ຄໍາວ່າ “ຫານ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຫານ” ມີຄວາມໝາຍແນວໃດ?

ຄໍາວ່າ “ຫານ” ແມ່ນຊື່ຂອງແມງບົ້ງແນວນຶ່ງ ເອີ້ນ ບົ້ງຫານ ຖ້າຖືກຂົນຂອງມັນດາດແລ້ວເຮັດໃຫ້ເຈັບ, ປວດ ແລະ ຄັນ. ບົ້ງຫານມັກອາໃສຢູ່ໃບໄມ້ ແລະ ກິນໃບໄມ້ເປັນອາຫານ ໂດຍສະເພາະແມ່ນໃບຕອງ ກ້ວຍ. ພ້ອມນັ້ນ, “ຫານ” ຍັງແມ່ນຊື່ຂອງຫຍ້າແນວນຶ່ງອີກດ້ວຍ ເອີ້ນ ຫຍ້າຫານ ເວລາໃບຂອງມັນຖືກ ຫຼື ສໍາພັດຜິວໜັງແມ່ນເຮັດໃຫ້ມີອາການຄັນ ດັ່ງຖືກບົ້ງຫານດາດ.

ນອກຈາກນີ້, “ຫານ” ຍັງໝາຍເຖິງການຫານ ຫຼື ການແບ່ງສ່ວນທໍ່ໆກັນ ຊຶ່ງເປັນການຄິດໄລ່ຂອງວິຊາຄະ ນິດສາດ ເຮົາເອີ້ນ ເລກຫານ, ນອກເໜືອຈາກເລກຄູນ, ເລກລົບ ແລະ ເລກບວກ. ອີກຄວາມໝາຍນຶ່ງ “ຫານ” ແມ່ນຄວາມກ້າຫານ, ຄວາມເກັ່ງ, ບໍ່ຢ້ານ ກົງກັນຂ້າມກັບຢ້ານ ເຊັ່ນ: ເປັນຄົນກ້າຫານຊານໄຊ, ເປັນຄົນຫານ, ຫານເຮັດ ຫານທໍາ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຫານ”.

“ຫານ” (1. ຄໍານາມ) ຊື່ແມງບົ້ງແນວນຶ່ງ ຖືກຂົນເຂົ້າແລ້ວມີອາການປວດ ແລະ ຄັນ ເອີ້ນ ບົ້ງຫານ. ຊື່ ຫຍ້າແນວນຶ່ງຖືກໃບເຂົ້າແລ້ວມີອາການຄັນ ເອີ້ນ ຫຍ້າຫານ. (2. ຄໍາກິລິຍາ) ແບ່ງສ່ວນທໍ່ໆກັນ (ວິທີເຮັດ ເລກ). (3. ຄໍາກິລິຍາວິເສດ) ກ້າເກັ່ງ.

ຕົວຢ່າງ:

  • ວານນີ້ຕັດຕອງກ້ວຍ ແລະ ຖືກບົ້ງຫານດາດແຂນ ແລະ ຄໍ ເຮັດໃຫ້ປວດຫຼາຍຍ້ອນພິດຂອງມັນ ຈົນຖືຄິງໄຂ້.
  • ການຄິດໄລ່ເລກຫານແມ່ນຍາກພໍສົມຄວນ ແລະ ໃຊ້ເວລາຮຽນ, ຝຶກຝົນຫຼາຍປີພໍສົມຄວນ ກ່ອນ ຈະເຂົ້າໃຈລະອຽດ.
  • ທ່ານສີທອງວິລະຊົນ ແມ່ນບຸກຄົນທີ່ກ້າຫານ ແລະ ຍອມເສຍສະລະຊີວິດຂອງຕົນ ເພື່ອປະເທດ ຊາດ.

ສະຫຼຸບ.

ຄໍາວ່າ “ຫານ” ແມ່ນຊື່ຂອງແມງບົ້ງຫານ ຊຶ່ງເປັນບົ້ງແນວນຶ່ງມັກອາໃສຢູ່ໃບໄມ້ ໂດຍສະເພາະແມ່ນຕອງ ກ້ວຍ, ມີພິດ ເວລາສໍາພັດ ຫຼື ຖືກດາດເຮັດໃຫ້ເຈັບ, ປວດ ແລະ ຄັນ. “ຫານ” ໃຊ້ເອີ້ນຫຍ້າແນວນຶ່ງ  ເອີ້ນ ຫຍ້າຫານ ເພາະເວລາຖືກໃບຂອງມັນສໍາພັດຜິວໜັງແມ່ນເຮັດໃຫ້ມີອາການຄັນຄືຖືກບົ້ງຫານດາດ.

“ຫານ” ຍັງແມ່ນການຫານເລກ ຫຼື ການແບ່ງສ່ວນທໍ່ໆກັນ ກົງກັນຂ້າມກັບເລກຄູນ. “ຫານ” ໝາຍເຖິງ ຄວາມກ້າຫານ ຫຼື ບໍ່ຢ້ານ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo