ຄໍາວ່າ “ຫັດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຫັດ” ມີຄວາມໝາຍແນວໃດ?

ຄໍາວ່າ “ຫັດ” ໝາຍເຖິງການເຝິກແອບເຮັດສິ່ງໃດສິ່ງນຶ່ງທີ່ຕົນບໍ່ເຄີຍເຮັດ ຫຼື ເຄີຍທໍາມາກ່ອນ ເພື່ອໃຫ້ເຮັດ ເປັນ ຫຼື ເຮັດໃຫ້ຊໍານານ. ການເຝິກຫັດແຕ່ລະຢ່າງແມ່ນແຕກຕ່າງກັນ ແລະ ມີຫຼາຍວິທີ ເຊັ່ນ: ຫັດກາຍ, ຫັດກິລາຕີບານ, ຫັດກິລາແລ່ນ, ຫັດກິລາກາຍຍະກໍາ, ຫັດຂຽນ, ຫັດອ່ານ, ຫັດກ່າຍ, ຫັດເວົ້າ, ຫັດຍ່າງ, ຫັດແຕ່ງກິນ, ຫັດລອຍນໍ້າ, ຫັດແຕ່ງບົດ, ຫັດແຕ້ມ, ຫັດຂັບລົດ ເປັນຕົ້ນ.

ນອກຈາກນີ້, “ຫັດ” ຍັງໝາຍເຖິງເວລກິນເຂົ້າ, ກິນນໍ້າ ຫຼື ຮັບປະທານສິ່ງໃດນຶ່ງ ແຕ່ມີຂີ້ດິນ, ເມັດຊາຍ ຫຼື ຫີນປົນຢູ່ກັບອາຫານ ເວລາເຮົາຫຍໍ້າແມ່ນເຮັດໃຫ້ມີອາການຫຍະແຂ້ວ ຫຼື ກິນບໍ່ແຊບ, ບໍ່ໄດ້ ດັ່ງທີ່ ຄວນເປັນ ຫຼື ເຄີຍກິນ ຈົນໄດ້ຄາຍອາຫານອອກ ຫຼື ຄາຍຖີ້ມ ດັ່ງ ເຂົ້າຫັດຂີ້ດິນ, ແກງປາຫັດຂີ້ຊາຍ, ເຂົ້າໜົມຫັດເພາະມີກ້ອນຫິນນ້ອຍໆຢູ່ ເປັນຕົ້ນ. “ຫັດ” ເວລາໄປບວກກັບຄໍາອື່ນຍັງໃຫ້ຄວາມໝາຍຕ່າງ ອອກໄປ ເຊັ່ນ: ຫັດຖະກຳແມ່ນການຜະລິດ ຫຼື ເຮັດຢ່າງໃດຢ່າງນຶ່ງທີ່ບໍ່ໃຊ້ໂຮງຈັກໂຮງງານ ຕົວຢ່າງ ການຈັກສານຫວດ, ສານແຫ ອື່ນໆ. ວັນພະຫັດແມ່ນມື້ທີ 4 ນັບຈາກວັນຈັນ ຄື ຫຼັງວັນພຸດ ແລະ ກ່ອນ ວັນສຸກ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຫັດ”.

“ຫັດ” (1. ຄໍາກິລິຍາ) ແອບ, ເຝິກ, ເຮັດໃຫ້ຊໍານານ. ອາການທີ່ເມັດຊາຍ ຫຼື ຫີນປົນຢູ່ກັບອາຫານຫຍໍ້າ ຖືກແລ້ວມີອາການຫຍະແຂ້ວເອີ້ນວ່າ ຫັດ.

ຕົວຢ່າງ:

  • ກ່ອນຈະຂຽນ ແລະ ອ່ານໜັງສືໄດ້ຈົນຊໍານານ ຕ້ອງໄດ້ໃຊ້ເວລາຫັດຂຽນ, ຫັດອ່ານ ຫຼາຍປີ.
  • ນັກກິລາລອຍນໍ້າໄດ້ເຝິກຫັດລອຍທຸກມື້ກ່ອນການລົງແຂ່ງຂັນກິລາລອຍນໍ້າຢ່າງເປັນທາງການ.
  • ໂອ້ຍ! ກິນເຂົ້າກໍາລັງແຊບ ພັດຂົບຖືກໝາກຫີນຈົນແຂ້ວເກືອບຫັກ ແລະ ຫັດຫຼາຍ ຈຶ່ງຕ້ອງໄດ້ ຄາຍຖີ້ມ.

ສະຫຼຸບ.

ຄໍາວ່າ “ຫັດ” ໝາຍເຖິງການເຝິກຝົນ, ເຝິກແອບເຮັດໃນສິ່ງທີ່ບໍ່ເຄີຍເຮັດ ຫຼື ເຮັດໃຫ້ຊໍານານ. ນອກນີ້, “ຫັດ” ຍັງແມ່ນອາຫານທີ່ມີຂີ້ດິນ, ເມັດຊາຍ ຫຼື ຫີນປົນຢູ່ກັບອາຫານ ແລະ ເຮົາກິນ ຫຼື ຫຍໍ້າຖືກ ເຮັດໃຫ້ຕ້ອງຄາຍອາຫານອອກ ຫຼື ຄາຍຖີ້ມ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo