຼືອງ, ລະບົບຂັບຖ່າຍປັດສະວະ. ພ້ອມນັ້ນ, ຍັງແບ່ງຕາມສ່ວນຂອງຮ່າງກາຍ ແຕ່ສ່ວນຫົວຈົນເຖິງຕີນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo