ຄໍາວ່າ “ຫວດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຫວດ” ມີຄວາມໝາຍແນວໃດ?

ຄໍາວ່າ “ຫວດ” ແມ່ນພາຊະນະຈັກສານຢ່າງນຶ່ງ ໃນຂະແໜງຫັດຖະກໍາ ທີ່ຄົນເຮົາສ້າງຂຶ້ນມາ ໃຊ້ບັນຈຸ ເຂົ້າໝ່າ (ເຂົ້າສານໜຽວໝ່າ) ເພື່ອໜຶ້ງເຂົ້າ ຫຼື ໜຶ້ງຢ່າງອື່ນ ເຊັ່ນ ຫໍ່ໜຶ້ງປາ, ຫໍ່ໜຶ້ງໄກ່. ຫວດເຮັດດ້ວຍ ຕອກໄມ້ປ່ອງສານເຂົ້າກັນປາກກວ້າງ ແລະ ກົ້ນສ້ວຍຮອມເຂົ້າ ເພື່ອສະດວກໃນການເອົາເຂົ້າໃສ່. ຫວດ ໂດຍທົ່ວໄປໃນລາວມີສອງແບບຄື ແບບມີຮູບ ຮ່າງຄ້າຍໆໄຫເຂົ້າ (ຮູບຈວຍຕັດກົ້ນ) ແລະ ແບບຮູບຈວຍ ກົ້ນບໍ່ຕັດສອງຂ້າງຍື່ນຍາວອອກຄ້າຍຫູຊ້າງ. ສ່ວນຂະໜາດແຕກຕ່າງກັນໄປຕາມຄວາມປະສົງຂອງຜູ້ສ້າງ.

ນອກຈາກນີ້, “ຫວດ” ຍັງໝາຍເຖິງຕົ້ນໝາກຫວດ ຊຶ່ງເປັນພືດຊົງຝຸມຢ່າງນຶ່ງ, ເປືອກລໍາຕົ້ນເປັນສີນໍ້າຕານ ແຕກເປັນຮ່ອງຕາມທາງຍາວ, ດອກສີຂາວປົນສີເຫຼືອງອ່ອນ ອອກເປັນຊໍ່ແບບແຕກແໜງຕັ້ງຈາກປາຍ ຍອດ ມີກິ່ນຫອມອ່ອນໆ. ຕົ້ນໝາກຫວດຮາກ, ໃບ ແລະ ໝາກໃຊ້ປະສົມສະໝູນໄພຢ່າງອື່ນເພື່ອຕົ້ມດື່ມ ເປັນ ຢາແກ້ຊາງ (ພະຍາດເດັກນ້ອຍທີ່ມີອາການເບື່ອອາຫານ), ແກ້ໄອຫອບໃນເດັກ, ໄອຊໍ້າເຮື້ອ. ສໍາລັບ ໝາກເປັນພົ້ວສຸກແລ້ວສີແດງຊໍ້າ ລົດຫວານແກມຝາດ

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຫວດ”.

“ຫວດ” (1. ຄໍານາມ) ພາຊະນະສານດ້ວຍຕອກປາກກວ້າງກົ້ນຮອມໃຊ້ໜຶ້ງເຂົ້າ, ຊື່ຕົ້ນໄມ້ແນວນຶ່ງ ໝາກເປັນພົ້ວສຸກແລ້ວສີແດງຊໍ້າ ລົດຫວານແກມຝາດ ເອີ້ນ ຕົ້ນໝາກຫວດ.

ຕົວຢ່າງ:

  • ຂ້ອຍຊື້ຫວດໃໝ່ຢູ່ຕະຫຼາດດອນໜູນ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ຊຶ່ງເປັນຫວດທີ່ງາມ ແລະ ສານດ້ວຍຕອກໄມ້ທີ່ລອກເອົາສະເພາະຕິ້ວມັນຄັກແນ່.
  • ພໍ່ຕູ້ນໍ່ເອົາຮາກຫວດມາຕົ້ມໃຫ້ຫຼານເພີ່ນກິນ ເພາະຫຼາຍເພີ່ນເປັນຊາງກິນເຂົ້າບໍ່ແຊບ ແລະ ຕົວ ເຫຼືອງໆ.

ສະຫຼຸບ.

ຄໍາວ່າ “ຫວດ” ແມ່ນພາຊະນະໃຊ້ບັນຈຸເຂົ້າໝ່າເພື່ອໜຶ້ງເຂົ້າ, ໃຊ້ບັນຈຸອາຫານຕ່າງໆ ເພື່ອໜຶ້ງ ເອີ້ນຫໍ່ໜຶ້ງ (ຫໍ່ໜຶ້ງປາ, ຫໍ່ໜຶ້ງເປັດ…), ໜຶ້ງເຜືອກ, ໜຶ້ງມັນ ແລະ ອື່ນໆ. ຫວດສານດ້ວຍຕອກໄມ້ປ່ອງ ຮູບຮ່າງປາກ ກວ້າງ ແລະ ກົ້ນສ້ວຍເຂົ້າ. ນອກຈາກນີ້, “ຫວດ” ແມ່ນຕົ້ນໝາກຫວດ ຊຶ່ງເປັນພືດຢ່າງນຶ່ງ ສາມາດນໍາ ຮາກ, ໃບ ແລະ ໝາກມາເຮັດເປັນຢາ, ບໍລິໂພກໄດ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo