ຄໍາວ່າ “ຫຼ້າ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຫຼ້າ” ມີຄວາມໝາຍແນວໃດ?

ຄໍາວ່າ “ຫຼ້າ” ໝາຍເຖິງແຜ່ນດິນ ຫຼື ໂລກ ທີ່ເຮົາຢູ່ອາໃສ ຊຶ່ງສະແດງອອກ ດັ່ງ ໃນຊື່ເຈົ້າຊີວິດຜູ້ທໍາອິດ ທີ່ສ້າງຕັ້ງອານາຈັກລ້ານຊ້າງ ຄື ເຈົ້າ ຟ້າງູ່ມ ແຫຼ່ງຫຼ້າທໍລະນີ ມີພຣະນາມວ່າ: “ພຣະຍາຟ້າງຸ່ມມະຫາຣາຊ ຟ້າຫຼ້າທໍຣະນີ ສີສັດຕະນາຄະນະຫຸດ”. ພ້ອມນັ້ນເຮົາມັກໄດ້ຍີນການພາກຢູ່ໜັງຈີນເລື້ອຍໆວ່າ “ໃນທົ່ວໃຕ້ຫຼ້າ”, “ເປັນໃຫຍ່ໃນໃຕ້ຫຼ້າ” ໝາຍເຖິງທົ່ວແຜ່ນດິນອັນກວ້າງໃຫຍ່ໄພສານນັ້ນເອງ.

ນອກຈາກນີ້, “ຫຼ້າ” ຍັງໝາຍເຖິງເກີດຂຶ້ນສຸດທ້າຍ ຫຼື ເກີດພາຍລຸນ (ພາຍຫຼັງກໍວ່າ). ຊຶ່ງເປັນທີ່ນິຍົມກັນ ໃຊ້ເອີ້ນຊື່ໃຫ້ລູກຜູ້ທີ່ເກີດສຸດທ້ອງວ່າ ອີ່ຫຼ້າ, ບັກຫຼ້າ, ຫຼ້າຄໍາແພງ, ລູກຊາຍຫຼ້າ, ລູກສາວຫຼ້າ, ນ້ອງຊາຍ ຫຼ້າ, ນ້ອງຍິງຫຼ້າ, ລູກໄພ້ຫຼ້າ, ລູກເຂີຍຫຼ້າ ເປັນຕົ້ນ. “ຫຼ້າ” ຍັງໝາຍເຖິງ ສວາຍ ຫຼື ຫຼ້າຊ້າ, ຫຼ້າຫຼັງ ຫຼື ມາທີຫຼັງ ດັ່ງ ມາຫຼ້າເກີນໄປ, ຫຼ້າຊ້າເກີນໄປ, ຕື່ນຫຼ້າ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຫຼ້າ”.

“ຫຼ້າ” (1. ຄໍານາມ). ໂລກ, ແຜ່ນດິນ. (2. ຄໍາກິລິຍາວິເສດ) ລຸນ, ພາຍຫຼັງ.

ຕົວຢ່າງ:

  • ຈັກກະພັດຈີນຊີຮອງເຕ້ສາມາດສະຫຍົບບັນດາແຄວ້ນນ້ອຍໃຫຍ່ຕ່າງໆທົ່ວໃຕ້ຫຼ້າ ແລະ ລວບ ລວມແຜ່ນດິນໃຫ້ເປັນຜຶກແຜ່ນໄດ້.
  • ອີງຕາມຮິດຄອງຄົນບູຮານສ່ວນໃຫຍ່ແມ່ນລູກກົກ ຫຼື ລູກຫຼ້າມັກໄດ້ສຶບມູນພໍ່ແມ່, ສ່ວນລູກກາງ ແມ່ນບໍ່ຄ່ອຍໄດ້ຮັບ.

ສະຫຼຸບ.

ຄໍາວ່າ “ຫຼ້າ” ໝາຍເຖິງແຜ່ນດິນອັນກວ້າງໃຫຍໄພສານ ທີ່ເຮົາຢູ່ອາໃສ ຫຼື ເອີ້ນ ໂລກ ນັ້ນເອງ. “ຫຼ້າ” ຍັງແມ່ນສິ່ງທີ່ເກີດຂຶ້ນຊ້າກວ່າ, ພາຍຫຼັງ ຫຼື ເກີດພາຍລຸນ. ນອກຈາກນັ້ນ. “ຫຼ້າ” ຍັງໝາຍເຖິງ ສວາຍ ຫຼື ຫຼ້າຊ້າ, ຫຼ້າຫຼັງ ຫຼື ມາທີຫຼັງ ດັ່ງ ມາຫຼ້າເກີນໄປ, ຫຼ້າຊ້າເກີນໄປ, ຕື່ນຫຼ້າ ແລະ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo